spot_img
Homeຂ່າວການສຶກສາໄຂການນຳໃຊ້ອາຄານຮຽນ ແລະ ຫ້ອງປະຕິບັດການທາງດ້ານສຸຂະນາໄມພືດ

ໄຂການນຳໃຊ້ອາຄານຮຽນ ແລະ ຫ້ອງປະຕິບັດການທາງດ້ານສຸຂະນາໄມພືດ

Published on

5-1

ເນື່ອງໃນໂອກາດສະ ເຫຼີມສະຫຼອງວັນສ້າງຕັ້ງໂຮງ ຮຽນກະເສດນາບົງ ຄົບຮອບ 40 ປີ (9 ທັນວາ 1975-9 ທັນວາ 2015) ສະຖາບັນການສຶກສາ ດ້ານກະສິກຳແຫ່ງທຳອິດ ຂອງ ສປປ ລາວ, ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີໄຂການນຳໃຊ້ອາ ຄານຮຽນ ແລະ ຫ້ອງປະຕິບັດ ການທາງດ້ານສຸຂະນາໄມພືດ
ຢ່າງເປັນທາງການໃນວັນທີ 11 ທັນວາຜ່ານມາ ທີ່ຄະນະດັ່ງ ກ່າວ ໂດຍການໃຫ້ກຽດເຂົ້າ ຮ່ວມຂອງທ່ານ ສຈ.ດຣ. ສຸກ ກົງແສງ ໄຊຍະເລີດ ອະທິການ ບໍດີ ມະຫາວິທະຍາ ໄລແຫ່ງຊາດ, ທ່ານ ໄຊປຣາເດດ ຈຸ ລະມະນີ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງກະ ສິກຳ ແລະ ປ່າໄມ້, ມີຜູ້ຕາງ ໜ້າທະນາຄານພັດທະນາອາ ຊີ ປະຈຳ ສປປ ລາວ ພ້ອມ ດ້ວຍບັນດາແຂກທີ່ຖືກເຊີນ ທັງພາຍໃນ ແລະ ຕ່າງປະເທດ, ຄູ-ອາຈານ, ພະນັກງານ ແລະ ນັກສຶກສາເຂົ້າຮ່ວມ.
ທ່ານ ຮຈ.ດຣ. ອຸດົມ ພອນຄຳເພັງ ຄະນະບໍດີ ຄະ ນະກະເສດສາດ ໄດ້ລາຍງານ ໃຫ້ຮູ້ວ່າ: “ໂຄງການປັບປຸງ ຄວາມສາມາດດ້ານການກະ ເສດ ສຸຂະນາໄມພືດ ຢູ່ໃນ ອະນຸ ພາກພື້ນແມ່ນ້ຳຂອງ ເພື່ອອຳນວຍຄວາມສະດວກ ທາງດ້ານການຄ້າ” ADB ໂຄງ ການເລກທີ 43120 ແມ່ນໂຄງ ການທີ່ມີຈຸດປະສົງ ເພື່ອສ້າງຄວາມເຂັ້ມແຂງໃຫ້ ສປປ ລາວ ກ່ຽວກັບວຽກງານການກວດກາ ສຸຂະນາໄມພືດ ເພື່ອການຄ້າ ຢູ່ພາກພື້ນແມ່ນ້ຳຂອງ. ໂຄງ ການດັ່ງກ່າວ ມີຜູ້ຈັດຕັ້ງປະຕິ ບັດຮ່ວມກັນຄື: ກະຊວງກະສິ ກຳ ແລະ ປ່າໄມ້, ກະຊວງສາ ທາລະນະສຸກ ແລະ ກະຊວງ ສຶກສາທິການ ແລະ ກິລາ ຊຶ່ງ ແມ່ນຄະນະກະເສດສາດ ມະ ຫາວິທະຍາໄລແຫ່ງຊາດ ເປັນ ຜູ້ຈັດຕັ້ງປະຕິບັດຕົວຈິງ ຊຶ່ງ ເອີ້ນຢູ່ໃນໂຄງການວ່າ: ໜ່ວຍງານການສຶກສາ ຈຸດປະສົງ ຂອງໜ່ວຍງານການສຶກສາ ແມ່ນເພື່ອຍົກສູງຄຸນນະພາບ ຂອງການສິດສອນຢູ່ຄະນະກະ ເສດສາດ ໂດຍ ສະເພາະຢູ່ໃນ 3 ສາຂາຄື: ສັດຕະວະແພດ, ປ້ອງກັນພືດ ແລະ ອາຫານ ປອດໄພ ເພື່ອໄປຮັບໃຊ້ວຽກ ງານກວດກາ ສຸຂະນາໄມ-ສຸຂະນາໄມພືດ ໃນຂອບ ເຂດທົ່ວປະ ເທດ. ກິດຈະກຳ ຂອງໂຄງການຢູ່ຄະນະກະເສດສາດແມ່ນປະກອບດ້ວຍ ການປັບປຸງໂຄງລ່າງພື້ນຖານ ທາງດ້ານການສິດສອນ (ເປັນ ຕົ້ນແມ່ນອາຄານສະຖານທີ່, ອຸປະກອນໃນ ຫ້ອງທົດລອງ, ພາຫະນະຂົນສົ່ງນັກສຶກສາ ເພື່ອລົງເຮັດພາກປະຕິບັດຕົວ ຈິງ ຢູ່ພາກສະໜາມ), ການປັບ ປຸງຫຼັກສູດໃຫ້ທຽບເທົ່າກັບສາ ກົນ, ການຍົກສູງຄວາມຮູ້ຄວາມ ສາມາດຂອງຄູ-ອາຈານເປັນ ຕົ້ນ. ອາຄານຫຼັງນີ້ ມີເນື້ອທີ່ທັງ ໝົດ 1.311,7 ມ2, ມີມູນຄ່າ ໃນການກໍ່ສ້າງ 540.618,92 ໂດລາສະຫະລັດ ເປັນອາຄານທີ່ປະກອບດ້ວຍ 1 ຫ້ອງບັນ ຍາຍ, 5 ຫ້ອງຮຽນ, 12 ຫ້ອງ ທົດລອງ ແລະ 5 ຫ້ອງການ ແລະ ຫ້ອງນ້ຳຈຳນວນໜຶ່ງ, ອາ ຄານແມ່ນໃຊ້ເວລາໃນການກໍ່ ສ້າງ 1 ປີເຕັມ ຊຶ່ງໄດ້ລົງມືກໍ່ ສ້າງ ໃນວັນທີ 1 ທັນວາປີ 2014 ແລະ ສຳເລັດໃນວັນທີ 30 ພະຈິກ 2015, ມາຮອດປະຈຸບັນນີ້ ອາຄານແມ່ນສຳເລັດ ແລະ ໄດ້ມີການເຊັນ ມອບ-ຮັບຢ່າງເປັນທາງການ ແລ້ວ.  (ຂ່າວ: ບຸນຕອມ)

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...