spot_img
Homeຂ່າວການພັດທະນາສະພາຮັບຮອງເອົາກົດໝາຍວ່າດ້ວຍການລົງທຶນຂອງລັດສະບັບປັບປຸງ

ສະພາຮັບຮອງເອົາກົດໝາຍວ່າດ້ວຍການລົງທຶນຂອງລັດສະບັບປັບປຸງ

Published on

DSC_8578

ກົດໝາຍວ່າດ້ວຍການລົງທຶນຂອງລັດສະບັບປັບປຸງ, ໄດ້ຖືກຮັບຮອງຈາກສະພາແຫ່ງຊາດໃນວັນທີ 15 ທັນວານີ້, ພາຍຫລັງການພິຈາລະນາຄົ້ນຄວ້າ, ປະກອບຄໍາຄິດເຫັນຕໍ່ຮ່າງກົດໝາຍດັ່ງກ່າວຂອງສະມາຊິກສະພາແຫ່ງຊາດເປັນເວລາໜຶ່ງວັນໃນມື້ທີ 8 ຂອງການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII.

ທ່ານລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ສົມດີ ດວງດີ ກ່າວວ່າ: ການທີ່ສະພາແຫ່ງຊາດໄດ້ເປັນເອກະສັນຮັບຮອງກົດໝາຍດັ່ງກ່າວແລ້ວນັ້ນ, ຈະເຮັດໃຫ້ລັດຖະບານມີເຄື່ອງ ມືທີມີປະສິດທິພາບເພື່ອໃຊ້ເຂົ້າໃນການສ້າງ ແລະ ຄຸ້ມຄອງການລົງທຶນຂອງ

ລັດຫລາຍກວ່າເກົ່າ, ທັງສອດຄ່ອງກັບການສ້າງສະພາປະຊາຊົນຂັ້ນແຂວງ, ທີ່ມີການແບ່ງຂັ້ນຄຸ້ມຄອງລະຫວ່າງທ້ອງຖິ່ນ,ຂະແໜງການ ແລະ ລັດຖະບານ, ລະຫວ່າງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ. ນອກຈາກນີ້ຍັງເປັນການເພີ່ມທະວີການຄຸ້ມຄອງລາຍຈ່າຍຂອງໂຄງການລົງທຶນເປັນລະບົບ, ຕິດຕາມການ ຊໍາລະຄ່າໂຄງການດີຂຶ້ນ ແລະ ສາມາດຫລຸດຜ່ອນການເກີດໜີ້ສີນຄຸມເຄືອ, ທັງຮອງຮັບການເຊື່ອມໂຍງພາກພື້ນ ແລະ ສາກົນ.

ທ່ານລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນກ່າວວ່າ: ກົດໝາຍດັ່ງກ່າວປະກອບມີ 7 ພາກ, 9 ໝວດ ແລະ 98 ມາດຕາ, ໃນນີ້ມີບາງເນື້ອໃນສໍາຄັນທີ່ໄດ້ປັບປຸງ ແລະ ເພີ່ມຕື່ມເຂົ້າໃສ່ຮ່າງກົດໝາຍດັ່ງກ່າວເປັນຕົ້ນ: ມາດຕາ 15 ປະເພດໂຄງການລົງທຶນຂອງລັດ, ໄດ້ແບ່ງປະ ເພດໂຄງການຈາກ 3 ມາເປັນ 5 ປະເພດແລະໄດ້ແຍກລະອຽດໄລຍະການຈັດຕັ້ງປະຕິບັດແລະການຊໍາລະໂຄງການ

ແຕ່ລະປະເພດຄື: ໂຄງການປະເພດໜຶ່ງແມ່ນມີມູນຄ່າລົງທຶນຫລາຍກວ່າ 400 ຕື້ກີບຂຶ້ນໄປ ແລະ ມີໄລຍະການຈັດຕັ້ງປະຕິບັດບໍ່ເກີນ 7 ປີ, ປະເພດສອງມີມູນຄ່າ 200-400 ຕື້ກີບ, ໄລຍະປະຕິບັດບໍ່ເກີນ 6 ປີ, ປະເພດສາມມີມູນຄ່າ100-200 ຕື້ກີບ, ໄລຍະປະຕິບັດບໍ່ເກີນ 5 ປີ, ປະເພດສີ່ມີມຸນຄ່າແຕ່ 20 – 100 ຕື້ກີບ, ໄລຍະປະຕິບັດບໍ່ເກີນ 4 ປີ ແລະປະເພດຫ້າມີມູນຄ່າແຕ່ 20 ຕື້ກີບລົງມາ,ມີໄລຍະປະຕິບັດບໍ່ເກີນ 3 ປີ.

ສໍາລັບໂຄງການປະເພດໜຶ່ງສາມາດຈັດຕັ້ງປະຕິບັດໄດ້ກໍຕໍ່ເມື່ອມີແຫລ່ງທຶນທີ່ແນ່ນອນ ແລະ ຜ່ານການຮັບຮອງຈາກສະພາແຫ່ງຊາດ ແລະ ເພື່ອໃຫ້ການຄຸ້ມຄອງໂຄງການມີຄວາມສອດຄ່ອງ, ມີປະສິດທິພາບດີ. ສ່ວນມາດຕາ 21 ການແບ່ງງົບປະມານການລົງທຶນຂອງລັດມີສອງລະດັບຄື: ການລົງທຶນໃສ່ໂຄງການບູລິມະສິດຂອງລັດຖະບານ, ໝາຍວ່າແມ່ນໂຄງການທີ່ມີຄວາມຈໍາເປັນ, ມີຄວາມສໍາຄັນລະດັບຊາດ ແລະ ມີຄວາມຍືນຍົງ, ການລົງທຶນໃສ່ໂຄງການປົກກະຕິ, ເຊິ່ງແມ່ນທຶນທີ່ພາຍ ຫລັງໄດ້ແບ່ງໃຫ້ໂຄງການບູລິມະສິດຂອງລັດຖະບານແລ້ວມາຈັດສັນໃຫ້ບັນດາແຂວງ ແລະນະຄອນບໍ່ຫລຸດ 60% ຂອງທຶນປົກກະຕິທັງໝົດ, ໃນນີ້ໃຫ້ແຂວງ ແລະ ນະຄອນເປັນຜູ້ຈັດສັນໃຫ້ໂຄງການປະເພດຫ້າບໍ່ຫລຸດ 60% ຂອງທຶນທີ່ໄດ້ຮັບທັງໝົດ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...