spot_img
Homeຂ່າວເຫດການປະດັບຫລຽນໄຊມິດຕະພາບໃຫ້ປະທານສະມາຄົມມິດຕະພາບ ສ.ເກົາຫລີ-ລາວ

ປະດັບຫລຽນໄຊມິດຕະພາບໃຫ້ປະທານສະມາຄົມມິດຕະພາບ ສ.ເກົາຫລີ-ລາວ

Published on

DSC_0031 lao-kaoli 2

 

DSC_0031 lao-kaoli 1

ຂປລ, ໃນວັນທີ16 ທັນວາ 2015 ຢູ່ນະຄອນຫລວງວຽງຈັນ ທ່ານນາງ ດຣ. ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ປະດັບຫລຽນໄຊມິດຕະພາບໃຫ້ທ່ານ ໂອ ມອງຮວນ(Oh myung hwan)ປະທານສະມາ ຄົມມິດຕະພາບ ສ ເກົາຫລີ-ລາວ ແລະ ຫລຽນກາມິດຕະພາບ ໃຫ້ແກ່ຄະນະດັ່ງກ່າວ ເພື່ອເປັນການຍ້ອງຍໍສັນລະເສີນ ໃຫ້ແກ່ສະມາຄົມດັ່ງກ່າວ ທີ່ໄດ້ປະກອບສ່ວນສະໜັບສະໜຸນ ຊ່ວຍເຫລືອລາວ ຕະຫລອດໄລຍະຜ່ານມາ ໂດຍການຂົນຂວາຍ ທືນຊ່ວຍເຫລືອໃຫ້ແກ່ດ້ານການສຶກສາ ແລະ ສາທາ ນັບແຕ່ປີ 2009 ມາເຖິງປັດຈຸບັນ ມີມູນຄ່າຈຳນວນ 6 ແສນ ກວ່າໂດລາສະຫະລັດ ເຊິ່ງທຶນດັ່ງກ່າວ ໄດ້ນຳໃຊ້ເຂົ້າໃນການປູກສ້າງໂຮງຮຽນ, ຈັດຊື້ອຸປະ ກອນທາງການແພດ, ຢາປົວພະຍາດ ແລະ ອື່ນໆ, ນອກນີ້ ສະມາຄົມມິດຕະພາບ ສ ເກົາຫລີ-ລາວ ຍັງ ໄດ້ມີການໂຄ ສະນາການທ່ອງທ່ຽວລາວ ຢູ່ ສ ເກົາຫລີ ອັນໄດ້ເຮັດໃຫ້ນັກທ່ອງທ່ຽວ ສ ເກົາຫລີ ເດີນທາງເຂົ້າມາທ່ອງທ່ຽວລາວ ນັບມື້ນັບເພີ່ມຂຶ້ນ ກໍຄື ໄດ້ເຊີນຊວນ ນັກທຸລະກິດ ສ ເກົາຫລີໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ເພີ່ມຫລາຍຂຶ້ນ.

ທ່ານນາງ ດຣ. ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫລືອຂອງສະມາຄົມມິດຕະພາບ ສ ເກົາຫລີ-ລາວ ທີ່ໄດ້ປະກອບສ່ວນຊ່ວຍເຫລືອ ສປປລາວ ຕະຫລອດໄລຍະຜ່ານມາ ອັນໄດ້ເປັນການປະກອບສ່ວນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ-ການລົງທຶນ ຢູ່ ສປປ ລາວ ກໍຄື ເປັນການສົ່ງເສີມສາຍພົວພັນມິດຕະ ພາບ ລາວ – ສ ເກົາຫລີ ໃຫ້ນັບມື້ນັບແໝ້ນແຟ້ນ ຍິ່ງຂຶ້ນ.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...