Homeຂ່າວການພັດທະນາແພດທະຫານລາວ-ຫວຽດນາມຮ່ວມແລກປ່ຽນບົດຮຽນດ້ານວິຊາການ

ແພດທະຫານລາວ-ຫວຽດນາມຮ່ວມແລກປ່ຽນບົດຮຽນດ້ານວິຊາການ

Published on

lao-viet hospital 5

ກອງ​ປະຊຸມ​ວິທະຍາສາດ​ການ​ແພດ​ຄັ້ງທີ 4 ຂອງ​ແພດ​ທະຫານລາວ-ຫວຽດນາມ ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 14 ທັນວາ​ນີ້ຢູ່​ໂຮງໝໍ 103 ຂອງ​ກອງທັບ​ປະຊາຊົນ​ລາວທີ່​ນະຄອນຫລວງ​ວຽງ​ຈັນ, ຝ່າຍ​ລາວ​ນຳ​ໂດຍ​ທ່ານພົນ​ຈັດຕະວາ ພູ​ວົງ ວົງ​ພົມ ຫົວໜ້າ​ກົມ​ໃຫຍ່​ພະລາທິການ​ກອງທັບ​ປະຊາຊົນ​ລາວ, ຝ່າຍ​ຫວຽດນາມ​ນຳ​ໂດຍພົນ​ຕີ ຫວູ ກວັກ​ບິງ ຫົວໜ້າ​ກົມ​ການ​ແພດກອງທັບ​ປະຊາຊົນ​ຫວຽດນາມພ້ອມ​ຄະນະ​ຜູ້​ແທນ​ກ່ຽວຂ້ອງ​ສອງ​ຝ່າຍ​ເຂົ້າຮ່ວມ​ຫລາຍ​ກວ່າ 200ຄົນ.

ທ່ານພັນ​ເອກ ດຣ. ຄຳ​ແພງ ພູ​ມາ​ແກ້ວ ອຳນວຍ​ການ​ໂຮງໝໍ 103 ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ວິ​ທະຍາ​ສາດ​ຄັ້ງນີ້​ສຸດ​ທີ່​ສຳຄັນ ​ເຊິ່ງ​ໄດ້ຈັດ​ຂຶ້ນພໍດີ​ກັບ​ວັນ​ຄົບຮອບ 10 ປີ ​ແຫ່ງ​ການ​ແຮກສ່ຽວ​ລະຫວ່າງ​ໂຮງໝໍ

103 ​ແລະ 108 ກອງທັບ​ຫວຽດນາມ ​ເພື່ອ​ແນ​ໃສ່​ແລກປ່ຽນ​ບົດຮຽນ​ດ້ານ​ວິຊາ​ການ​ກ່ຽວ​ກັບ​ການຜ່າຕັດ, ການ​ປິ່ນປົວ​ພະຍາດ​ຂອງ​ຂະ​ແໜງ​ພາຍ​ໃນ ​ແລະ ພາຍ​ນອກ ​ແລະ ອື່ນໆ ​ເຊິ່ງ​ໃນ​ນັ້ນ​ໄດ້​ລົງ​ເລິກ​ໃນ​ການ​ແນະນຳ​ເຕັກ​ນິກການກວດ ​ແລະ ປິ່ນປົວ​ພະຍາດ​ທີ່​ທັນ​ສະ​ໄໝ ​ເຊິ່ງຈະ​ນຳ​ເອົາ​ຜົນ​ປະ​ໂຫຍ​ດຢ່າງ​ຫລວງ ຫລາຍ​ມາ​ໃຫ້​ແກ່​ການ​ບໍລິການ​ປິ່ນປົວ​ຂອງ​ໂຮງໝໍ​ທະຫານ​ພວກ​ເຮົາ​ໃນ​ອະນາຄົດ.

ທ່ານພົນຕີ ສຈ. ດຣ. ມາຍ ​ຮົງ​ບັງ ອຳນວຍ​ການ​ໃຫຍ່​ໂຮງໝໍ 108 ກອງທັບ​ຫວຽດນາມ ​ໄດ້​ມີ​ຄຳ​ເຫັນ​ໃນ​ກອງ​ປະຊຸມ​ວິທະຍາສາດ​ສຳຄັນ​ດັ່ງກ່າວ​ວ່າ: ກອງ​ປະຊຸມ​ຄັ້ງນີ້, ຄະນະ​ຮັບຜິດຊອບ​ໄດ້​ຄັດ​ເລືອກ​ເອົາ​ບົດ​ລາຍ​ງານ​ວິທະຍາສາດ​ການ​ແພດ​ຈຳນວນ 17 ຫົວ​ຂໍ້​ພົ້ນ​ເດັ່ນ ​ເພື່ອ​ເຂົ້າລາຍ​ງານ ​ແລະ ​ໃນ​ນັ້ນກໍ​ມີ​ຫລາຍ​ຫົວ​ຂໍ້​ທີ່​ໄດ້​ລົງ​ພິມ​ໃນ​ວາລະສານ​ວິທະຍາສາດ​ການ​ແພດ​ມາ​ແລ້ວ ​ແລະ ກອງ​ປະຊຸມ​ດັ່ງກ່າວ​ຈະ​ເປັນ​ໂອກາດ ​ແລະ ​ເງື່ອນ​ໄຂ​ສຳຄັນ​ໃຫ້​ແກ່​ຄະນະ​ແພດ​ສອງ​ຝ່າຍ​ໄດ້​ຮ່ວມ​ແລກປ່ຽນ​ບົດຮຽນ ​ແລະ ປະສົບ​ການ​ຕ່າງໆ​ທາງ​ດ້ານ​ການ​ແພດກໍ​ຄື​ການຄົ້ນຄວ້າ​ວິທະຍາສາດ​ການ​ແພດ​ຂອງ​ຕົນ ​ແລະ ຈະ​ຊ່ວຍ​ໃຫ້​ບັນດາ​ແພດ​ໝໍ​ໃນ​ສອງ​ໂຮງໝໍ​ດັ່ງກ່າວ​ໄດ້​ຍົກ​ສູງ​ຄຸນ​ນະພາ​ບການ​ປິ່ນປົວ ​ແລະລະດັບ​ການ​ບໍລິການ​ຂອງ​ຕົນ​ດີ​ຂຶ້ນ ​ເພື່ອ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ວຽກ​ງານ​ສາ ທາລະນະ​ສຸກ​ຂອງ​ປະ​ເທດລາວ-ຫວຽດນາມນັບ​ມື້​ເຕີບ​ໃຫຍ່​ເຂັ້ມ​ແຂງ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...