Homeຂ່າວຕ່າງປະເທດຍອດການສົ່ງອອກສິນຄ້າຂອງ ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ເພີ່ມຂຶ້ນຕໍ່ເນື່ອງ!

ຍອດການສົ່ງອອກສິນຄ້າຂອງ ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ເພີ່ມຂຶ້ນຕໍ່ເນື່ອງ!

Published on

Untitled-1 400

ຂປລ. ​ຂ່າວສານ​ ຫວຽດນາມ, ​ເຈົ້າໜ້າ​ທ່ີ ຫ້ອງການ​ ອຸດສາຫະກຳ​ ການ​ຄ້າ ຫວຽດນາມ, ການ​ສົ່ງ​ອອກ​ສິນຄ້າ ຂອງ ນະຄອນຫລວງຮ່າ​ໂນ້ຍ ສືບ​ຕໍ່ ​ເພີ່ມ​ຂຶ້ນ​ ຢ່າງ​ຕໍ່​ເນື່ອງ ​ໃນ​ໄລຍະ ​ເດືອນ 5-8 ປີ 2015, ​ເຖິງ​ຢ່າງ​ ໃດ​ກໍ​ຕາມ, ການ​ສົ່ງ​ອອກ​ ດັ່ງກ່າວ ກໍ​ຍັງ​ຢູ່ ​ໃນ​ລະດັບ ຕ່່ຳ ​ເມື່ອ​ທຽບ​ໃສ່ ​​ເປົ້າ​ໝາຍຂອງ ແຜນການ​ ປີ 2015 ກຳນົດ​ໄວ້ 8-9%.

ບັນດາ ​ສິນຄ້າ ສົ່ງ​ອອກ ​ຕົ້ນຕໍ ​ໄປ​ຕ່າງ ປະ​ເທດ​ ແມ່ນ ​ຂະ​ແໜງ​ ​ເສື້ອ​ຜ້າ​ ອາພອນ ​ເພີ່ມ​ຂຶ້ນ 15,3%, ຜະລິດ​ຕະພັນ ​​ເກີບ  ​ແລະ ອື່ນໆ ​ເມື່ອ​ທຽບ​ໃສ່ ​ປີຜ່ານມາ. ຮ່າ​ໂນ້ຍ ຖື​ເປັນ ​ເຂ​ດ ທ່ີ​ມີ​ ການ​ລົງທຶນ​ ຕ່າງປະ​ເທດ (FDI) ບັນລຸ 5.052 ລ້ານ​ໂດ​ລາ​ ສະຫະລັດ, ກວມ​ເອົາ 49,5% ຂອງ ຍອດ​ມູູນຄ່າ ການ​ສົ່ງ​ອອກ ສິນຄ້າ​ ໃນ​ທົ່ວ​ ນະຄອນ​ ຫລວງຮ່າ​ໂນ້ຍ, ​ເພີ່ມ​ຂຶ້ນ 3,8% ​ເມື່ອ​ທຽບ​ໃສ່ ປີ 2014.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...