spot_img
Homeຂ່າວການພັດທະນາທ່ານຮອງເຈົ້າຄອງ ນ.ວ ລົງຊີ້ນຳ ແລະ ສຳຫຼວດດິນປຸກສ້າງ ສູນສັງຄົມສົງເຄາະ

ທ່ານຮອງເຈົ້າຄອງ ນ.ວ ລົງຊີ້ນຳ ແລະ ສຳຫຼວດດິນປຸກສ້າງ ສູນສັງຄົມສົງເຄາະ

Published on

5696e8835247b6a82f88dc892bb27ea3

ໃນ​ທ້າຍ​ອາທິດ​ຜ່ານ​ມາ ທ່ານ ສາຍທອງ ແກ້ວ​ດວງ​ດີ ຮອງ​ເຈົ້າຄອງ​ນະຄອນຫຼວງ​ວຽງ​ຈັນ ໄດ້​ລົງຢ້ຽມຢາມ ແລະ ຊີ້​ນຳ​ວຽກ​ງານການ​ປັບປຸງ​ແກ້​ໄຂ​ ບັນຫາ​ຄົນ​ຂໍທານ ບ້າ​ໃບ້-ເສຍ​ຈິດ ແລະ ເດັກດ້ອຍ​ໂອກາດ ທີ່​ສູນ​ເຝີກ​ອົບຮົມ-ປິ່ນປົວ​ຜູ້​ຕິດ​ຢາ​ເສບ​ຕິດ ຢູ່​ທີ່​ເມືອງໄຊ​ເຊດ​ຖາ ນະຄອນຫຼວງ​ວຽງຈັນ ໂດຍ​ມີ​ທ່ານ​ນາງ ດຳ​ດວນ ຈັນທະ​ວົງ ຫົວໜ້າ​ພະ​ແນກແຮງງານ ແລະ ສະຫວັດດີ​ການ-ສັງຄົມ (​ຮສສ) ນວ ພ້ອມ​ດ້ວຍພະນັກ​ງານ-ວິຊາ​ການ​ກ່ຽວຂ້ອງ ໃຫ້ການ​ຕ້ອນຮັບ.

ໂອກາດ​ດັ່ງ​ກາວ ທ່ານ​ນາງ ດຳ​ດວນ ຈັນທະ​ວົງ ກໍ່​ໄດ້​ລາຍງານ​ສະພາບ​ການຈັດຕັ້ງ​ປະຕິບັດ ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ຄົນ​ຂໍທານ ບ້າ​ໃບ້-ເສຍ​ຈິດ ແລະ ເດັກບໍ່​ມີ​ຜູ້​ປົກຄອງຂອງ​ສູນ​ເຝີກ​ອົບຮົມ ແລະ ປິ່ນປົວ​ຜູ້​ຕິດ​ຢາ​ເສບ​ຕິດ ນວ ໄລຍະ​ສົກ​ປີຜ່ານມາ​ໃຫ້ທ່ານ​ຮອງ​ເຈົ້າ​ຄອງ​ຊາບ​ໂດຍ​ສັງເຂບ ເຊິ່ງ​ເຫັນ​ວ່າ​ປັດຈຸບັນ​ໃນສູນ​ເຝີກ​ອົບຮົມ​ດັ່ງກ່າວ​ ແມ່ນ​ມີຄົນ​ຂໍທານ ທັງ​ໝົດ 71 ຄົນ ຍິງ 19 ຄົນ ເປັນ​ຄົນ​ຕ່າງ​ແຂວງ 12 ແລະ ຍິງ 2 ຄົນ ຜ່ານ​ການ​ລົງຕິດ​ກວດກາ​ຕົວ​ຈິງ​ຍັງ​ໄດ້​ພົບ​ເຫັນເປົ້າ​ໝາຍ​ຈຳນວນ 203 ຄົນ ຍິງ 71 ຄົນ ໃນ​ນັ້ນ​ໄດ້​ສຶກ​ສາ​ອົບຮົມກັບ​ທີ່ 27 ຍິງ 11 ຄົນ ສົ່ງ​ເຂົ້າ​ສູນ 176 ຄົນ ຍິງ 60 ຄົນ ແລະ ສົ່ງ​ກັບ​ຄືນ​ສູ່​ທ້ອງຖິ່ນ​ເດີມ 95 ຄົນ ຍິງ 38 ຄົນ ເພື່ອ​ກັບ​ໄປຊອກ​ຫາ​ວຽກ​ເຮັດ​ງານ​ທຳ ແລະ ປະກອບ​ອາຊີບ​ຢູ່​ທ້ອງຖິ່ນ​ຂອງຕົນ ພ້ອມ​ນັ້ນ ທ່ານ​ຮອງ​ເຈົ້າ​ຄອງ ກໍ່​ໄດ້​ໃຫ້​ທິດ​ຊີ້​ນຳ​ຕໍ່​ການ​ແກ້​ໄຂບັນຫາ ແລະ ການຈັດຕັ້ງ​ປະຕິບັດ​ກ່ຽວ​ກັບ​ການ​ປັບປຸງ ແກ້​ໄຂ ວຽກ​ງານ​ດັ່ງ​ກາວ ເປັນຕົ້ນແມ່ນ ການ​ເຝິກ​ອົບ​ວິຊາ​ຊີບ ການ​ຈັດຫາ​ວຽກ​ເຮັດ​ງານ​ທຳ ແລະ ອື່ນໆ ເພື່ອ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່ຂອງ​ເຂົາເຈົ້າ​ດີ​ຂຶ້ນ.

ຈາກ​ນັ້ນ ໄດ້​ເດີນທາງ​ໄປ​ສຳຫຼວດ​ດິນ​ປຸກ​ສ້າງ​ ສູນ​ເຝີກ​ອົບຮົມ ແລະ ປິ່ນປົວ​ຜູ້​ຕິດ​ຢາ​ເສບ​ຕິດ ນວ ຫຼັງ​ໃໝ່ ຢູ່​ບ້ານ​ເພຍ​ລາດ ເມືອງສັງ​ທອງ ທີ່​ຈະ​ເປັນ​ບ່ອນ​ດຳເນີນການ​ກໍ່ສ້າງ 4 ໂຄງການຄື: ໂຄງການ​ປິ່ນປົວ ແລະ ເຝິກ​ອົບ​ຮົບ​ຄົນບ້າ​ໃບ້-ເສຍ​ຈິດ ສູນ​ເຝີກ​ອົບຮົມ ຄົນ​ຂໍທານ ເດັກ​ດ້ອຍ​ໂອກາດ ແລະ ໂຄງ​ການບ້ານ​ຜູ້​ເຖົ້າ​ປ່ຽວ ພອຍ ນວ ຈຳນວນ 4 ເຮັກຕາ ເຊິ່ງ​ຄາດ​ວ່າຈະ​ໃຫ້​ເລີ່ມ​ຈັດ​ຕັ້ງປະຕິບັດ ໃນ​ຕົ້ນ​ປີ 2016 ເພື່ອເປັນ​ສະຖານທີ່​ຮອງ​ຮັບ ແລະ ແກ້ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ຈຳນວນຄົນ​ດ້ອຍ​ໂອກາດ​ໃນ​ອະນາຄົດ ເນື່ອງ​ຈາ​ກວ່າ​ສູນ​ເຝີກ​ອົບຮົມ​ຫຼັງເກົ່າ​ນັ້ນ​ ແມ່ນ​ເປັນ​ສະຖານທີ່​ຄັບແຄບ ແລະ ບໍ່​ພຽງ​ກັບ​ຄວາມຮຽກຮ້ອງ​ຕ້ອງການ​ໃນ​ຫຼາຍດ້ານ ຈຶ່ງ​ມີ​ຄວາມ​ຈຳເປັນ​ຈະຕ້ອງ​ໄດ້​ສ້າງ​ສູນ​ຫຼັງ​ໃໝ່ ເພື່ອ​ແກ້ໄຂ​ບັນຫາ​ປາກົດການ​ຫຍໍ້ທໍ້ຕ່າງໆ ໂດຍ​ສະເພາະແມ່ນ​ຄົນ​ຂໍທານ​ໃນ​ສັງຄົມ ເວົ້າ​ລວມ​ເວົ້າ​ສະເພາະ​ຢູ່ ນວ ໃຫ້​ຫຼຸດ​ໜ້ອຍ​ຖອຍລົງ ແລະ ໝົດ​ໄປ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...