spot_img
Homeຂ່າວພາຍ​ໃນກອງປະຊຸມໃຫຍ່ຄັ້ງທີ III ອົງຄະນະພັກ ສູນກາງສະຫະພັນກຳມະບານລາວ

ກອງປະຊຸມໃຫຍ່ຄັ້ງທີ III ອົງຄະນະພັກ ສູນກາງສະຫະພັນກຳມະບານລາວ

Published on

4-1

ກອງປະຊຸມໃຫຍ່ ຄັ້ງ ທີ III ຂອງອົງຄະນະພັກ ສູນ ກາງສະຫະພັນກຳມະບານ ລາວ ໄດ້ໄຂຂຶ້ນຢ່າງເປັນທາງ ການ ເມື່ອບໍ່ດົນຜ່ານມານີ້ ທີ່ຫ້ອງປະຊຸມຂອງສະຫະພັນ ດັ່ງກ່າວ ພາຍໃຕ້ການເປັນ ປະທານຂອງ ສະຫາຍ ປ້ານ ນ້ອຍມະນີ ກຳມະການສູນ ກາງພັກ ເລຂາຄະນະພັກ ປະທານສູນກາງສະຫະພັນກຳ ມະບານລາວ ໂດຍການໃຫ້ ກຽດເຂົ້າຮ່ວມຂອງສະຫາຍ ດຣ. ບຸນປອນ ບຸດຕະນະວົງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຊຶ່ງມີສະມາຊິກສົມບູນ 56 ສະຫາຍ, ຍິງ 23 ສະຫາຍ, ສຳຮອງ 6 ສະຫາຍ, ຍິງ 1 ສະຫາຍ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ດຳ ເນີນໄປເປັນເວລາ 1 ວັນ ຊຶ່ງ ກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າ ພິຈາລະນາຮັບຮອງເອົາບັນ ຫາສຳຄັນທີ່ຈະໄດ້ພ້ອມກັນ ສັງເກດຕີລາຄາ ແລະ ພິຈາ ລະນາຮັບຮອງເອົາຮ່າງບົດ ລາຍງານການເມືອງຂອງຄະນະພັກສູນກາງສະຫະພັນກຳມະບານລາວ ໃນການຈັດຕັ້ງ ປະຕິບັດ ມະຕິກອງປະຊຸມ ໃຫຍ່ຄັ້ງທີ II ໃນໄລ ຍະ 5 ປີ ຜ່ານມາ ທີ່ສາມາດໄດ້ຜົນສຳ ເລັດ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນ ໄດ້. ພ້ອມກັນນັ້ນ ໄດ້ກຳນົດ ທິດທາງການເຄື່ອນໄຫວ ແລະ ຄາດ ໝາຍສູ້ຊົນວຽກງານແຕ່ ລະດ້ານໃນຕໍ່ໜ້າ (2016- 2020), ກອງປະຊຸມໄດ້ຜ່ານ ແລະ ຮັບຮອງເອົາຮ່າງບົດສຳຫຼວດຂອງຄະນະພັກໃນການຊີ້ ນຳໆພາໃນໄລ ຍະຜ່ານ ມາ.
ກອງປະຊຸມຍັງໄດ້ປ່ອນ ບັດເລືອກຕັ້ງເອົາຄະນະພັກ ສູນກາງສະຫະພັນກຳມະບານ ລາວຊຸດໃໝ່ ຊຶ່ງມີຜູ້ສະໝັກ 10 ສະຫາຍ, ເລືອກເອົາ 7 ສະຫາຍ. ກອງປະຊຸມຄັ້ງ ປະຖົມມະລືກໄດ້ເປັນເອກະສັນເລືອກເອົາ ສະຫາຍ ປ້ານ ນ້ອຍມະນີ ເປັນເລຂາຄະນະພັກ, ສະຫາຍ ສີມູນ ອຸ່ນລາສີ ເປັນຮອງເລຂາພັກ, ສະຫາຍ ຕົງເຢ ຢາງ ຢົງເຊັງ ເປັນປະທານກວດກາ ແລະ ເລືອກເອົາສະຫາຍ ວັນນາ ດວງພະຈັນ, ສະຫາຍນາງ ອາລີ ວົງໜໍ່ບຸນທຳ, ສະຫາຍ ພົມມາ ເທບພະວົງ, ສະຫາຍ ນາງ ຈົງຈິດ ວົງສາ ເປັນຮອງປະທານກວດກາ.
ໂອກາດດັ່ງກ່າວ, ສະຫາຍ ດຣ. ບຸນປອນ ບຸດຕະນະວົງ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ຊຶ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ອົງຄະນະພັກສູນກາງສະຫະພັນກຳມະບານລາວຍາດມາ ໄດ້ໃນໄລຍະຜ່ານມາ ແລະ ເພື່ອເປັນການຊີ້ທິດເຍືອງທາງ ວຽກງານໃນຕໍ່ໜ້າໃຫ້ມີໝາກຜົນ ສຳເລັດດີຂຶ້ນເປັນກ້າວໆ, ສະຫາຍໄດ້ເນັ້ນໜັກບາງບັນຫາ ທີ່ສຳຄັນຕໍ່ກອງປະຊຸມໃຫຍ່ ຊຶ່ງເປັນບ່ອນອີງໃຫ້ແກ່ການຊີ້ ນຳໆພາວຽກງານຂອງຄະນະພັກຊຸດໃໝ່ ແລະ ການຈັດຕັ້ງ  ປະຕິບັດໜ້າທີ່ວຽກງານຂອງ ສະມາຊິກພັກໃນຕໍ່ໜ້າໃຫ້ ເອົາໃຈໃສ່ໃນການປັບປຸງກໍ່ສ້າງ ແລະ ຍົກສູງຄວາມສາມາດນຳພາ ແລະ ເຊີດຊູບົດບາດຂອງ ຕົນໃຫ້ສູງຂຶ້ນ, ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ, ລັກສະນະຕໍ່ສູ້ນຳໜ້າຂອງພັກ, ເຊື່ອມຊຶມກຳແໜ້ນ 4 ບຸກທະລຸ, ເອົາໃຈໃສ່ນຳພາກໍ່ສ້າງຖັນແຖວຊົນ ຊັ້ນກຳ ມະກອນ ແລະ ຊາວຜູ້ອອກແຮງ ງານລາວໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງ ທັງດ້ານກຳລັງ ກາຍ, ສະຕິປັນຍາ ແລະ ສີມື ແຮງງານທີ່ມີຄຸນນະພາບຢ່າງ ແທ້ຈິງ ເພື່ອ ກາຍເປັນກຳລັງ ການຜະລິດທີ່ມີເຕັກນິກ-ວິທະຍາສາດເປັນກຳລັງແຮງຍຸດ ທະສາດຂອງພັກ ແລະ ຂອງ ຊາດ ເປັນກຳລັງຫຼັກແຫຼ່ງໃຫ້ ແກ່ການຫັນປະເທດເຮົາ ເປັນ ປະເທດອຸດສາຫະກຳ ແລະ ທັນສະໄໝ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...