spot_img
Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ສ.ເກົາຫຼີ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ນາຍົກລັດຖະມົນຕີ ສ.ເກົາຫຼີ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

Published on

1-1 1-2 1-3

ໂດຍຕອບສະໜອງ ຕາມການເຊື້ອເຊີນຂອງພະນະ ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ຮາງ ຄຽວ ອານ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ເກົາຫຼີ ພ້ອມດ້ວຍຄະນະ ໄດ້ເດີນທາງ ຢ້ຽມຢາມ ສປປ ລາວ ຢ່າງ ເປັນທາງການ ໃນລະຫວ່າງວັນ ທີ 13-15 ທັນວາ 2015. ພິທີຕ້ອນຮັບຢ່າງເປັນທາງການໄດ້ ຈັດຂຶ້ນຢ່າງສົມກຽດທີ່ຫ້ອງວ່າ ການລັດຖະບານ ໃນວັນທີ 14 ທັນວານີ້, ຫຼັງຈາກນັ້ນນາຍົກ ທັງສອງປະເທດໄດ້ເຂົ້າ ຮ່ວມ ການພົບປະຊຶ່ງທັງສອງຝ່າຍ ໄດ້ທົບທວນຄືນກ່ຽວກັບການ ຈັດຕັ້ງປະຕິບັດວຽກງານພົວພັນ ແລະ ຮ່ວມມືສອງຝ່າຍໃນ ໄລຍະຜ່ານມາ ຊຶ່ງສອງຝ່າຍ ໄດ້ຕີລາຄາ ສູງຕໍ່ສາຍພົວພັນ ມິດຕະພາບ ແລະ ການຮ່ວມ ມືທີ່ໄດ້ຮັບການສືບຕໍ່ຂະຫຍາຍ ຕົວຢ່າງຕໍ່ເນື່ອງ ຊຶ່ງສະແດງອອກ ໃນການແລກປ່ຽນການ ຢ້ຽມຢາມລະດັບສູງ ຊຶ່ງກັນ ແລະ ກັນຕະຫຼອດມາ ຊຶ່ງເຫດ ການທີ່ພົ້ນເດັ່ນແມ່ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງ ການຂອງພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ ເມື່ອປີ 2013 ຜ່ານມາ ຊຶ່ງຖືເປັນຂີດໝາຍ ທີ່ສຳຄັນໃນການຍົກລະດັບ ການພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ. ສອງ ຝ່າຍສະແດງຄວາມເພິ່ງພໍໃຈ ທີ່ເຫັນວ່າຕະຫຼອດໄລຍະ 20 ປີ ການພົວພັນຂອງສອງປະເທດ ໄດ້ຮັບການສົ່ງເສີມໃຫ້ມີການ ເຕີບໃຫຍ່ຂຶ້ນຢູ່ເລື້ອຍໆ. ນອກຈາກນັ້ນ ສອງຝ່າຍຕີລາຄາສູງ ທີ່ເຫັນວ່າ ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ແມ່ນຢູ່ໃນທ່ວງທ່າ ທີ່ຂະຫຍາຍຕົວໄວພໍສົມຄວນ. ປະຈຸບັນ ສ.ເກົາຫຼີ ຈັດຢູ່ໃນອັນ ດັບ 6 ຂອງຕ່າງປະເທດທີ່ລົງທຶນຢູ່ທີ່ ສປປ ລາວ ລວມມູນຄ່າ 800 ກວ່າລ້ານໂດລາສະຫະລັດ, ປະກອບມີ 257 ໂຄງການ. ໃນປີ 2015 ສອງຝ່າຍສາມາດ ບັນລຸໂຕ ເລກການຄ້ານຳກັນໄດ້ 199 ລ້ານໂດລາສະຫະລັດ. ໃນນັ້ນ, ສປປ ລາວ ສົ່ງ ອອກໄປ ສ.ເກົາຫຼີ 12 ລ້ານ ໂດລາສະຫະລັດ ແລະ ນຳເຂົ້າ ຈາກ ສ.ເກົາຫຼີ 187 ລ້ານໂດ ລາສະຫະລັດ, ສຳລັບການ ຮ່ວມມືດ້ານການທ່ອງທ່ຽວກໍມີ ການຂະຫຍາຍຕົວດີ ຊຶ່ງນັບ ແຕ່ປີ 2007-2014 ມີຈຳນວນ  292.776 ເທື່ອຄົນ, ສະເພາະໃນປີ 2014 ມີທັງໝົດ 96.085 ຄົນ ແລະ ໃນໄລຍະ 6 ເດືອນ ຕົ້ນປີ 2015 ມີ 86.088 ຄົນ, ເພີ່ມຂຶ້ນ 72% ທຽບໃສ່ໄລຍະ ດຽວກັນຂອງປີ 2014. ອັນສຳຄັນແມ່ນສອງຝ່າຍ ສະແດງ ຄວາມເພິ່ງພໍໃຈຕໍ່ຄວາມຄືບ ໜ້າໃນການຮ່ວມມື ແລະ ຈັດຕັ້ງປະຕິບັດບັນດາໂຄງການ ຊ່ວຍເຫຼືອເພື່ອການພັດທະນາຂອງ ສ.ເກົາຫຼີ ຢູ່ ສປປ ລາວ ຊຶ່ງເຫັນ ໄດ້ວ່າ ສ.ເກົາຫຼີ ໄດ້ເອົາໃຈໃສ່ ແລະ ໃຫ້ການ ຊ່ວຍເຫຼືອ ເພື່ອການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ຕະຫຼອດມາ, ປະຈຸບັນ ສ.ເກົາຫຼີ ຖືເປັນປະ ເທດອັນ ດັບຕົ້ນໆຂອງບັນດາປະເທດທີ່ ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ແລະ ການຊ່ວຍເຫຼືອດັ່ງ ກ່າວນັ້ນ ແມ່ນໄດ້ເພີ່ມຂຶ້ນທຸກ ປີ, ສະເລ່ຍປະມານປີລະ 10- 12 ລ້ານໂດລາ ສະຫະລັດຕໍ່ປີ. ນອກຈາກການຊ່ວຍເຫຼືອ ແລ້ວ ສ.ເກົາຫຼີ ຍັງໄດ້ອະນຸມັດ ເງິນກູ້ຢືມດອກເບ້ຍຕ່ຳໃຫ້ແກ່ ລັດຖະບານ ແຫ່ງ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງ ປະຕິບັດແຜນງານພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ອີກດ້ວຍ ໃນໂອກາດຢ້ຽມຢາມຄັ້ງນີ້ ສອງຝ່າຍຍັງໄດ້ເປັນເອກະພາບ ແລະ ລົງນາມເອກະສານຮ່ວມກັນ ທັງ ໝົດ 2 ສະບັບ ເພື່ອເປັນບ່ອນອີງໃຫ້ແກ່ການພົວພັນຮ່ວມມືໃນຕໍ່ໜ້າເຊັ່ນ: ບົດບັນທຶກຊ່ວຍຈຳວ່າ ດ້ວຍໂຄງການຊ່ວຍເຫຼືອ ເພື່ອ ການພັດທະນາ (ODA) ສຳ ລັບປີ 2016 ລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ສ.ເກົາຫຼີ, ໂຄງການ ເງິນກູ້ດອກເບ້ຍຕ່ຳຈາກກອງ ທຶນຮ່ວມມື ເພື່ອການພັດທະນາເສດຖະກິດຂອງ ສ.ເກົາ ຫຼີ (EDCF) ສຳລັບສົກປີ 2016-2019, ໂຄງການເຊໂປນ 3.
ນອກຈາກນັ້ນແລ້ວ, ທັງ ສອງຝ່າຍຍັງໄດ້ແລກປ່ຽນຄຳ ຄິດຄຳເຫັນກ່ຽວກັບບັນຫາທີ່ ພົ້ນເດັ່ນຂອງສາກົນ ແລະ ພາກ ພື້ນທີ່ມີຄວາມສົນໃຈຮ່ວມກັນ ອີກດ້ວຍ.
ສຸດທ້າຍ, ພະນະທ່ານ ທອງສິງ ທຳມະວົງ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວໄດ້ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ກ່າວສະແດງ ຄວາມຮູ້ບຸນຄຸນ ແລະ ຂອບໃຈ ຢ່າງຈິງໃຈຕໍ່ການຊ່ວຍເຫຼືອອັນ ມີປະສິດທິຜົນຂອງລັດຖະ ບານ ແລະ ປະຊາຊົນ ສ.ເກົາ ຫຼີ ໃນການພັດທະນາພື້ນຖານ ໂຄງລ່າງເສດຖະກິດ ແລະ ສັງ ຄົມຕໍ່ ສປປ ລາວ ໃນໄລຍະ ຜ່ານມາ. ພ້ອມທັງອວຍພອນ ໃຫ້ທ່ານນາຍົກລັດຖະມົນຕີ ແຫ່ງ ສ.ເກົາຫຼີ ມີພະລານາໄມ ສົມບູນ, ມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳ ເລັດໃນໜ້າ ທີ່ວຽກງານອັນສູງສົ່ງ.
ໃນວັນດຽວກັນ, ພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ, ພະນະທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດໄດ້ຕ້ອນຮັບພະນະທ່ານ ຮາງ ຄຽວ ອານ ນາຍົກລັດຖະມົນຕີແຫ່ງສາ ທາລະນະລັດ ເກົາຫຼີພ້ອມຄະ ນະ ໃນໂອກາດເດີນທາງມາ ຢ້ຽມຢາມ ສປປ ລາວ ຕາມ ຄຳເຊີນຂອງພະນະທ່ານນາ ຍົກລັດຖະມົນຕີ .
ໃນໂອກາດຕ້ອນຮັບພະ ນະທ່ານນາຍົກລັດຖະມົນຕີ ແຫ່ງ ສ.ເກົາ ຫຼີ ພ້ອມຄະນະ ໃນຄັ້ງນີ້ຜູ້ນຳເຮົາໄດ້ຕີລາຄາ ສູງ ແລະ ສະແດງຄວາມເພິ່ງ ພໍໃຈຕໍ່ສາຍພົວພັນ ແລະ ການ ຮ່ວມມືອັນດີງາມລະຫວ່າງ ສອງປະເທດທີ່ໄດ້ຮັບການຂະ ຫຍາຍຕົວ ແລະ ແຕກດອກ ອອກຜົນຕົວຈິງ ຊຶ່ງມັນໄດ້ສະ ແດງອອກການແລກປ່ຽນຢ້ຽມ ຢາມຂອງການນຳຂັ້ນສູງຢ່າງ ເປັນປົກກະຕິອັນໄດ້ສ້າງຄວາມ ເຊື່ອໝັ້ນ ແລະ ຄວາມເຂົ້າອົກ ເຂົ້າໃຈກັນຫຼາຍຂຶ້ນກວ່າເກົ່າ.
ການພົວພັນຮ່ວມມືດ້ານ ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ດ້ານອື່ນໆ ລ້ວນແຕ່ມີການຂະຫຍາຍຕົວອັນໄດ້ນຳເອົາຜົນ ປະໂຫຍດ ຕົວຈິງມາ ສູ່ປະຊາຊົນລາວ ແລະ ສ.ເກົາຫຼີ ໂດຍ ສະເພາະປີນີ້ ເປັນປີທີ່ມີຄວາມ ໝາຍສຳຄັນ ເພາະເປັນປີແຫ່ງ ການສະເຫຼີມສະຫຼອງວັນສ້າງ ຕັ້ງສາຍພົວພັນທາງ ການທູດ ລະ ຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ຄົບຮອບ 20 ປີ. ປະຈຸບັນກໍມີຫຼາຍໂຄງການ ຮ່ວມມືຊ່ວຍເຫຼືອຈາກ ສ.ເກົາ ຫຼີ ໄດ້ຮັບການຈັດຕັ້ງປະຕິບັດ ເປັນຢ່າງດີ ໂດຍສະເພາະ ໂຄງການວຽກງານສຶກສາ, ສາທາລະນະສຸກ ແລະ ການພັດທະນາຊົນນະບົດ, ສ.ເກົາຫຼີ ຖືເປັນ ປະເທດອັນດັບຕົ້ນໆຂອງບັນດາປະເທດທີ່ໃຫ້ການຊ່ວຍເຫຼືອ ເພື່ອການ ພັດທະນາ (ODA) ແກ່ ສປປ ລາວ ແລະ ການ ຊ່ວຍເຫຼືອດັ່ງກ່າວນັ້ນໄດ້ເພີ່ມ ຂຶ້ນທຸກໆປີ ຊຶ່ງປະຈຸບັນມີ 8 ໂຄງການທີ່ໄດ້ຮັບການອະນຸມັດຈາກລັດຖະບານ ສ.ເກົາຫຼີ ແລະ ເຫັນໄດ້ວ່າບາງໂຄງການ ແມ່ນໄດ້ດຳເນີນການໄປແລ້ວ ແລະ ບາງໂຄງການກຳລັງຢູ່ໃນ ຂັ້ນຕອນພິຈາລະນາເງື່ອນໄຂ ຕ່າງໆ.
ຕອນທ້າຍຜູ້ນຳເຮົາຍັງ ໄດ້ກ່າວອວຍພອນໃຫ້ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ ພ້ອມຄະນະຈົ່ງປະສົບຜົນສຳເລັດ ໃນການເຄື່ອນໄຫວຢ້ຽມຢາມ ສປປ ລາວ ພ້ອມທັງ ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ຈົ່ງຈະເລີນງອກງາມຍິ່ງໆຂຶ້ນ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...