Homeຂ່າວພາຍ​ໃນກວ່າງໂຈວ ເອເວີລ໌ແກຣນດ໌ ຈະພົບກັບ ບາເຊໂລນາ ບານເຕະຊິງແຊມປ໌ສະໂມສອນໂລກ ຟີຟ່າ ຄລັບ ເວີລດ໌ ຄັບ 2015

ກວ່າງໂຈວ ເອເວີລ໌ແກຣນດ໌ ຈະພົບກັບ ບາເຊໂລນາ ບານເຕະຊິງແຊມປ໌ສະໂມສອນໂລກ ຟີຟ່າ ຄລັບ ເວີລດ໌ ຄັບ 2015

Published on

ການແຂ່ງຂັນບານເຕະ ຊິງແຊມປ໌ສະໂມສອນໂລກ ຟີຟ່າ ຄລັບ ເວີລດ໌ ຄັບ 2015 ທີ່ປະເທດຍີ່ປຸ່ນ ເປັນເກມເພຼອອຟ 2 ຄູ່ເພື່ອຫາທີມເຂົ້າສູ່ຮອບຮອງຊະນະເລີດ ຄັບ ອາເມລິກາ ທີມດັ່ງຈາກ ລີກແມັກຊິໂກ ແຊມປ໌ເຂດຄອນຄາເຄຟ ພົບກັບ ກວ່າງໂຈວ ເອເວີລ໌ແກຣນດ໌ ສຸດຍອດທີມຈາກລີກຈີນ ແຊມປ໌ ເອເອຟຊີ ແຊມປ້ຽນສ໌ ລີກໂດຍເກມນັດນີ້ ຄັບ ອາເມລິກາ ນຳກ່ອນ 1-0 ຈາກ ໂອຣິເບ້ ເປຣອນຕ້າ ໃນນາທີ 54 ແຕ່ທີມຈາກຈີນ ຍິງຄືນ 2 ລູກວດຈາກ ເຈີ້ງ ຫລົງ ນາທີ 80 ແລະ ເປົາລິນໂຍ່ ໃນນາທີ 90 ສົ່ງຜົນໃຫ້ ກວ່າງໂຈວ ແຊງຊະນະ 2-1 ຜ່ານເຂົ້າຮອບຕັດເຊືອກໄປພົບກັບ ບາເຊໂລນາ ແຊມປ໌ ຢູຟ່າ ແຊມປ້ຽນສ໌ ລີກ ຕໍ່ໄປ, ສ່ວນອີກຄູ່ໜື່ງ ມາເຊມເບ້ ທີມແຊມປ໌ຈາກກົດວີບອັຟຣິກາ ເສຍໃຫ້ ຊານເຟນຊ໌ ຮິໂຣຊິມ່າ ແຊມປ໌ເຈລີກ ແລະ ໃນຖານະທີມເຈົ້າພາບ 0-3 ສົ່ງຜົນໃຫ້ ຊານເຟນຊ໌ ຜ່ານເຂົ້າຮອບຮອງຊະນະເລີດໄປພົບກັບ ຣິເວີລ໌ເພຼດ ທີມດັ່ງຈາກລີກ ອາກຊັງຕິນ ໃນຖານະແຊມປ໌ສະໂມສອນເຂດອາເມລິກາໃຕ້

665070-01

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...