spot_img
Homeຂ່າວເຫດການເວທີປາໄສນັກທຸລະກິດໜຸ່ມອາຊຽນ+3 ຈັດຂຶ້ນ ຢູ່ຫວຽດນາມ

ເວທີປາໄສນັກທຸລະກິດໜຸ່ມອາຊຽນ+3 ຈັດຂຶ້ນ ຢູ່ຫວຽດນາມ

Published on

1_42116vvv 400

ຂປລ. ຕາມ​ຂ່າວ​ສານ ຫວຽດນາມ, ​ເວທີ​ປາ​ໄສ ນັກທຸລະກິດ​ໜຸ່ມ ​ອາ​ຊຽນ +3 ພາຍ​​ໃຕ້​ຫົວ​ຂໍ້​ວ່າ“ ນັກທຸລະກິດ ໜຸ່ມ ASEAN+3 ​ເພື່ອ​ກ້າວ ​ໄປ​ສູ່​ ການພັດທະນາ​ ແບບ​ຍືນ​ຍົງ”​ໄດ້​ຈັດ​ຂຶ້ນ ຢູ່ ນະຄອນ​​ໂຮ່ຈິ​ມິ​ງ (ຫວຽດນາມ) ນັບ​ແຕ່​ ວັນ​ທີ 12-14 ທັນວາ​ ​ໂດຍ​ມີ​ ຜູ້​ແທນ ນັກທຸລະກິດ, ຊາວ​ໜຸຸ່ມ ຈາ​ກ ອາ​ຊຽນ ​ແລະ ຄູ່​ຮ່ວມ​ມື ​ຂອງ ​ອາ​ຊຽນ ຫລາຍ​ກວ່າ 65 ຄົນ ​ເຂົ້າຮ່ວມ ອື່ນໆ​ ເຂົ້າ​ຮ່ວມ, ​ເຊິ່ງ​ແມ່ນ ຄະນະ ​ກຳມະການ ຊາວໜຸ່ມ ​ຫວຽດນາມ,  ຮ່ວມ​ກັບ ພາກສ່ວນ​ຕ່າງໆ ​ຂອງ ​ຫວຽດນາມ ຈັດ​ຂຶ້ນ ​ແນ​ໃສ່​ ສ້າງໂອກາດ ​ໃຫ້​ ບັນດາ ນັກທຸລະກິດໜຸ່ມ ​ແລກປ່ຽນ ຂ່າວສານ, ບົດ​ຮຽນ, ສະ​ເໜີ ​​ແນວ​ຄິດ​ ລິ​ເລີ່​ມ ກ່ຽວ​ກັບ ການ​ພັດ ທະນາ ວິ​ສາ​ຫະກິດ ​​ແບບຍືນ​ຍົງ, ກຳ​ນົດ ​ເປົ້າໝາຍ ​ແລະ ອື່ນໆ ​ເພື່ອ​ມຸ່ງ​ໄປ​ສູ່​ ການ​ພັດທະນາ​ ​ແບບ​ຍືນ​ຍົງ​ ໃນ​ພາກ​ພື້ນ ​ແລະ ​​ທົ່ວໂລກ.

ເວທີ​ປາ​ໄສ ຄັ້ງນີ້ ຍັງ​ເນັ້ນ ​ໜັກ​​ເຖິງ ຄວາມ​ສຳຄັນ ​ ກ່ຽວ​ກັບ ​ການ​ພັດທະນາ ພື້ນ​ຖານ ​ເສດຖະກິດ ​ໃນ​ພາກ​ພື້ນ​ ແບບ​ຍືນ​ຍົງ, ບົດ​ບາດ​ ຂອງ ນັກ ທຸລະກິດ​ໜຸ່ມ ​ໃນ​​ການເຄື່ອນ​ໄຫວ ປະຕິບັດ ບັນດາ ​ເປົ້າ​ໝາຍ​ ການ​ສ້າງ​ຕັ້ງ ປະຊາ​ຄົມ​ ເສດຖະກິດ​ ອາ​ຊຽນ ຢ່າງ​ຕັ້ງໜ້າ ​ເວົ້າສະ​ເພາະ ​ແລະ ການ​ປະ ກອບ ສ່ວນ ​ເຂົ້າ​ໃນ​ ການ​ສ້າງ ປະຊາ​ຄົມ ​ອາ​ຊຽນ​ ​ໃຫ້​ຈະ​ເລີ​ນ ​ເຕີບ​ໃຫຍ່​ຂຶ້ນ ​ແບບ​ຍືນ​ຍົງ ​ເວົ້າລວມ. ນອກຈາກ​ນັ້ນ, ​​ເວທີ​ປາ​ໄສ​ຄັ້ງ​ນີ້, ຄະນະ​ກຳມະການ ກ່ຽວ​ກັບ ຊາວ​ໜຸ່ມ ​ຫວຽດນາມ ​ແລະ ພາກສ່ວນ​ອື່ນໆ ຍັງ​ຈັດ​ພິທີ​ ມອບ​ໃບ ​ຍ້ອງຍໍ ​ໃຫ້​ນັກ ທຸລະກິດ​ ໜຸ່ມ​ອາ​ຊຽນ+3 ​ ຈຳນວນ 13 ຄົນ ຈາກ13 ປະ​ເທດ​ ເຂົ້າຮ່ວມ ເພື່ອ​ມຸ່ງ​ໄປ​ສູ່​ ການ​ພັດ ທະນາ ​ແບບ​ຍືນ​ຍົງ./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...