Homeຂ່າວເຫດການບໍລິສັດອາລີອັນປະກັນໄພລາວສະຫລອງວັນສ້າງຕັ້ງຄົບຮອບ 25 ປີ

ບໍລິສັດອາລີອັນປະກັນໄພລາວສະຫລອງວັນສ້າງຕັ້ງຄົບຮອບ 25 ປີ

Published on

AGL

ພິທີສະເຫລີມສະຫລອງວັນສ້າງຕັ້ງ ບໍລິສັດ ອາລີອັນປະກັນໄພລາວ(ບປລ) ຄົບຮອບ 25 ປີ, ໄດ້ຈັດຂຶ້ນດ້ວຍບັນຍາກາດຄືກຄື້ນໃນຄໍ່າຄືນວັນທີ 10 ທັນວານີ້, ຢູ່ໂຮງແຮມດອນຈັນພາເລດ, ນະ ຄອນຫລວງວຽງຈັນ,ໂດຍການເຂົ້າຮ່ວມຂອງທ່ານລັດຖະມົນຕີຊ່ວຍວ່າການກະຊວງການເງິນສີລາວຽງແກ້ວ, ມີຄະນະບໍລິຫານ, ພ້ອມດ້ວຍພະນັກງານ, ຕົວແທນຈໍາໜ່າຍ ແລະ ລູກຄ້າເຂົ້າຮ່ວມເປັນ ຈໍານວນຫລາຍ.

ໃນພິທີທ່ານລັດຖະມົນຕີຊ່ວຍວ່າການກະຊວງການເງິນ ສີລາ ວຽງແກ້ວ ໄດ້ຕາງໜ້າຜູ້ຖືຮຸ້ນຝ່າຍລັດຖະບານຂຶ້ນກ່າວຄໍາເຫັນວ່າ: ບໍລິສັດ ອາລີອັນປະກັນໄພລາວສ້າງຕັ້ງຂຶ້ນໃນວັນທີ 17ທັນວາ 1990, ໂດຍການຮ່ວມທຶນລະຫວ່າງລັດຖະບານລາວຕາງໜ້າໂດຍກະຊວງການເງິນຖືຮຸ້ນ 49% ແລະ ກຸ່ມບໍລິສັດອາລີອັນສາກົນ 51% ມາຮອດປັດຈຸບັນໄດ້ກາຍເປັນບໍລິສັດທີ່ມີຄວາມເຂັ້ມແຂງທາງດ້ານການເງິນ, ມີ

ປະສົບການ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກສັງຄົມຢ່າງກວ້າງຂວາງໃນການຕອບສະໜອງການປະກັນໄພໃຫ້ແກ່ຫົວໜ່ວຍທຸລະກິດ, ບຸກຄົນດ້ວຍການບໍລິການຫລາກຫລາຍຮູບແບບເພື່ອປົກປັກຮັກສາຊີວິດ ແລະ ຊັບສີນຈາກການເກີດກໍລະນີອຸປະຕິໄພຕ່າງໆ.

ທ່ານ ກີອາ ໂປວີ ອໍານວຍການບໍລິສັດອາລີອັນປະກັນໄພລາວກ່າວວ່າ: ໃນຊຸມປີຜ່ານມາຕົວເລກທຸລະກິດໄດ້ເພີ່ມຂຶ້ນຢ່າງຫລວງຫລາຍເຊັ່ນ: ປີ 2014 ບັນລຸໄດ້ 229,7 ຕື້ກີບ, ຮອດເດືອນຕຸລາປີ 2015 ຕົວເລກລາຍຮັບບັນລຸ218,1 ຕື້ກີບ ແລະ ຄາດວ່າຈະບັນລຸຕົວເລກ 230 ຕື້ກີບໃນປີ 2015 ນີ້ ແລະ ປັດຈຸບັນບໍລິສັດພວກເຮົາມີຫລາຍຜະລິດຕະພັນປະກັນໄພຄື: ປະກັນຊີວິດ, ປະກັນໄພລົດ, ທີ່ຢູ່ອາໄສ, ທຸລະກິດຂະໜາດນ້ອຍ,ການເດີນທາງ, ການຂົນສົ່ງ, ອຸປະຕິເຫດແຮງງານ, ການກໍ່ສ້າງ ແລະ ຄວາມສ່ຽງອຸປະຕິເຫດອື່ນໆ,ມີລູກຄ້າຫລາຍກວ່າແສນຄົນ, ມີຕົວແທນຫລາຍກວ່າ 118 ແຫ່ງໃນທົ່ວປະເທດ ແລະ ມີຄູ່ຮ່ວມທຸລະກິດຫລາກຫລາຍປະເພດເຊັ່ນ: ທະນາຄານ, ບໍລິສັດທ່ອງທ່ຽວ, ບໍລິສັດອະສັງຫາລິມະຊັບ, ໂຮງໝໍ, ບໍລິສັດຂາຍລົດ ແລະ ອື່ນໆ.

ທ່ານອໍານວຍການບໍລິສັດອາລີອັນລາວກ່າວວ່າ: ການເຕີບໃຫຍ່ຂະຫຍາຍຕົວທາງດ້ານທຸລະກິດໃນຕະຫລອດໄລຍະ 25 ປີຜ່ານມາ ແມ່ນຍ້ອນການປັບປຸງການບໍລິການ ແລະ ຜະລິດຕະພັນທີ່ສອດຄ່ອງກັບຄວາມຕ້ອງການຂອງສັງຄົມກໍຄືຕະຫລາດປະກັນໄພ, ມີການຂະຫຍາຍການບໍລິການຜ່ານລະບົບຕົວແທນ ແລະ ຄູ່ຮ່ວມທຸລະກິດ, ປັບປຸງຂອດບໍລິການແກ້ໄຂອຸປະຕິເຫດ ແລະ ຈ່າຍສີນທົດແທນຢ່າງຕໍ່ເນື່ອງ, ສະດວກ ແລະ ວ່ອງໄວເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມກໍຄືລູກຄ້າເປັນຢ່າງດີ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...