Homeຂ່າວພາຍ​ໃນສຸວັນ​ນີ ​​ໂຮມ​ເຊັນ​ເຕີ ມະຫາຊົນ ເປີດຂາຍຮຸ້ນຢູ່ ຕະຫລາດຫລັກຊັບລາວ ຢ່າງ​ເປັນ​ທາງ​ການ!

ສຸວັນ​ນີ ​​ໂຮມ​ເຊັນ​ເຕີ ມະຫາຊົນ ເປີດຂາຍຮຸ້ນຢູ່ ຕະຫລາດຫລັກຊັບລາວ ຢ່າງ​ເປັນ​ທາງ​ການ!

Published on

suvanny

ພິທີ​ເປີດ​ຊື້-ຂາຍ​ຮຸ້ນຂອງ ບໍລິ​ສັດ ສຸວັນ​ນີ ​ໂຮມ​ເຊັນ​ເຕີ ມະຫາຊົນ ​ໄດ້​ມີຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນວັນ​ທີ 11 ທັນວາ​ນີ້, ທີ່​ຕະຫລາດ​ຫລັກ​ຊັບ​ລາວ ນະຄອນຫລວງ​ວຽງຈັນ, ​ໂດຍ​ມີ​ທ່ານ ວັດ​ດາ​ນາ ສຸຄະ​ບັນດິດ ຮອງ​ປະທານ​ສະພາ​ບໍລິຫານ ​ແລະ​ ຜູ້ອຳນວຍການ​ໃຫຍ່​ບໍລິສັດ ສຸວັນ​ນີ ​ໂຮມ​ເຊັນ​ເຕີມະຫາຊົນ, ທ່ານ ສົມພົບ ສັກ​ພັນ​ພະນົມ ຜູ້ອຳນວຍ ການ​ບໍລິສັດ ຫລັກ​ຊັບ​ເອພີ​ເອັມລາວ ຈຳກັດ ເຂົ້າ​ຮ່ວມນຳ​ດ້ວຍ.

ທ່ານຮອງ​ປະທານ​ສະພາບໍລິຫານ ແລະ ຜູ້ອຳນວຍການ ໃຫຍ່ບໍລິສັດສຸວັນນີ ກ່າວວ່າ: ການ​ເປີດ​ໃຫ້ຊື້-ຂາຍຮຸ້ນ​ຂອງ​ບໍລິສັດ ສຸວັນ​ນີ ໃນຕະຫລາດ ຫລັກຊັບລາວມື້ນີ້ ຈະໄດ້ຮັບການຕອບຮັບທີ່ດີຈາກນັກລົງທຶນທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ປັດຈຸບັນບໍລິສັດມີສາຂາທັງ​ໝົດ 4 ແຫ່ງຄື: ສາຂາໂພນຕ້ອງ, ທົ່ງຂັນຄຳ,ທົ່ງຕູມ ເມືອງຈັນທະບູລີ ແລະ ສາຂາສີໄຄ ເມືອງສີໂຄດຕະບອງ ​ແລະ ຈະ​ມີ​ການ​ຂະຫຍາຍ​ສາ ຂາ​ເພີ່ມ​ອີກຄື: ສາຂາບ້ານໂຊກໃຫຍ່ ເມືອງໄຊທານີ ນະຄອນຫລວງວຽງຈັນ; ສາຂາບ້ານ ນໍ້າງຽບ ເມືອງປາກຊັນ ແຂວງບໍລິຄໍາໄຊ ແລະ ສາຂາບ້ານກາງ ເມືອງປາກເຊ ແຂວງຈໍາປາສັກ ແລະ ເຊື່ອວ່າເມື່ອເຂົ້າຈົດທະບຽນ ໃນຕະຫລາດຫລັກຊັບລາວຈະເຮັດໃຫ້ບໍລິສັດມີຊື່ສຽງຫລາຍຂຶ້ນ, ເປັນທີ່ຍອມຮັບໃນລະດັບມາດຕະຖານສາກົນ ແລະ ເຮັດໃຫ້ມີຖານແຫລ່ງທຶນທີ່ແຂງແກ່ນ, ເພີ່ມກຸ່ມລູກຄ້າ, ເພີ່ມຊ່ອງທາງການຈຳໜ່າຍສິນຄ້າໄດ້ຫລາຍຂຶ້ນ ແລະ ໝັ້ນໃຈວ່າຈະສ້າງຜົນຕອບແທນກັບຄືນສູ່ຜູ້ຖືຮຸ້ນ ແລະ ນັກລົງທຶນໄດ້ເປັນທີ່ໜ້າເພິ່ງພໍໃຈ.

ທ່ານ ສົມພົບ ສັກ​ພັນ​ພະນົມ ຜູ້ອຳນວຍການ​ບໍລິສັດ ຫລັກ​ຊັບ​ເອພີ​ເອັມລາວ ຈຳກັດ ກ່າວ​ວ່າ: ​ໃນ​ຖານະ​ເປັນ​ທີ່​ປຶກສາ​ທາງການ​ເງິນຂອງ​ບໍລິສັດ ສຸວັນ​ນີ ​​ເຊື່ອ​ວ່າ​ຮຸ້ນ​ຂອງ​ບໍລິສັດ ສຸວັນ​ນີ ​ໂຮມ​ເຊັນ​ເຕີ ມະຫາຊົນ ຈະ​ເປັນ​ທາງ​ເລືອກ​ທີ​ດີ ​ແລະ ສາມາດ​ສ້າງ​ຜົນ​ຕອບ​ແທນ​ທີ່​ດີ​ໃຫ້​ກັບ​ນັກ​ລົງທຶນ​ທັງພາຍ​ໃນ ​ແລະ ຕ່າງປະ​ເທດ ທີ່​ສົນ​ໃຈ​ເຂົ້າ​ມາ​ລົງທຶນ​, ໃນ​​ໄລ​ຍະ​ທີ່​ເປີດ​​ໃຫ້​ຈອງ​ຊື້​ຮຸ້ນ IPO ຂອງ ສຸວັນ​ນີ ​ເຫັນ​ວ່າ​ປະສົບ​ຜົນສຳ​ເລັດ​ເປັນ​ຢ່າງ​ດີ, ​ໂດຍ​ມີ​ຜູ້​ເຂົ້າ​ຈອງ​ເປັນ​ຈຳ​ນວນ​ຫລາຍ ​ເມື່ອ​ບວກ​ກັບ​ບໍລິສັດ​ດັ່ງກ່າວ ​ໄດ້ດຳ​ເນີນ​ທຸລະ​ກິດ​ກໍ່ສ້າງມາ​ຫລາຍ​ກວ່າ 20 ປີ, ຈຶ່ງ​ເຮັດ​ໃຫ້​ນັກ​ລົງທຶນ​ເຊື່ອ​ໝັ້ນ ​ແລະ ຕ້ອງການ​ທີ່​ຈະ​ລົງທຶນ​ຮ່ວມ​ກັບ​ບໍລິສັດ​ ​ແລະ ​ເຊື່ອ​ແນ່​ວ່າ ​ໃນ​ອະນາຄົດ​ຮຸ້ນ​ຂອງ​ບໍລິສັດ ສຸວັນ​ນີ ຈະ​ເປັນ​ຂວັນ​ໃຈ​ຂອງ​ນັກ​ລົງທຶນ​​ຢ່າງ​ແນ່​ນອນ.

ບໍລິສັດ ສຸວັນ​ນີ ​ໂຮມ​ເຊັນ​ເຕີ ກ່ອນ​ການ​ຈົດ​ທະບຽນ​ໃນ​ຕະຫລາດ​ຫລັກ​ຊັບ​ລາວ ມີ​​ເງິນ​ລົງທຶນ​ທັງ​ໝົດ 280 ຕື້​ກີບ ມູນ​ຄ່າ​ທີ່​ກຳນົດຮຸ້ນ​ລະ 2.000 ກີບ ​ແລະ ພາ​ຍຫລັງ​ການ​ເຂົ້າ​ຈົດ​ທະບຽນ ບໍລິສັດ​ດັ່ງກ່າວ ຈະ​ມີ​ທຶນ​ຈົດ​ທະບຽນ​ເປັນ 330 ຕື້​ກີບ. ນອກຈາກ​ນີ້ ​ໃນ​ປີ 2012 ມີ​ລາຍ​ຮັບ​ລວມ 230 ຕື້​ກວ່າ​ກີບ ມີ​ກຳ​ໄລ​ສຸດທິ 10 ຕື້​ກວ່າ​ກີບ, ປີ 2013 ມີ​ລາຍ​ຮັບ​ລວມ 264 ຕື້​ກວ່າ​ກີບ ມີ​ກຳ​ໄລ​ສຸດທິ 14 ຕື້​ກວ່າ​ກີບ, ປີ 2014 ບໍລິສັດ ສຸວັນ​ນີ້ ມີ​ລາຍ​ຮັບ​ລວມ 311 ຕື້​ກວ່າກີບ ມີ​ກຳ​ໄລ​ສຸດທິ 21 ຕື້ກວ່າ​ກີບ ​ແລະ 6 ​ເດືອນ​ຕົ້ນ​ຂອງປີ 2015 ມີ​ລາຍ​ຮັບ​ທັງ​ໝົດ 167 ຕື້​ກວ່າ​ກີບ ມີ​ກຳ​ໄລ​ສຸດທິ 12 ຕື້​ກວ່າ​ກີບ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...