Homeຂ່າວຕ່າງປະເທດຈີນຍົກເລີກເຕືອນໄພ ມົນລະພິດທາງອາກາດ ຢູ່ນະຄອນຫລວງປັກກິ່ງແລ້ວ!

ຈີນຍົກເລີກເຕືອນໄພ ມົນລະພິດທາງອາກາດ ຢູ່ນະຄອນຫລວງປັກກິ່ງແລ້ວ!

Published on

1449736438-23718 400

ຂປລ. ຕາມ​ຂ່າວ​ ຕ່າງປະ​ເທດ, ວັນ​ທີ 10 ທັນວາ 2015, ເຈົ້າໜ້າທ່ີ ຈີນ ໃຫ້ຮູ້້ວ່າ ປະເທດນີ້ ໄດ້ ຍົກ​ເລີກ​ ການ​ເຕືອນ​ໄພ ​ມົນ​ລະ​ພິດ​ທາງ​ອາກາດ​ ໃນລະດັບ ​ສູງ​ສຸດ ​ເນື່ອງ​ຈາກ ບັນຍາກາດ ຢູ່ນະຄອນຫລວງ ປັກກິ່ງ ໄດ້ກັບຄືນ ສູ່ ສະພາບ ປົກກະຕິ ​ພາຍຫລັງ ໄດ້ປະກາດ ໃຫ້ ສະຖານທ່ີ ຕ່າງໆເຊັ່ນ: ໂຮງຮຽນ, ຫ້າງຮ້ານ, ແລະ ອື່ນໆ ໃຫ້ຢຸດຕິ ການບໍລິການ ຊົ່ວຄາວ ເມື່ອບໍ່ດົນມານີ້ ​ເນື່ອງ​ຈາກ ​ຝຸ່ນລະອອງ​ ຂະໜາດ ​ພີ​ເອັມ 2,5 ສູງເຖິງ 600 ໄມ ໂກຣ ກຣາມ /ແມັດກ້ອນ, ເຊິ່ງອາດ​ສາມາດ​ ຝັງ​​ເລິກ ເຂົ້າໃນ​ເຍື່ອຫຸ້ມປອດ. ປັດຈຸບັນ, ຝຸ່ນລະອອງ ດັ່ງກ່າວ ຫລຸດ​ລົງ ​ເຫລືອ 22 ໄມ​ໂກຣກຣາມ/​ແມັດ​ກ້ອນ,  ຕ່ຳ​ກວ່າລະດັບ ​ທີ່​ອົງການ​ ອະນາ​ໄມ​ໂລກ​ ກຳນົດໄວ້.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...