spot_img
Homeຂ່າວຕ່າງປະເທດຣັດເຊຍສະເໜີມະຫາໂຄງການ ສ້າງທາງດ່ວນເຊື່ອມປາຣີ-ນິວຢອກ ຍາວກ່ວາ 20,000 ກິໂລແມັດ!

ຣັດເຊຍສະເໜີມະຫາໂຄງການ ສ້າງທາງດ່ວນເຊື່ອມປາຣີ-ນິວຢອກ ຍາວກ່ວາ 20,000 ກິໂລແມັດ!

Published on

EyWwB5WU57MYnKOuYBlBFYePfHvw9rZz4RXVFwC5SGjPXqvJ4BvbJr

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ທັນວາຜ່ານມານີ້ວ່າ ທ່ານ ວະລາດິເມຍ ເອຍຄູນິນ ຜູ່ວ່າການລົດໄຟຣັດເຊຍ ໄດ້ນຳສະເໜີ ໂຄງການກໍ່ສ້າງ ທາງດ່ວນເຊື່ອມຕໍ່ລະຫວ່າງ ນະຄອນຫລວງປາຣີ ປະເທດຝຣັ່ງ ໄປຈົນຮອດ ນະຄອນນິວຢອກ ສະຫະລັດອາເມຣິກາ ລວມໄລຍະທາງ 20,318 ກິໂລແມັດ ໃນຊື່ໂຄງການ Trans-Eurasian Belt Development ຫລື TEPR ຊຶ່ງຈະສ້າງເຄືອຂ່າຍເສັ້ນທາງ ເຊື່ອມຕໍ່ຜ່ານເອີຣົບຕາເວັນອອກ, ຣັກເຊຍ, ລັດອະລາສກາ (ສະຫະລັດອາເມຣິກາ), ປະເທດການາດາ ແລະ ເຂົ້າສູ່ສະຫະລັດອາເມຣິກາ ໂດຍຈຸດຊ່ອງແຄບເບຣິງ ລະຫວ່າງຣັດເຊຍ ກັບລັດອະລາສກາ ຂອງສະຫະລັດອາເມຣິກາ ຈະສ້າງເປັນຂົວ ຫລື ເປັນອຸໂມງໃຕ້ນ້ຳ ເຊື່ອມຕໍ່ລະຫວ່າງສອງທະວີບເຂົ້າກັນ ຊຶ່ງຕະຫລອດທາງດ່ວນສາຍທາງນີ້ ຈະໃຊ້ເວລາເດີນທາງ 160 ຊົ່ວໂມງ ຫລື 7 ມື້ ໂດຍໃຊ້ຄວາມໄວ 130 ກິໂລແມັດຕໍ່ຊົ່ວໂມງ ໃນການເດີນທາງ.

ອະພິມະຫາໂຄງການດັ່ງກ່າວນີ້ ຖ້າເກີດເປັນຈິງ ຈະເຮັດໃຫ້ຣັດເຊຍ ກາຍເປັນສູນກາງຂອງໂລກ ດ້ວຍທ່າແຮງດ້ານເສັ້ນທາງຄົມມະນາຄົມ, ທໍ່ສົ່ງນ້ຳມັນ ແລະ ແກັສ ຊຶ່ງງົບປະມານໃນການກໍ່ສ້າງ ແມ່ນປະມານຫລາຍຮ້ອຍຕື້ໂດຣາ ແຕ່ຜົນຕອບແທນຈາກການລົງທຶນ ໃນແງ່ດ້ານເສດຖະກິດ ແມ່ນຈະກຸ້ມຄ່າຢ່າງມະຫາສານ ເຊັ່ນດຽວກັນ.

NjpUs24nCQKx5e1D74sl7CDyqJTC33g6agha0ytMx65

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...