spot_img
Homeຂ່າວທ້ອງຖິ່ນສາທາລະນະສຸກເມືອງ ໄກສອນ ພົມວິຫານ ກຽມການສັກຢາ ແລະ ຢອດຢາກັນພະຍາດໂປລີໂອ

ສາທາລະນະສຸກເມືອງ ໄກສອນ ພົມວິຫານ ກຽມການສັກຢາ ແລະ ຢອດຢາກັນພະຍາດໂປລີໂອ

Published on

SPS_2015-1-650x341

ເພື່ອເປັນການຈັດຕັ້ງປະຕິບັດຕາມ ຄຳສັ່ງຂອງນາຍົກລັດຖະມົນຕີເລກທີ 63/ນຍ ວ່າດ້ວຍ ການຕອບໂຕ້ການລະບາດພະຍາດໂປລີໂອ ແລະ ສົ່ງເສີມການຢອດຢາ-ສັກຢາກັນພະຍາດ ດ່ັ່ງນັ້ນ ໃນວັນທີ 08 ທັນວາ 2015 ຜ່ານມາ ຫ້ອງການສາທາລະນະສຸກ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດການສັກຢາ ແລະ ຢອດຢາກັນພະຍາດໂປລີໂອ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຫົງຄຳ ອິນສີຊຽງໃໝ່ ຮອງເຈົ້າເມືອງໄກສອນພົມວິຫານ ມີຫົວໜ້າຫ້ອງການສາທາລະນະສຸກເມືອງ ບັນດາຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.

ໂອກາດນີ້ ທ່ານ ຫົງຄຳ ອິນສີຊຽງໃໝ່ ຍົກໃຫ້ເຫັນວ່າ ກອງປະຊຸມຄັ້ງນີ້ ຈັດຂຶ້ນກໍເພື່ອໃຫ້ຄະນະກຳມາທິການ ສົ່ງເສີມສຸຂະພາບຂັ້ນເມືອງ ພວກເຮົາຮັບຮູ້ ແລະ ເຂົ້າໃຈກ່ຽວກັບຈຸດປະສົງ ຂອງການສັກຢາປ້ອງກັນ ພະຍາດໂປລີໂອ ທີ່ຈະມີຂຶ້ນໃນວັນທີ 15 ທັນວາ 2015 ທີ່ຈະມາເຖິງນີ້ ເຊິ່ງທາງກະຊວງສາທາລະນະສຸກ ໄດ້ແຈ້ງການໃຫ້ແຂວງ ໄຂຂະບວນການສັກຢາ ແລະ ຢອດຢາກັນພະຍາດແຫ່ງຊາດ ເພື່ອຕອບໂຕ້ການລະບາດຂອງພະຍາດໂປລີໂອ ພ້ອມດຽວກັນນັ້ນ ອີງຕາມໜັງສືແຈ້ງການຂອງກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໃນການຈັດຕັ້ງຂະບວນການຢອດຢາ ແລະ ສັກຢາກັນພະຍາດໂປລີໂອ ໃຫ້ເດັກນ້ອຍອາຍຸລຸ່ມ 15 ປີລົງມາ ສ່ວນເດັກອາຍຸລຸ່ມ 1 ປີ ແມ່ນໃຫ້ບໍລິການວັກແຊັງ ຮອບປົກກະຕິຕາມເກນອາຍຸສັກຢາຂອງແຕ່ລະຄົນ.

ຂ່າວແຈ້ງໃຫ້ຮູ້ຕື່ມອີກວ່າ ຢູ່ ສປປ.ລາວ ໄດ້ປະກາດລຶບລ້າງພະຍາດໂປລີໂອໄປແລ້ວແຕ່ປີ 2000 ແຕ່ວ່າຜ່ານມາ ໄດ້ມີສະພາບການ ເກີດລະບາດພະຍາດລ່ອຍແຫຼວ ຍ້ອນເຊື້ອພະຍາດໂປລີໂອທີ່ບ້ານຜາເມືອງ ເມືອງ ແລະ ແຂວງບໍລິຄໍາໄຊ ໃນເດືອນ ຕຸລາ 2015 ມາເຖິງປັດຈຸບັນ ຜູ້ຕິດເຊື້ອໃນຈຳນວນດັ່ງກ່າວ ແມ່ນໄດ້ເສຍຊີວິດແລ້ວ 2 ຄົນ.

 

ແຫລ່ງຂ່າວ:

ວຈທດ

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...