spot_img
Homeມຸມຂ່າວ AECນັກທຸລະກິດຍິງອາຊຽນ ເພີ່ມທະວີຮ່ວມມື ຢ່າງຮອບດ້ານ

ນັກທຸລະກິດຍິງອາຊຽນ ເພີ່ມທະວີຮ່ວມມື ຢ່າງຮອບດ້ານ

Published on

WOMEN 400

ຂປລ. ຕາມຂ່າວສານ ຫວຽດນາມ, ວັນທີ 10 ທັນວາ 2015, ກອງປະຊຸມ ນັກທຸລະກິດຍິງ ອາຊຽນ ພາຍໃຕ້ ຫົວຂໍ້ວ່າ: “ນັກທຸລະກິດ ຍິງອາຊຽນ ແລະ ພື້ນຖານ ເສດຖະກິດ ເກີດໃໝ່ ໃນພາກພື້ນ: ກຽມພ້ອມ ດຳເນີນງານ” ຈັດຂຶ້ນ ໃນວັນທີ 10-11 ທັນວາ ຢູ່ນະຄອນຫລວງ ຮ່າໂນ້ຍ ປະເທດ ຫວຽດນາມ ໂດຍມີ ບັນດາ ຜູ້ແທນ ວິສາຫະກິດ 200 ຄົນ ມາຈາກ ອາຊຽນ ເຂົ້າຮ່ວມ, ເຊິ່ງແມ່ນ ສະພາ ນັກທຸລະກິດຍິງ ຫວຽດນາມ ຮ່ວມກັບ ໂຄງການ ເຊື່ອມຈອດ ອາຊຽນ ຈັດຂຶ້ນ.

ຈຸດປະສົງ ຕົ້ນຕໍ ຂອງກອງປະຊຸມນີ້ ເພື່ອໃຫ້ ບັນດາ ນັກທຸລະກິດຍິງ ໄດ້ຮັບຂໍ້ມູນ ຂ່າວສານຕ່າງໆ ເມື່ອ ປະຊາຄົມ ເສດຖະກິດ ອາຊຽນ (AEC) ເລີ່ມເຂົ້າສູ່ ການເຄື່ອນໄຫວ ປະຕິບັດ ຕໍ່ ບັນດາ ວິສາຫະກິດ ໂດຍສະເພາະ ນັກທຸລະກິດຍິງ, ພ້ອມກັນນັ້ນ ຈະຊ່ວຍ ບັນດາ ນັກທຸລະກິດ ສາມາດ ກຳນົດ ເປົ້າໝາຍ, ຍຸດທະສາດ ການພັດທະນາ ວິສາຫະກິດ, ພ້ອມກັນນັ້ນ ຍັງສ້າງໂອກາດ ໃຫ້ບັນດາ ນັກທຸລະກິດ ອາຊຽນ ແລກປ່ຽນ ບົດຮຽນ ຈາກໂຄງການ ຕ່າງໆ, ການລິ່ເລີ່ມ ສະໜັບ ສະໜູນ ນັກທຸລະກິດຍິງ ໃນພາກລັດ-ເອກະຊົນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...