Homeຂ່າວຕ່າງປະເທດຍີ່ປຸ່ນ ສ້າງກອງທຶນ12 ຕື້ກວ່າ ໂດລາ ສະຫະລັດ

ຍີ່ປຸ່ນ ສ້າງກອງທຶນ12 ຕື້ກວ່າ ໂດລາ ສະຫະລັດ

Published on

JAP 400

ຕາມ​ຂ່າວ ​ຕ່າງປະ​ເທດ, ​ວັນ​ທີ 11 ທັນວາ 2015,​ ທ່ານ ຊີ​ນ​ໂຈ ອາ​ເບ​າະ ນາຍົກ ລັດຖະມົນຕີ ຍີ່​ປຸ່ນ ​ໄດ້​ກ່າວ​ ໃນ​ໄລຍະ​ ຢ້ຽມຢາມ ​ອິນ​ເດຍ, ຍີ່ປຸ່ນ ​ໄດ້ສ້້າງ​ຕັ້ງ​ ກອງ​ທຶນ ​1.500 ຕື້​ເຢນ(12,3 ຕື້​ໂດລາ ​ສະຫະລັດ) ​ແນ​ໃສ່​ ສະໜັບ ສະໜູນ ບັນດາ​ ວິ​ສາ​ຫະກິດ ຍີ່​ປຸ່ນ ທ່ີ​​ເຂົ້າ​​ໄປ ລົງທຶນ ບັນດາ​ ໂຄງການ ​ຂະໜາ​ດໃຫຍ່ ຢູ່​ອິນ​ເດຍ. ​ໃນ​ນັ້ນ ທະນາຄານ ​ຮ່ວມ​ມື​ ຍີ່​ປຸ່ນ-ສາກົນ(JBIC) ​ແລະ ອົງການ​ ປະກັນ​ໄພ ​ການ​ສົ່ງ​ອອກ ​ແລະ ການ​ລົງທຶນ ຍີ່ປຸ່ນ(NEXI) ຖື​ເປັນ ສອງ​ອົງການ​ ຕົ້ນຕໍ ທ່ີ​ສະໜັບ ສະໜູນ​ ແຫ​ລ່ງທຶນ ​ແລະ ປະກັນ​ໄພ​ ຄວາມ​ສ່ຽງ​ ໃຫ້ ​ບັນດາ ວິ​ສາ​ຫະກິດ​ ຍີ່ປຸ່ນ ທ່ີ​​ເຂົ້າ​ໄປລົງທຶນຢູ່​ອິນ​ເດຍ.  ນອກນັ້ນ, ບັນດາ​ ວິ​ສາ​ຫະກິດ ສົ່ງ​ອອກ​ ສິນຄ້າ ຂອງ​ຍີ່​ປຸ່ນ ​ໄປ​ຍັງ​ ອິນ​ເດຍ ​ໂດຍ​ສະ​ເພາະ ຂົງ​ເຂດ ການ​ຜະລິດ ຈະໄດ້​ຮັບ​ ຜົນ​ປະ​​ໂຍດ ​ຈາກ ອົງການ ປະກັນ​ໄພ ​ໃນ​ກໍລະນີ​ ເກີ​ດ ຄວາມ​ ເສຍ​ຫາຍ. /.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...