Homeປະຊາສຳພັນວາງສະແດງຜົນງານວິຈິດສິນເຂດໜິງເຊ້ຍ ສປ ຈີນ ທີ່ນະຄອນຫລວງວຽງຈັນ

ວາງສະແດງຜົນງານວິຈິດສິນເຂດໜິງເຊ້ຍ ສປ ຈີນ ທີ່ນະຄອນຫລວງວຽງຈັນ

Published on

962_.11.12.1

ຂປລ. ສູນ​ວັດທະນະ​ທຳ​ຈີນ ປະ​ຈຳ ສປ ລາວ ​ໄດ້​ຈັດ​ງານ​ວາງສະ​ແດງ​ຜົນງານ​ວິຈິດ​ສິນ ​​ເຂດໜິງ​​ເຊ້ຍ ສປ ຈິນ ຂຶ້ນ​​ໃນ​ວັນ​ທີ 10 ທັນວາ 2015 ທີ່ ສູູນວັດທະນະ​ທຳ​ຈີນ ​ໂດຍ​ມີ ທ່ານ ບຸນ​ເລືອນ ບຸ​ບຜາ ຫົວໜ້າກົມ​ຮ່ວມ​ມື​ສາກົນ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງທຽວ, ທ່ານ ​ເຊຍ​ ສຽວ ຮົວະ ຫົວໜ້າສູນວັດທະນະທຳ​ຈີນ ປະຈຳ​ລາວ, ທ່ານ ຊຸນ ຫລີ ​ເຢີນ ສະມາຊິກ​​ສະມາຄົມ​ວິຈິດ​ສິນ ​ແຫ່ງ ຊາດ​ຈີນ ​ແລະ ຊາວ​ນະຄອນຫລວງ​ວຽງຈັນເຂົ້າ​ຮ່​ວມ.

ງານ​ວາງສະ​ແດງ​ ຜົນງານ​ວິຈິດ​ສິນ ​​ເຂດໜິງ​​ເຊ້ຍ ຄັ້ງ​ນີ້ ​ໄດ້​ນຳ​ເອົາ​ຜົນງານ​ສີ​ລະ​ປະການ​ແຕ້ມ, ຮູບ​ສີ​ລະ​ປະການ​ຂຽນຕົວໜັງສື​ຈີນ​ ​ສີ​ນ້ຳ ​ແລະ ພາບ​ພິມ ​​ມີ​ຫລາຍ​ກວ່າ 40 ຜົນງານ ຈາກສີ​ລະ​ປິນ13 ທ່ານ ​ເຊິ່ງຮູບ​ພາບ​ທີ່​ນຳ​ມາ​ວາງສະ​ແດງ ສ່ວນ​ໃຫຍ່​ແມ່ນ​ສະ​ແດງ​ເຖິງຄວາມ ອຸດົມສົມບູນ, ມີ​ຊີວິດ​ຊີວາ ​ແລະ ລຽບງ່າຍ ​ເຊິ່ງ​ໄດ້​ສະ​ແດງ​ເຖິງ​ຄວາມ​ປາ​ນິດ, ຄວາມ​ລະອຽດອ່ອນ  ປະກອບ​ມີ​ຮູບ​ພາບ​ພູ​ເຂົາ, ​ແມ່​ນ້ຳ, ສັດ​ສາ​ວ່າ​ສິ່ງ ​ແລະ ດອກ​ໄມ້ ທີ່​ສະ​ແດງ​ໃຫ​້​ເຫັນ​ເຖິງ ຄວາມ​ສະ​ຫງ່າ​ງາມ ຂອງ​ວັດທະນະ​ທຳ ອັນ​ເປັນ​ມູນ​ເຊື້ອ​ຂອງ​ຈີນ​ເປັນ​ຢ່າງ​ດີ.

​            ໂອກາດ​ທີ່​ມາ​ວາງສະ​ແດງ​ຜົນງານ​ຄັ້ງນີ້, ​ໃນ​ຕອນ​ເຊົ້າວັນ​ທີ 11 ທັນວາ 2015, ທ່ານ ຊຸນ ຫລີ ​ເຢີນ ຍັງ​ໄດ້​ໄປ​​ແລ​ກປ່ຽນ​ບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ວິຈິດສີນ ຮ່ວມ​ກັບ​ຄະນະ​ນຳ​ ​ແລະ ນັກ​ສຶກສາ​ຂອງສະຖາ​ບັນ​ວິຈິດ​ສິນ ​ແຫ່ງ​ຊາດ​ລາວ, ​ໂດຍ​ທ່ານ​ໄດ້​ຍົກ​ໃຫ້​ເຫັນ​​ເຖິງ​ຄວາມ​ຈະ​ເລິນ​ກ້າວໜ້າ ​ທາງ​ດ້ານ​ວຽກ​ງານ​ວິຈິດ​ສິນ ຂອງ ສປ ຈີນ, ບົດຮຽນ ​ແລະ ປະສົບ​ການ​ຕົວ​ຈິງທີ່​ທ່ານ​ຖອດ​ຖອ​ນ​ໄດ້ ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ວິຈິດ​ສິນຮ່ວມ​ກັບ​ນັກ​ຈິດຕະກອນ​ຈາກ​ທົ່ວ​ໂລກ, ພ້ອມ​ນີ້ ທ່ານ​ຍັງ​ຍົກ​ໃຫ້​ເຫັນ​ອະລິຍະ​ທຳ ອັນ​ຍອດ​ຍິ່ງ​ຂອງ ສປ ຈິນ ທີ່​ສະ​ແດງ​ອອກ​ຜ່ານ​ຜົນງານ​ອັນ​ປາ​ນິດ​ຂອງ​​ຈິດຕະກອນ​ຈີນ ​ເຊິ່ງມີ​ຄຸນຄ່າ​ສູງ, ຜົນງານ​ບາງ​ອັນ​ຂອງ​​ຈິດຕະກອນ​ຈີນ ​ແມ່ນ​ບໍ່​ສາມາດ​ປະ​ເມີນ​ມູນ​ຄ່າ​ໄດ້ ​ເນື່ອງ​ຈາກ​ເປັນ​ສິ່ງ​ທີ່​ຫາ​ຍາກ ​ແລະ ມີ​ຄວາມ​ປານີດ​ທີ່​ສຸດ./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...