spot_img
Homeວັນນະກຳສະມາຄົມນັກປະພັນລາວຈັດສຳມະນາເລື່ອງວັນນະກຳແມ່ນ້ຳຂອງ

ສະມາຄົມນັກປະພັນລາວຈັດສຳມະນາເລື່ອງວັນນະກຳແມ່ນ້ຳຂອງ

Published on

literature

ໃນ​ວັນ​ທີ 9 ທັນວາ​ນີ້, ສະມາຄົມ​ນັກ​ປະພັນ​ລາວ ​ໄດ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ວັນນະກຳ​ແມ່ນ້ຳຂອງຂຶ້ນ ທີ່​ນະຄອນຫລວງ​ວຽງ​ຈັນ ​ໂດຍ​ມີ​ຕົວ​ແທນ​ສະມາຄົມ​ນັກ​ປະພັນ ​ແລະ ນັກ​ປະພັນ​ຈາກ​ປະ​ເທດ​ຫວຽດນາມ, ກຳປູ​ເຈຍ, ​ໄທ, ມຽນມາ ​ແລະ ຈີນ ​ເຂົ້າຮ່ວມ ​ເພື່ອ​ເປັນ​ການ​ແລກປ່ຽນ​ບົດຮຽນ​ດ້ານ​ວຽກ​ງານ​ປະດິດ​ຄິດ​ແຕ່ງ, ການ​ປະພັນ ​ແລະ ຄວາມ​ເຂົ້າ​ໃຈ​ໃນ​ດ້ານ​ວັນນະຄະດີ ​ເພາະ​ສິ່ງ​ດັ່ງກ່າວ​ມັນ​ມີ​ອະນຸ​ພາບ​ສູງ​ສຸດ​ໃນ​ການ​ເອົາ​ຊະນະ​ໃຈ​ຄົນ ​ເພື່ອ​ຄວາມ​ຜູກ​ພັນ​ໄມຕີ​ຈິດ​ມິດຕະພາບ ​ແລະ ການ​ພົວພັນ​ຮ່ວມ​ມື​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ ກໍ​ຄື​ຂົງ​ເຂດ ​ແລະ ​ໃນ​ໂລກ.

ກອງ​ປະຊຸມ​ໄດ້​ຍົກ​ໃຫ້​ເຫັນ​ວ່າ: ນັກ​ວັນນະຄະດີ, ຜູ້​ປະພັນ​ບົດ​ເລື່ອງ, ນະວະນິຍາຍ ຫລື ບົດ​ກາ​ວີ​ຕ່າງໆ ມັນ​ມີ​ຄວາມ​ສຳຄັນ​ຍິ່ງ​ໃນ​ການ​ຊອກ​ຫາ​ບົດ​ວັນນະກຳ​ທີ່​ມີ​ລັກສະນະ​ສ້າງສັນ, ປຸກລະດົມ​ຄວາມ​ຜູກ​ພັນ​ຂອງ​ມວນ​ຊົນ ​ແລະການ​ພັດທະນາ​ຊີວິດ​ຈິດ​ໃຈ​ຂອງ​ເຂົາ​ເຈົ້າ ​ເພື່ອ​ກ້າວ​ສູ່​ການ​ພັດທະນາ​ທີ່​ມີ​ຄວາມ​ຈະ​ເລີ​ນສີວິ​ໄລ. ດັ່ງນັ້ນ ​ໃນ​ກອງ​ປະຊຸມ​ສຳ​ມະ​ນາຄັ້ງນີ້​ຈະ​ເປັນ​ໂອກາດ​ອັນ​ດີ ​ເພື່ອ​ຊ່ວຍ​ໃຫ້​ນັກ​ປະພັນ​ຂອງ 6 ປະ​ເທດ​ແມ່ນ້ຳຂອງ​ມີ​ຄວາມ​ເຂົ້າ​ໃຈ​ກັນ​ຕື່ມ​ອີກ​ໃນ​ການ​ເປັນ​ຂົວ​ຕໍ່​ຊ່ວຍ​ໃຫ້​ບັນດາ​ປະ​ເທດ​ດັ່ງກ່າວ​ມີ​ການ​ເຊື່ອມ​ໂຍງ​ເຂົ້າກັນ​ຫລາຍ​ຂຶ້ນ ນັບ​ທັງ​ດ້ານ​ວັນນະຄະດີ,ວັດທະນະທຳ ​ແລະ ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ແຕ່ລະ​ປະ​ເທດ.

ກອງ​ປະຊຸມ​ດັ່ງກ່າວ​ຍັງ​ເປັນ​ເອກະ​ພາບ​ກັນຈະ​ເພີ່ມ​ທະວີ​ການ​ແປ​ບົດ​ປະພັນ​ວັນນະ​ກຳ​ຕ່າງໆ ທັງ​ເປັນ​ພາສາ​ຂອງ​ຕົນ ​ແລະ ພາສາ​ຂອງ​ແຕ່ລະ​ປະ​ເທດ​ໃຫ້​ນັບ​ມື້ຫລາຍ​ຂຶ້ນ ​ເພື່ອ​ເສີມ​ສ້າງ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ຫລາຍ​ຂຶ້ນ,ພ້ອມ​ນັ້ນກໍ​ເຫັນ​ດີ​ໃຫ້​ແຕ່ລະ​ປະ​ເທດ​ເອົາ​ໃຈ​ໃສ່​ສ້າງ​ກອງ​ທຶນ​ຂອງ​ຕົນ​ ​ເພື່ອ​ເປັນ​ການ​ສະໜັບສະໜູນ​ລາງວັນວັນນະກຳ​ດັ່ງກ່າວ​ໃຫ້​ມີ​ຄວາມ​ຍືນ​ຍົງ, ທັງ​ເປັນ​ການ​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ​ໃຫ້​ສົ່ງ​ເສີມ​ພູມ​ປັນຍາ​ດ້ານ​ການ​ປະດິດ​ຄິດ​ແຕ່ງ​ເພື່ອ​ສັນຕິພາບ ​ແລະ ການ​ພັດທະນາ.

ແຫ່ລງຂ່າວ

ລພນ

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...