Homeຂ່າວພາຍ​ໃນສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງສະບັບໃໝ່

ສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງສະບັບໃໝ່

Published on

law

ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ສະບັບໃໝ່ ໄດ້ຖືກຮັບຮອງຈາກສະພາ ແຫ່ງຊາດຢ່າງເປັນເອກະສັນ, ໃນຕອນເຊົ້າວັນທີ 10 ທັນວານີ້, ເຊິ່ງເປັນມື້ທີສີ່ຂອງ ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊູດທີ VII. ກ່ອນຈະມີການພິຈາລະນາຮັບຮອງເອົາການສ້າງຮ່າງກົດໝາຍສະບັບນີ້,ທ່ານ ດຣ. ອຸ່ນແກ້ວ ວຸທິລາດ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າຄະນະຮັບຜິດຊອບສ້າງຮ່າງກົດໝາຍສະບັບດັ່ງກ່າວ ໄດ້ຂຶ້ນສະເໜີກ່ຽວກັບຄວາມຈຳເປັນໃນການສ້າງຮ່າງກົດໝາຍສະບັບໃໝ່ນີ້ວ່າ: ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ແມ່ນການຜັນຂະຫຍາຍເນື້ອໃນຂອງລັດຖະທຳມະນູນສະບັບປັບປຸງປີ 2015 ນີ້ ໃຫ້ປະກົດຜົນເປັນຈິງ ທັງເປັນການ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ແລະ ສ້າງເງື່ອນໄຂໃຫ້ແກ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃນຕໍ່ໜ້າ, ເຊິ່ງມັນຮຽກຮ້ອງໃຫ້ມີການແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດຈະແຈ້ງຕາມທິດສາມສ້າງລະ ຫວ່າງອົງການອຳນາດລັດຂັ້ນສູນກາງກັບທ້ອງຖິ່ນ ເພື່ອເພີ່ມທະວີຄວາມເປັນເຈົ້າການຮັບຜິດຊອບຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຕາມພາລະບົດບາດຂອງອົງການຕົນ ໂດຍສະເພາະສະພາປະຊາຊົນຂັ້ນແຂວງ ໃນຖານະເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າເປັນອົງການອຳນາດລັດທ້ອງຖິ່ນ, ປະຕິບັດພາລະບົດບາດພິຈາລະນາຮັບຮອງເອົານິຕິກຳທີ່ສຳຄັນ, ຕົກລົງບັນຫາພື້ນຖານຂອງທ້ອງຖິ່ນ ແລະ ຕິດຕາມກວດກາການເຄື່ອນໄຫວຂອງບັນດາອົງການລັດໃນທ້ອງຖິ່ນຕົນ, ພ້ອມທັງເປັນການສືບຕໍ່ບູລະນະປັບປຸງກົງຈັກລັດຂັ້ນທ້ອງຖິ່ນໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂວງຂຶ້ນຕາມແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກເຮົາ ໃນການສ້າງໃຫ້ທ້ອງຖິ່ນມີສ່ວນຮ່ວມທີ່ສຳຄັນກ່ຽວກັບການພັດທະນາທ້ອງຖິ່ນຕົນໃຫ້ຫລາຍຂຶ້ນບົນພື້ນຖານການອີງໃສ່ເງື່ອນໄຂ ແລະ ທ່າແຮງຕົວຈິງຂອງແຕ່ລະທ້ອງຖິ່ນ ໃນການເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມທິດກົນໄກເສດຖະກິດຕະຫລາດ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົົນຕິດພັນກັບການຈຳກັດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆເຊັ່ນ: ການສໍ້ລາດບັງຫລວງ, ການສວຍໃຊ້ໜ້າທີ່ຕຳແໜ່ງໄປໃນທາງທີ່ບໍ່ຖືກຕ້ອງ, ການແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ, ການລະເມີດກົດໝາຍ ແລະ ລະບຽບການອື່ນໆ ທີ່ສ້າງຄວາມເສຍຫາຍອັນໃຫຍ່ຫລວງໃຫ້ແກ່ອຳນາດການປົກຄອງ ແລະ ປະຊາຊົນລາວບັນດາເຜົ່າຢູ່ທ້ອງຖິ່ນຕ່າງໆ. ຫົວໜ້າຄະນະຮັບຜິດຊອບສ້າງຮ່າງກົດໝາຍສະບັບດັ່ງກ່າວ ກ່າວວ່າ: ພາຍຫລັງທີ່ສະພາແຫ່ງຊາດຮັບຮອງກົດໝາຍສະບັບນີ້ ຈະເຮັດໃຫ້ປະຊາຊົນລາວບັນດາເຜົ່າມີຄວາມເພີ່ງພໍໃຈຫລາຍ ທີ່ມີຜູ້ແທນທີ່ຕົນເລືອກເອົານັ້ນ ໄດ້ຢູ່ໃກ້ກັບທ້ອງຖິ່ນ, ຮາກຖານຂອງຕົນຊຶ່ງມີຄວາມສະດວກສະບາຍໃນການຕິດຕໍ່ພົວພັນ ການເປັນຂົວຕໍ່ໃຫ້ແກ່ການປະຕິບັດສິດເປັນເຈົ້າຂອງປະຊາຊົນຕໍ່ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຢູ່ທ້ອງຖິ່ນ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ບົດບາດຂອງສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງໄດ້ຮັບການເຄົາລົບ ແລະ ຍົກສູງຂຶ້ນ, ການຊຸກຍູ້ປະຊາຊົນເຂົ້າຮ່ວມການຈັດຕັ້ງປະຕິບັດການຂະບວນການພັດ ທະນາຕ່າງໆຢູ່ທ້ອງຖິ່ນເຊັ່ນ: ຂະບວນການຜະລິດສິນຄ້າ, ຂະບວນການລົບລ້າງຄວາມທຸກຍາກ, ຂະບວນການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ແລະ ຂະບວນການອື່ນໆ ກໍຈະຂະຫຍາຍຕົວໄວຂຶ້ນ ແລະ ໄດ້ຮັບໝາກຜົນດີກວ່າເກົ່າ ຍ້ອນວ່າການປົກຄອງທ້ອງຖິ່ນໄດ້ຕິດແທດປະຊາຊົນຫລາຍຂຶ້ນ, ປະຊາຊົນມີສ່ວນຮ່ວມໃນການຕິດຕາມກວດກາການບໍລິຫານຂອງບັນດາອົງການລັດທ້ອງຖິ່ນຫລາຍຂຶ້ນ. ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ສະບັບໃໝ່ນີ້ ປະກອບມີ: 9 ພາກ, 16 ໝວດ ແລະ 99 ມາດຕາ,

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...