spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເກີດເຫດຄາດຕະກໍາຄົນຕ່າງປະເທດແລ້ວຊິງຊັບ

ເກີດເຫດຄາດຕະກໍາຄົນຕ່າງປະເທດແລ້ວຊິງຊັບ

Published on

12351291_710513255716819_1501406928_n

ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນທ້າຍເດືອນພະຈິກຜ່ານມານີ້, ໄດ້ຮັບແຈ້ງຈາກພົນລະເມືອງວ່າມີຄົນຕ່າງປະເທດເສຍຊີວິດຢູ່ອາພາດເມັນແຫ່ງໜຶ່ງເຂດບ້ານຫາຍໂສກ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຈາກນັ້ນເຈົ້າໜ້າທີ່ໄດ້ນໍາກໍາລັງລົງສະຖານທີ່ເກີດເຫດ ແລະ ພົບເຫັນຍິງສາວນອນເສຍຊີວິດຢູ່ພາຍໃນຫ້ອງຄື: ນາງ ຢູດາຣິ ອາຍຸ 27 ປີສັນຊາດເກົາຫລີ, ຊຶ່ງເປັນເຈົ້າຂອງຫ້ອງເຊົ່າອາພາດເມັນດັ່ງກ່າວ, ຈາກນັ້ນເຈົ້າໜ້າທີ່ໄດ້ເກັບ ກໍາຫລັກຖານ ແລະ ເອົາຄໍາໃຫ້ການຈາກບຸກຄົນເພື່ອເລັ່ງຕິດຕາມຄົນຮ້າຍມາດໍາເນີນຄະດີຈົນມາຮອດວັນທີ 4 ທັນວານີ້, ເຈົ້າໜ້າທີ່ຈຶ່ງສາມາດຮູ້ຜູ້ຕ້ອງສົງໃສ ແລະ ຈັບຕົວຜູ້ກ່ຽວມາດໍາເນີນຄະດີຄື:ທ້າວ ອາທິດ ທອງວົງ ອາຍຸ 30 ປີສັນຊາດໄທ, ຢູ່ບ້ານເນີນພະ ເມືອງລະຍອງ ຈັງຫວັດລະຍອງ(ປະເທດໄທ).

ຜ່ານການສືບສວນ-ສອບສວນ ເບື້ອງຕົ້ນຜູ້ຕ້ອງຫາຮັບສາລະພາບວ່າ: ໄດ້ເຂົ້າມາລາວແຕ່ວັນທີ 11 ພະຈິກ2015 ໂດຍມາພັກເຊົາຢູ່ເຮືອນທ້າວ ໜ້ອຍ ອາຍຸ 45 ປີຢູ່ບ້ານເວີນຄໍາ ເມືອງໄຊທານີ ນະຄອນຫລວງວຽງຈັນ ຈາກນັ້ນໃນທ້າຍເດືອນພະຈິກຕົນໄດ້ເຂົ້າມາຫລິ້ນຢູ່ແຄມຂອງເຂດວັດຈັນ ແລະ ໄດ້ພົບຍິງສາວເກົາຫລີ ແລະ ໄດ້ມີການດື່ມສິ່ງມຶນເມົາ ແລະ ຜູ້ກ່ຽວໄດ້ຊວນໄປພັກຢູ່ຫ້ອງເຊົ່າດັ່ງກ່າວ ແລະ ໄດ້ສືບຕໍ່ດື່ມສິງມຶນເມົາ, ກ່ອນທີ່ຈະລົງມືກໍ່ເຫດຄາດຕະກໍາເພື່ອຊີງຊັບ, ຊຶ່ງປັດຈຸບັນ

ເຈົ້າໜ້າທີ່ພວມສະຫລຸບສໍານວນຄະດີສົ່ງຟ້ອງໄອຍະການ ແລະ ສານປະຊາຊົນຕັດສີນລົງໂທດຕາມກົດໝາຍ.

ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ໃນອາທິດຜ່ານມາແຕ່ວັນທີ 1-7 ທັນວານີ້ຢູ່ນະຄອນຫລວງວຽງຈັນໄດ້ມີປາກົດການຫຍໍ້ທໍ້ເກີດຂຶ້ນ 72 ເລື່ອງ, ທຽບໃສ່ອາທິດທ້າຍເດືອນພະ ຈິກແມ່ນເພີ່ມຂຶ້ນ10 ກວ່າເລື່ອງ, ພົ້ນເດັ່ນແມ່ນສະພາບຫລັກຊັບພົນລະເມືອງມີ 27 ເລື່ອງ ແລະ ມີລົດເສຍ 17 ຄັນ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...