spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສານປະຊາຊົນແຂວງຫົວພັນຕັດສິນປະຫານຊີວິດຜູ້ຄ້າຢາເສບຕິດ 3 ຄົນ

ສານປະຊາຊົນແຂວງຫົວພັນຕັດສິນປະຫານຊີວິດຜູ້ຄ້າຢາເສບຕິດ 3 ຄົນ

Published on

ເມື່ອບໍ່ດົນມານີ້, ສານ​ປະຊາຊົນ​​ແຂວງ​ຫົວພັນ,​ ໄດ້​ຕັດສິນ​ປະຫານ​ຊີວິດຜູ້ຄ້າຂາຍຢາເສບຕິດ 3 ຄົນຄື: ​ທ້າວ ລີ​ເພັງ​ມົວ ອາຍຸ 28 ປີ, ທ້າວ ສົງ​ວື ອາຍຸ 26ປີ​ ຢູ່​ບ້ານ​ນາ​ໄກ່ ​ແລະ ທ້າວ ​ເຢ່​ເຮີ ອາຍຸ 19 ປີຢູ່​ບ້ານ​ພູ​ວຽງ ເມືອງ​ວຽງ​ໄຊ ​ແຂວງ​ຫົວພັນ​ໃນ​ຂໍ້ຫາ​ຄ້າຂາຍຢາ​ເສບ​ຕິດ, ຊຶ່ງພວກກ່ຽວຖືກເຈົ້າໜ້າທີ່ ປກສເມືອງຊໍາໃຕ້ຈັບຕົວໄດ້ເມື່ອກາງເດືອນພຶດສະພາ 2014 ຜ່ານມາ, ໃນຂະນະເອົາຢາເສບຕິດໄປສົ່ງໃຫ້ລູກຄ້າຢູ່ເຮືອນພັກແຫ່ງໜຶ່ງໃນເຂດເມືອງດັ່ງກ່າວ, ພ້ອມຂອງກາງເຮໂຣອິນ 18 ແທ່ງ, ນໍ້າໜັກ 7 ກິ​ໂລ ແລະ ຢາບ້າຈໍານວນ 2 ພັນເມັດ,

ຈຶ່ງໄດ້ຍຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີ ແລະ ສັ່ງ​ໃຫ້ສານຕັດສິນລົງໂທດດັ່ງກ່າວ, ສ່ວນ​ລົດ​ກະບະ​ວີ​ໂກ້, ​ໂທລະສັບມື​ຖື​ໜຶ່ງ​ໜ່ວຍ ​ແລະ ​ເງິ​ນ 200 ​ໂດ​ລາ​ສະຫະລັດ​ຂອງ​ພວກ​ກ່ຽວ​ທີ່​ນໍາ​​ໃຊ້​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຄ້າຂາຍ​ຢາ​ເສບ​ຕິດແມ່ນ​ຮີບ​ເປັນ​ຂອງ​ລັດ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...