Homeຄວາມງາມເຄັດລັບສວຍໃສດ້ວຍໝາກກ້ຽງ 1 ໜ່ວຍ

ເຄັດລັບສວຍໃສດ້ວຍໝາກກ້ຽງ 1 ໜ່ວຍ

Published on

   19b78fed6b8f594b1d412750b4efe365_L

ທ່ານຮູ້ ຫຼື ບໍ່ວ່າປະ ໂຫຍດ​ຂອງ​ໝາກ­ກ້ຽງ​ນັ້ນ​ນອກຈາກ​ຈະ​ເປັນ​ໝາກ​ໄມ້​ທີ່​ອຸ­ດົມ​ໄປດ້ວຍ​ວິ­ຕາ­ມິນ​ເຊ​ແລ້ວ​ການ​ຮັບ​ປະທານ​ເປັນ​ປະ­ຈຳ​ຍັງ​ຊ່ວຍ​ເຮັດ​ໃຫ້ຜິວ​ພັນ​ຂອງ​ທ່ານ​ເບິ່ງສົດ­ໃສ ແລະຊ່ວຍ​ໃຫ້​ລະ­ບົບ​ຂັບ​ຖ່າຍ​ໃນ​ຮ່າງ ກາຍ​ດີ​ຂຶ້ນ​ອີກ​ດ້ວຍ ແລະ​ມື້­ນີ້​ເຮົາກໍ​ມີ​ສູດ​ບຳ­ລຸງ​ຜິວ​ໜ້າ​ຈາກ​ການ ຟອກ​ໜ້າ​ດ້ວຍ​ໝາກ­ກ້ຽງ​ປະ­ສົມ ໂຢ​ເກິດ​ມາ​ຝາກ ພຽງ​ແຕ່​ກຽມ​ອຸ ປະ­ກອນ​ເຊັ່ນ: ໂຢ​ເກິດ 1 ບ່ວງ ກາ­ເຟ, ໝາກ­ກ້ຽງ ຽ ໜ່ວຍ​ຄັ້ນ ເອົາ​ແຕ່​ນ້ຳ​ແລ້ວ​ປະ­ສົມ​ໃຫ້​ເຂົ້າ ກັນ​ຈົນ​ເປັນ​ເນື້ອ​ດຽວ​ນຳ​ເຂົ້າ​ແຊ່ ໃນ​ຕູ້­ເຢັນ​ປະ​ໄວ້ 5 ນາ­ທີ ຫຼັງ ຈາກ​ນັ້ນ​ກໍ່​ລ້າງ​ມື ແລະ​ໜ້າ​ໃຫ້​ສະ ອາດ​ເຊັດ​ໃຫ້​ແຫ້ງ​ແລ້ວ​ນຳ​ເອົາ ອອກ​ມາ​ທາ​ໃຫ້​ທົ່ວ​ໃບ​ໜ້າ ທ່ານ ຈະ​ຮູ້­ສຶກ​ເຢັນ ແລະ​ຜ່ອນ­ຄາຍທາປະ​ໄວ້​ປະ­ມານ 5 ນາ­ທີ ແລ້ວລ້າງ​ອອກ​ດ້ວຍ​ນ້ຳ​ເຢັນ​ໃຫ້​ສະ ອາດ ທ່ານ​ຈະ​ຮູ້­ສຶກ​ໄດ້​ເຖິງ​ຜິວ​ໜ້າ­ທີ່​ຊຸ່ມ​ຊື່ນ ແລະ​ອ່ອນ​ນວນ.

   ການ​ຟອກ​ໜ້າ​ດ້ວຍ​ວິ­ທີ​ນີ້​ສາ ມາດ​ເຮັດ​ໄດ້​ເລື້ອຍໆ​ໃນ​ເວ­ລາ​ທີ່ ທ່ານ​ຮູ້­ສຶກ​ອ່ອນ­ເພຍ ແລະ​ອິດ ເມື່ອຍ ເພາະ​ໂຢ​ເກິດ​ນອກ­ຈາກ​ຈະ ຊ່ວຍ​ໃນ​ການ​ບຳ­ລຸງ​ຜິວ​ຂອງ​ທ່ານແລ້ວ ຍັງ​ຊ່ວຍ​ໃນ​ການ​ເຮັດ​ຄວາມ ສະ­ອາດ​ຜິວ​ໜ້າ​ຂອງ​ທ່ານ​ສ່ວນ ໝາກ­ກ້ຽງ​ກໍ​ອຸ­ດົມ​ໄປ​ດ້ວຍ​ວິ​ຕາ ມິນ​ເຊ ແລະ AHA ຊຶ່ງ​ຈະ​ຊ່ວຍ ໃນ​ການ​ຂັດ​ເຊລ​ຜິວ​ທີ່​ຕາຍ​ແລ້ວ ໃຫ້​ຫຼຸດ​ອອກ​ໄປ ເຜີຍ​ຜິວ​ສົດ­ໃສ ໃຫ້​ກັບ​ໃບ​ໜ້າ​ຂອງ​ທ່ານ ນອກ ຈາກ​ນີ້ ທ່ານ​ຍັງ​ໄດ້​ກິ່ນ​ຫອມ​ຂອງ ໝາກ­ກ້ຽງ​ເຮັດ​ໃຫ້​ຮູ້­ສຶກ​ສົດ­ຊື່ນ ແລະ​ຜ່ອນ­ຄາຍ​ໄປ​ໃນ​ຕົວ.

 

ທີ່ມາ http://www.sedthakid.la

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...