spot_img
Homeຂ່າວທ້ອງຖິ່ນຄະນະນຳຂອງແຂວງສາລະວັນ ພົບປະແລກປ່ຽນບົດຮຽນກັບ ພະນັກງານການນໍາອະວຸໂສບໍານານ

ຄະນະນຳຂອງແຂວງສາລະວັນ ພົບປະແລກປ່ຽນບົດຮຽນກັບ ພະນັກງານການນໍາອະວຸໂສບໍານານ

Published on

SPS_0087-1-650x433

ງານພົບປະພະນັກງານການນໍາອະວຸໂສບໍານານ ກັບ ການນໍາແຂວງສາລະວັນ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສະຖາປະນາ ສປປ.ລາວ ຄົບຮອບ 40 ປີ ໄດ້ໄຂຂື້ນຢ່າງເປັນທາງການ ໃນວັນທີ 08 ທັນວາ 2015 ຜ່ານມາຢູ່ທີ່ສະໂມສອນໃຫຽ່ແຂວງສາລະວັນ ໂດຍການເປັນປະທານຂອງທ່ານ ສີສຸວັນ ວົງຈອມສີ ເລຂາພັກແຂວງ ເຈົ້າແຂວງໆສາລະວັນ ມີຄະນະພັກ ພະແນກການ ແລະ ພະນັກງານອະວຸໂສບໍານານ ເຂົ້າຮ່ວມຢ່າງພ້ອມພຽງ.

ງານພົບປະຄັ້ງນີ້ແມ່ນເພື່ອແລກປ່ຽນຄວາມຄິດເຫັນ ຖອດຖອນບົດຮຽນໃນການນໍາພາ-ການຄຸ້ມຄອງ ຈາກບັນດາທ່ານ ພະນັກງານການນໍາອະວຸໂສບໍານານ ໃນໄລຍະຜ່ານມາ ເພື່ອເອົາເປັນບົດຮຽນນໍາໃຊ້ເຂົ້າໃນການນໍາພາ-ຄຸ້ມຄອງ ໃນທົ່ວແຂວງສາລະວັນ ໃນຕໍ່ໜ້າ ເຊິ່ງຜ່ານມາບັນດາສະຫາຍວິລະຊົນ ນັດຮົບແຂງຂັນ ແລະ ພະນັກງານການນໍາອະວຸໂສ ແມ່ນໄດ້ອຸທິດຕົນ ຜ່ານຜ່າບັ້ນທົດສອບ ໃນແປວໄພສົງຄາມປົດປ່ອຍຊາດ-ຜ່ານຜ່າຄວາມຫຽຸ້ງຍາກສັບສົນ ໃນໄລຍະປະເທດຊາດໄດ້ສະຖາປະນາ ສປປ.ລາວ ໃໝ່ໆ ໃນໄລຍະປະຕິບັດ 2 ໜ້າທີ່ຍຸດທະສາດຄື ປົກປັກຮັກສາລະບອບໃໝ່ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງໃນຂະບວນວິວັດ ແຫ່ງການອຸທິດຕົນເພື່ອການປະຕິວັດ ມີບາງສະຫາຍກໍໄດ້ຮັບບາດເຈັບ ເສຍອົງຄະ ເສຍຊິວິດ ບາງສະຫາຍ ກໍພັດພາກຈາກຖິ່ນຖານບ້ານເຮືອນ ບໍ່ມີໂອກາດ ສ້າງສາພັດທະນາເສດຖະກິດຄອບຄົວຂອງຕົນ ຍອມເສຍສະຫຼະທຸກຢ່າງເພື່ອການປະຕິວັດ ຖືເອົາຜົນປະໂຫຽດສ່ວນຮວມ ສູງກວ່າຜົນປະໂຫຽດສ່ວນໂຕ ທັງໜົດວິລະກໍາ ການອຸທິດຕົນ ແລະ ຄຸນງາມຄວາມດີ ເພື່ອການປະຕິວັດນັ້ນ ພັກ-ລັດ ເຫັນໄດ້ເຖິງສະພາບໂຕຈິງ ໜາກຜົນ ແລະ ຜົນງານ ຈິ່ງໄດ້ເອົາໃຈໃສ່ປະຕິບັດນະໂຍບາຍຕ່າງໆເລີ່ມແຕ່ປີ 2002 ມາຮອດປັດຈຸບັນ ມີມູນຄ່າປະມານ 14 ຕື້ກວ່າກີບ ໃນນັ້ນ ຮວມມີການປະຕິບັດໂກຕາລົດ ອຸດໜູນຜູ້ເສຍຊີວິດໃນປາງສົງຄາມ ການປຸກສ້າງເຮືອນໃຫ້ພະນັກງານບໍານານເສຍອົງຄະພິເສດ ເງິນສົມທົບທຶນປຸກສ້າງ ອຸດໜູນວິລະຊົນແຫ່ງຊາດ ແລະ ນັກຮົບແຂງຂັນ ສົມທົບທຶນສ້ອມແປງເຮືອນ ນະໂຍບາຍດິນປຸກສ້າງ ນະໂຍບາຍໄມ້ປຸກເຮືອນ ແລະ ເງິນສົດ ເພື່ອປັບປຸງຊີວິດການເປັນຢູ່ ຕິດຕາມຊ່ອຍເຫຼືອເບິ່ງແຍງສຸຂະພາບຂອງຜູ້ເຈັບເປັນ ແລະ ເສຍຊີວິດ ປະຕິບັດການອຸດໜູນຕ່າງໆ ໄດ້ 778 ຄົນ ທັງນີ້ກໍເພື່ອສະແດງຄວາມຮູ້ບຸນຄຸນຕໍ່ພະນັກງານການນໍາ ນັກຮົບທຸກຖ້ວນໜ້າຜູ້ທີ່ມີຜົນງານ ຄຸນງາມຄວາມດີ ກໍຄືມີບຸນຄຸນຕໍ່ຊາດ ຕໍ່ການປະຕິວັດ ແລະ ມີຄວາມຈົ່ງຮັກພັກດີຕໍ່ພັກຕະຫຼອດມາ ເພື່ອໃຫ້ຜູ້ສືບທອດໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຟັງຄວາມຄິດເຫັນຈາກບັນດາທ່ານເຫຼົ່ານັ້ນ ໃນການຊີ້ນໍາ-ນໍາພາຕາມພາລະກິດປະຕິວັດໃນໄລຍະຜ່ານມາ ປັດຈຸບັນ ແລະ ໃນຕໍ່ໜ້າ ໃຫ້ປະສົບຜົນສໍາເລັດຕາມວັດຖຸປະສົງທີ່ພັກເຮົາໄດ້ວາງໄວ້.

 

ແຫລ່ງຂ່າວ:

ວຈທດ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...