Homeຂ່າວຕ່າງປະເທດຜົນການຊິໄຈໃໝ່ລະບຸ ໂລກປ່ອຍອາຍ CO2 ໃນປີນີ້ ມີທ່າອ່ຽງຫລຸດລົງ ເປັນຄັ້ງປະຫວັດການ!

ຜົນການຊິໄຈໃໝ່ລະບຸ ໂລກປ່ອຍອາຍ CO2 ໃນປີນີ້ ມີທ່າອ່ຽງຫລຸດລົງ ເປັນຄັ້ງປະຫວັດການ!

Published on

EyWwB5WU57MYnKOuYBjmuPKFVKJiJVPOo5J2CLMZ9oHly6UYdQyZTz

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ທັນວາຜ່ານມານີ້ວ່າ ຜົນງານການວິໄຈໃໝ່ ຊຶ່ງຖືກເຜີຍແຜ່ໃນວາລະສານ Nature Climate Change ແລະ ຖືກນຳສະເໜີລາຍງານ ຢູ່ກອງປະຊຸມສະຫະປະຊາຊາດ ວ່າດ້ວຍການປ່ຽນແປງສະພາບພູມອາກາດ ຢູ່ນະຄອນຫລວງປາຣີ ເມື່ອບໍ່ດົນມານີ້ວ່າ ລະດັບການປ່ອຍ ອາຍກອກບອນໄດອອອກໄຊດ໌ (CO2) ຈາກການໃຊ້ພະລັງງານອາຍແກັສ ແລະ ອຸດສາຫະກຳ ມີທ່າອ່ຽງຫລຸດລົງ 0.6% ພາຍໃນປີ 2015 ຊຶ່ງຖືເປັນຄັ້ງທຳອິດ ທີ່ເກີດກໍລະນີດັ່ງກ່າວນີ້ ໃນຂະນະທີ່ສະພາບເສດຖະກິດໂລກ ຍັງຄົງເຕີບໂຕຕໍ່ເນື່ອງ ຊຶ່ງເປັນຜົນມາຈາກ ການຫລຸດຜ່ອນການນຳໃຊ້ ພະລັງງານຖ່ານຫີນ ໃນປະເທດຈີນ ແລະ ມີການຫັນປ່ຽນ ມານ້ຳໃຊ້ພະລັງງານໝູນວຽນຫລາຍຂຶ້ນ.

 

ບົດຄວາມຫຼ້າສຸດ

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...