Homeຂ່າວຕ່າງປະເທດນ້ຳຖ້ວມໜັກຢູ່ປະເທດນອກແວ ຮຸນແຮງທີ່ສຸດ ໃນຮອບ150 ປີ!

ນ້ຳຖ້ວມໜັກຢູ່ປະເທດນອກແວ ຮຸນແຮງທີ່ສຸດ ໃນຮອບ150 ປີ!

Published on

400.57ad_1

ຂປລ.ຕາມ​ຂ່າວ​ ຕ່າງປະ​ເທດ, ສະ​ຖາ​ບັນ ​ອຸຕຸນິຍົມ ​ວິທະຍາ​ ຂອງ​ນອກ​ແວ (ນໍເວ) ລະບຸ​ວ່າ: ພື້ນ​ທີ່​ ທາງ​ຕອນ​ໃຕ້ ​ແລະ ຕາ​ເວັນ​ຕົກ ​ຂອງ​ປະ​ເທດ ພວມ​ປະ​ເຊີນ ​ກັບ​ສະຖາ ນະ​ການ ​ນ້ຳຖ້ວມ ​ຢ່າງ​ໜັກ ຫລັງ​ຈາກ​ ເກີດ​ພາຍຸ​ ລົມ​ພັດ​ ຮຸນ​ແຮງ ​ທີ່​ສຸດ​ ໃນ​ຮອບ 150 ປີ ເຮັດໃຫ້ ເຮືອນປະຊາຊົນ ຫລາຍຫລັງ ຖືກນ້ຳຖ້ວມ ໄດ້ຮັບ ຄວາມເສຍຫາຍໜັກ ແລະ ຖະໜົນ ຫລາຍສາຍ ເປ້ເພ. ຂະນະນີ້ ເຈົ້າໜ້າທີ່ ກູ້ໄພ ເລັ່ງ ໃຫ້ການ ຊ່ວຍເຫລືອ ປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ຢ່າງໜັກ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...