spot_img
Homeປະຊາສຳພັນອຸຕຸຯເຕືອນ ສະພາບອາກາດ​ຍັງສືບ​ຕໍ່​ໜາວ​ ຈົ່ງ​ເພີ່ມ​ທະວີ​ການ​ຮັກສາ​ສຸຂະພາບ

ອຸຕຸຯເຕືອນ ສະພາບອາກາດ​ຍັງສືບ​ຕໍ່​ໜາວ​ ຈົ່ງ​ເພີ່ມ​ທະວີ​ການ​ຮັກສາ​ສຸຂະພາບ

Published on

freezing-temperature

ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ໃຫ້​ຮູ້​ວ່າ: ​ວັນ​ທີ 9 ທັນວາ​ນີ້, ບໍລິ​ເວນ​ຄວາມ​ກົດ​ດັນ​ສູງ​ ຂອງ​ອາກາດ​ໜາວ​ເຢັນ​ທີ່​ປະ​ເທດ​ຈີນ ຍັງ​ສືບ​ຕໍ່​ປົກ​ຄຸມ​ຢູ່​ທົ່ວ​ທຸກ​ພາກ​ຂອງ​ລາວ ດ້ວຍ​ກຳລັງ​ປານ​ກາງ, ສົມທົບ​ກັບ​ກະ​ແສ​ລົມ​ຕາ​ເວັນ​ອອກ-ຕາ​ເວັນ​ອອກ​ສ່ຽງ​ເໜືອ ​ພັດ​ປົກ​ຄຸມ, ຊຶ່ງ​ລັກສະນະ​ນີ້ ​ເຮັດ​ໃຫ້​ອຸນຫະພູມ​ອາກາດ​ເຢັນ​ ຢູ່​ຕື່ມ​ອີກ​ໃນ​ແຕ່​ລະ​ພາກ ​ແລະ ຈະ​ມີ​ຝົນຕົກ​ກະຈາຍ​ ເປັນ​ບາງ​ໂອກາດ ​ຢູ່​ບາງ​ທ້ອງ​ຖິ່ນ​ ແຂວງ​ພາກ​ເໜືອ ພ້ອມ​ຈະມີ​ລົມ​ພັດ​ແຮງ​ ເປັນ​ບາງ​ໂອກາດ.

ພາກ​ເໜືອ​ດ້ານ​ຕາ​ເວັນ​ອອກ: ມີ​ເມກ​ປົກ​ຄຸມ​ເປັນ​ສ່ວນ​ຫລາຍ ອາກາດ​ໜາວ​​ຕື່ມ​ອີກ ​ແລະ ຍັງ​ຈະ​ມີ​ຝົນຕົກ​ກະຈາຍ ​ຢູ່​ບາງ​ທ້ອງ​ຖິ່ນ​ ແຂວງ​ຜົ້ງ​ສາລີ ​ແລະ ຫົວພັນ ພ້ອມ​ມີ​ລົມ​ພັດ​ແຮງ ​ເປັນ​ບາງ​ໂອກາດ. ອຸນຫະພູມ​ຕ່ຳ​ສຸດ 9-11 ອົງສາ ​ແລະ ສູງ​ສຸດ 15-17 ອົງສາ.

ພາກ​ເໜືອ​ດ້ານ​ຕາ​ເວັນ​ຕົກ: ມີ​ເມກ​ປົກ​ຄຸມ​ເປັນ​ສ່ວນ​ຫລາຍ ອາກາດ​ເຢັນ​ ຍັງ​ສື​ບຕໍ່ ​ແລະ ຈະ​ມີ​ຝົນຕົກ​ກະຈາຍ​ ຢູ່​ບາງ​ທ້ອງ​ຖິ່ນ ​ພ້ອມ​ມີ​ລົມ​ພັດ​ແຮງ ​ເປັນ​ບາງ​ໂອກາດ. ອຸນຫະພູມ​ຕ່ຳ​ສຸດ 13-15 ອົງສາ ​ແລະ ສູງ​ສຸດ 24-26 ອົງສາ. ສຳລັບ​ເມືອງ​ສິງ ​ແລະ ວຽງ​ພູ​ຄາ: ອາກາດ​ຍັງ​ໜາວ ​ແລະ ມີ​ໝອກ​ໜາ​ໃນ​ຕອນ​ເຊົ້າ. ອຸນຫະພູມ​ຕ່ຳ​ສຸດ 12-14 ອົງສາ ​ແລະ ສູງ​ສຸດ 23-25 ອົງສາ.

ນະຄອນຫລວງ​ວຽງ​ຈັນ: ມີ​ເມກ​ປົກ​ຄຸມ​ເປັນ​ສ່ວນ​ຫລາຍ, ອາກາດ​ເຢັນ ພ້ອມ​ມີ​ໝອກ​ບາງ​ປົກ​ຫຸ້ມ​ຢູ່​ທົ່ວ​ໄປ ​ໃນ​ຕອນ​ເຊົ້າ ​ແລະ ມີ​ລົມ​ພັດ​ແຮງ ​ເປັນ​ບາງ​ໂອກາດ​. ອຸນຫະພູມ​ຕ່ຳ​ສຸດ 17-19 ອົງສາ ​ແລະ ສູງ​ສຸດ 26-28 ອົງສາ.

ພາກ​ກາງ: ມີ​ເມກ​ປົກ​ຄຸມ​ເປັນ​ສ່ວນ​ຫລາຍ, ອຸນຫະພູມ​ອາກາດ​​ໜາວ​ເຢັນ ພ້ອມ​ມີ​ໝອກ​ບາງ​ປົກ​ຫຸ້ມ​ຢູ່​ທົ່ວ​ໄປ​ໃນ​ຕອນ​ເຊົ້າ. ອຸນຫະພູມ​ຕ່ຳ​ສຸດ 16-18 ອົງສາ ​ແລະ ສູງ​ສຸດ 27-29 ອົງສາ. ສຳລັບ​ແຂວງ​ໄຊ​ສົມບູນ: ອາກາດ​ຍັງ​ໜາວ​ເຢັນ ພ້ອມ​ມີ​ໝອກ​ໜາ​ໃນ​ຕອນ​ເຊົ້າ. ອຸນຫະພູມ 11-13 ອົງສາ ​ແລະ ສູງ​ສຸດ 20-22 ອົງສາ.

ພາກ​ໃຕ້: ມີ​ເມກ​ປົກ​ຄຸມ​ເປັນ​ບາງ​ສ່ວນ, ອາກາດ​ເຢັນ ພ້ອມ​ມີ​ໝອກ​ບາ​ງປົກ​ຫຸ້ມ​ຢູ່​ທົ່ວ​ໄປ ​ໃນ​ຕອນ​ເຊົ້າ. ອຸນຫະພູມ​ຕ່ຳ​ສຸດ 18-20 ອົງສາ ​ແລະ ສູງ​ສຸດ 28-30 ອົງສາ. ​ສຳລັບ​ເຂດ​ປາກ​ຊ່ອງ, ນິຄົມ 34: ອາກາດ​ໜາວ​ຫລາຍ ພ້ອມ​ມີ​ໝອກ​ໜາ​ປົກ​ຫຸ້ມ​ ໃນ​ຕອນ​ເຊົ້າ. ອຸນຫະພູມ​ຕ່ຳ​ສຸດ 10-12 ອົງສາ ​ແລະ ສູງ​ສຸດ 23-25 ອົງສາ.

ດັ່ງ​ນັ້ນ ຈຶ່ງ​ເຕືອນ​ໃຫ້​ປະຊາຊົນ​ ຜູ້​ຢູ່​ອາ​ໃສ​ໃນ​ແຕ່ລະ​ເຂດ​ ຈົ່ງ​ເພີ່ມ​ທະວີ​ຮັກສາ​ສຸຂະພາບ​ຕົນ​ເອງ ​ແລະ ​ເອົາ​ໃຈ​ໃສ່​ປະຕິບັດ ຫລັກ​ອະນາ​ໄມ ​ໃຫ້​ເປັນ​ປົກກະຕິ, ​ໂດຍ​ສະ​ເພາະ​ຕ້ອງ​ນຸ່ງ​ຫົ່ມ​ໃຫ້​ສະອາດ ​ແລະ ອົບ​ອຸ່ນ​ດີ ​ເພື່ອ​ສາ​ມາ​ດຕ້ານທານ​ ກັບ​ພະຍາດ​ຕ່າງໆ ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ລະດູ​ໜາວ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...