spot_img
Homeຂ່າວເຫດການທ່ານຮອງນາຍົກຯ ສົມສະຫວາດ ເລັ່ງສະຫວັດ ສຳເລັດການຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ

ທ່ານຮອງນາຍົກຯ ສົມສະຫວາດ ເລັ່ງສະຫວັດ ສຳເລັດການຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ

Published on

Untitled-1 somsavad 1

ຂປລ. ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ຫງວຽນ ຊວນ ຟຸກ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ປະທານຄະນະ ກຳມະການຮ່ວມມື ຫວຽດນາມ-ລາວ, ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ, ປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ແຕ່ວັນທີ 4 ເຖິງ ວັນທີ 6 ທັນວາ 2015.

ໃນໂອກາດນີ້ ຄະນະກຳມະການຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ພາຍໃຕ້ການນຳພາຂອງຮອງນາຍົກລັດຖະມົນຕີທັງສອງ ໄດ້ຈັດຕັ້ງກອງປະຊຸມພົບປະກັນຂຶ້ນ ທີ່ຫ້ອງວ່າການລັດຖະບານຫວຽດນາມ ໃນຕອນເຊົ້າວັນທີ 6 ທັນວາ 2015. ໃນການພົບປະຄັ້ງນີ້ ທັງສອງຝ່າຍ ໄດ້ພ້ອມກັນທົບ ທວນຄືນການຮ່ວມມືລະຫວ່າງສອງປະເທດ ແຕ່ປີ 2011-2015; ພ້ອມກັນນັ້ນ ກໍຄົ້ນຄວ້າທິດທາງການຮ່ວມ ມືລະຫວ່າງ ສອງປະເທດ ແຕ່ປີ 2016-2020 ແນໃສ່ກະກຽມລາຍງານຕໍ່ການພົບປະ ປະຈຳປີຂອງສອງກົມການເມືອງ ແລະ ກອງປະຊຸມຄັ້ງທີ 38 ຂອງຄະນະກຳມະການຮ່ວມມື ລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ ເຊິ່ງຈະຈັດຂຶ້ນໃນມໍ່ໆນີ້.

ພ້ອມນີ້ ທ່ານຮອງນາຍົກລັດຖະມົນທັງສອງ ຍັງໄດ້ເປັນເອກະພາບກັນຕີລາຄາວ່າ ແຕ່ປີ 2011-2015 ການຮ່ວມມືລະຫວ່າງສອງປະເທດໄດ້ຮັບ ຜົນສຳເລັດໃນຫລາຍດ້ານ ເຊິ່ງໄດ້ປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ເຖິງວ່າສອງປະເທດຈະປະສົບຄວາມຫຍຸ້ງຍາກຫລາຍປະການກໍຕາມ; ພ້ອມທັງມີຄວາມຊົມຊື່ນຍິນດີທີ່ເຫັນວ່າ ການຮ່ວມມື ສອງຝ່າຍໄດ້ຂະຫຍາຍຕົວຢ່າງໜັກແໜ້ນ, ກວມເອົາທຸກໆຂົງເຂດ, ນັບມື້ນັບເຂົ້າສູ່ລວງເລິກ, ແທດກັບຕົວຈິງ ແລະ ມີປະສິດທິຜົນສູງຂຶ້ນ ເລື້ອຍໆ. ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ຢ່າງເລິກເຊິ່ງ ແລະ ຄວາມຂອບໃຈຢ່າງຈິງໃຈມາ ຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລ້ຳຄ່າ ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຂອງປະຊາຊົນລາວ ຕະຫລອດມາ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...