spot_img
Homeຂ່າວເຫດການຊາວໜຸ່ມ ລາວ-ຫວຽດນາມ-ກຳປູເຈຍ ຈະສືບຕໍ່ການຮ່ວມມື ຕາມທິດຍືນຍົງ

ຊາວໜຸ່ມ ລາວ-ຫວຽດນາມ-ກຳປູເຈຍ ຈະສືບຕໍ່ການຮ່ວມມື ຕາມທິດຍືນຍົງ

Published on

ABC_3164 12.07.1

ຂປລ. ຊາວໜຸ່ມສາມຊາດ ລາວ-ຫວຽດນາມ-ກຳປູເຈຍ ໃນເຂດສາມລ່ຽມພັດທະນາ ຈະສືບຕໍ່ຮັດແໜ້ນການຮ່ວມມືພັດທະນາ ວຽກງານ ໃຫ້ມີຄວາມຍືນຍົງ ໂດຍຕິດພັນກັບການແກ້ໄຂຄວາມທຸກຍາກ ແລະ ປົກປັກຮັກສາ ສິ່ງແວດລ້ອມ ເພື່ອຍົກລະດັບຄຸນະພາບຊີວິດ ການເປັນຢູ່ຂອງປະຊາຊົນ ໃນເຂດສາມລ່ຽມພັດທະນາ ໃຫ້ໄດ້ຮັບການພັດທະນາດີຂຶ້ນ. ​ເຊິ່ງຈັດ​ຂຶ້ນ​ໃນ​ວັນ​ທີ 9-10 ທັນວາ ຢູ່ແຂວງ​ຈຳປາ​ສັກ.

ກອງ ​ປະຊຸມ​ຈະໄດ້​ປຶກສາ​ຫາລືຮ່ວມ​ກັນ​ ສາມຫົວຂໍ້ທີ່ສຳຄັນເຊັ່ນ: ຊາວໜຸ່ມ ລາວ-ຫວຽດນາມ-ກຳປູເຈຍ ກັບການປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ, ການກະກຽມ ແຮງງານຊາວໜຸ່ມ ສູ່ປະຊາຄົມເສດຖະກິດອາຊຽນ ແລະ ຊາວໜຸ່ມລາວ-ຫວຽດນາມ-ກຳປູເຈຍ ກັບການສົ່ງເສີມການທ່ອງທ່ຽວແບບອານຸລັກ ຕິດພັນກັນການແກ້ໄຂຄວາມທຸກຍາກ ​ແລະ ຈະເປັນການເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຈະເຮັດໃຫ້ຊາວໜຸ່ມ ເຂົ້າໃຈເຖິງ ມູນເຊື້ອສາມຊາດ ແລະ ຈະເປັນໂອກາດໃນການແລກປ່ຽນບັນ ດາຫົວຂໍ້ສຳຄັນຕ່າງໆ ໂດຍສະເພາະ ກ່ຽວກັບການພັດທະນາແບບຍືນຍົງ.

ທ່ານ ອາລຸນໄຊ ສຸນນະລາດ, ຫົວໜ້າຫ້ອງການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໃຫ້ສຳພາດຕໍ່ສື່ມວນ ໃນວັນທີ 7 ທັນວາ ນີ້ວ່າ: ຊາວໜຸ່ມສາມຊາດຂອງພວກເຮົາ ຜູ້​ທີ່ຈະກາຍເປັນຜູ້ນຳໃນອານາຄົດ ຈະໄດ້ພົບປະເພື່ອ ແລກປ່ຽນຄວາມຄິດຄວາມເຫັນ, ບັນດາບົດຮຽນທີ່ສຳຄັນ ແລະ ປະສົບການໃນຂົງເຂດວຽກງານຕ່າງໆ ເພື່ອເພີ່ມທະວີໃນການສ້າງ ຄວາມເຂັ້ມແຂງໃຫ້ຕົນເອງ ມີເງື່ອນໄຂເຂົ້າ ໃນການປະກອບສ່ວນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນສາມປະເທດ, ໂດຍສະເພາະໃນເຂດສາມລ່ຽມພັດນາ ​ເຊິ່ງຈະຫັນໃຫ້ເປັນ ເຂດພັດທະນາຕາມທິດຍືນຍົງ.

ທ່ານ ກ່າວ​ຕື່ມ​ວ່າ: ສະພາບການພັດທະນາປັດຈຸບັນນີ້ ໃນບາງປະເທດທີ່ກຳລັງພັດທະນາ ສ່ວນຫລາຍແມ່ນ ຈະເນັ້ນໃສ່ ແຕ່ເສດຖະກິດພຽງດ້ານດຽວ ໂດຍບໍ່ຕິດພັນກັນການປົກ ປັກຮັກສາວັດທະນະທຳ ແລະ ສັງຄົມ ເຮັດໃຫ້ການ ພັດທະນາ ບໍ່ໄປຕາມ ທິດຍືນຍົງ ​ເຊິ່ງເຮັດໃຫ້ເສຍງົບປະມານ ຈຳນວນຫລວງຫລາຍ ໃນການກັບມາປົກປັກຮັກສາຄືນໃໝ່. ສະນັ້ນ ເວທີນີ້ຈະໄດ້ ມີການແລກປ່ຽນ ເພື່ອຮັບປະກັນການ ພັດທະນາເສດຖະກິດ ທີ່ຕິດພັນກັບການ ຮັກສາ ວັດທະນະທຳ, ຮີດຄອງປະເພນີ ແລະ ສິ່ງແວດລ້ອມ.

ເຂດສາມລ່ຽມພັດທະນາ ລາວ -ຫວຽດນາມ – ກໍາປູ​ເຈຍ ປະກອບດ້ວຍ 13 ແຂວງ, ສປປ ລາວມີ 4 ແຂວງ ຄື: ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື, ກຳປູເຈຍມີ 4 ແຂວງ ແລະ ຫວຽດນາມມີ 5 ແຂວງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...