spot_img
Homeວົງການສື່ມວນຊົນເລີ່ມແລ້ວບຸນມະໂຫລານຮູບເງົາສະຫລອງເມືອງມໍລະດົກໂລກຫລວງພະບາງ

ເລີ່ມແລ້ວບຸນມະໂຫລານຮູບເງົາສະຫລອງເມືອງມໍລະດົກໂລກຫລວງພະບາງ

Published on

film festival

ບຸນມະໂຫລານຮູບເງົາເພື່ອສະເຫລີມສະຫລອງຫລວງພະບາງໄດ້ຮັບຮອງເຂົ້າເປັນເມືອງມໍລະດົກໂລກຄົບຮອບ 20 ປີ ( 9/12/ 1995-9/12/2015),ໄດ້ໄຂຂຶ້ນຢ່າງເປັນທາງການໃນຄໍ່າຄືນວັນທີ 5 ທັນວາຜ່ານມານີ້, ທີ່ເດີ່ນໂຮງຮຽນປະຖົມສຶກສາແຂວງຫລວງພະບາງ, ໂດຍການເຂົ້າຮ່ວມຂອງທ່ານລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ບົວເງິນ ຊາພຸວົງ, ທ່ານເຈົ້າແຂວງຫລວງພະບາງ ສຸກັນ ບຸນຍົງ,ພ້ອມດ້ວຍມວນຊົນເຂົ້າຮ່ວມເປັນຈໍານວນຫລາຍ.

ໃນໂອກາດນີ້, ທ່ານເຈົ້າແຂວງຫລວງພະບາງໄດ້ມີຄໍາເຫັນວ່າ: ບຸນມະໂຫລານຮູບເງົາຄັ້ງນີ້​ແມ່ນຈັດຂຶ້ນເປັນຄັ້ງທີ 5 ​ແລະ ​ເປັນ​ກິດຈະກຳໜຶ່ງ​ໃນ​ການສະ​ເຫລີ​ມສະຫລອງ​ເມືອງ​ຫລວງ​ພະ​ບາງເປັນ​ມໍ​ລະ​

ດົກ​ໂລກຄົບຮອບ 20 ປີ, ​ຮູບ​ເງົາ​ທີ່​ນຳ​ມາ​ສາຍຊຶ່ງມີຫລາຍ​ກວ່າ 30 ​ເລື່ອງທີ່ມາຈາກພາຍໃນ ແລະ ຕ່າງປະເທດຄື:ເລື່ອງປູ່​ສົມບູນ, ສິ່ງ​ນັ້ນ​ເອີ້ນ​ວ່າ​ພົມລິ​ຂິດ, ສິຕິ, ພະສົງ, ​ເພັດ​ຊະ​ຄາດ, ກົດ​ແຫ່ງ​ການ​ຂ້າ ​ແລະ ອື່ນໆ. ນອກຈາກນີ້ງານດັ່ງກ່າວຍັງເປັນການອານຸລັກສົ່ງເສີມ ແລະ ໂຄສະນາເຜີຍແຜ່ວັດທະນະທຳຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນ,ເປັນເວທີແລກປ່ຽນວັດທະນະທຳ ແລະ ບົດຮຽນໃນການຜະລິດຮູບເງົາທັງພາຍໃນ ແລະ ຕ່າງປະເທດເພື່ອສົ່ງເສີມ ແລະ ພັດທະນາອຸດສາຫະກຳຮູບເງົາລາວໃຫ້ເຕີບໃຫຍ່ຂະຫຍາຍຕົວ, ເຮັດໃຫ້ຕ່າງປະເທດຮັບຮູ້ກ່ຽວກັບ ສປປ ລາວ ຜ່ານຮູບເງົາຫລາຍຂຶ້ນ.

ທ່ານລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວກ່າວວ່າ:​ໃນ​ໄລຍະ​ຜ່ານ​ມາ, ວຽກງານ​ຮູບ​ເງົາ​ໃນ​ລາວ​ແມ່ນ​ມີ​ທ່າ​ກ້າວ​ຂະຫຍາຍຕົວ​ສົມ​ຄວນ, ​ເຊິ່ງມັນ​ສະ​ແດງ​ອອກຂອງ​ຈຳນວນ​ຜະລິດ​ຕະພັນ​ຮູບ​ເງົາ ​ໄດ້​ເພີ່ມ​ຂຶ້ນ​ທຸກໆປີ​, ຂະນະດຽວກັນບໍລິສັດຜະລິດຮູບເງົາ ແລະ ໂຮງສາຍຮູບເງົາທີ່ມີມາດຕະຖານກໍມີຫລາຍຂຶ້ນເຊັ່ນກັນ, ເຊິ່ງເປັນສ່ວນໜຶ່ງໃນການໂຄສະນາເຜີຍແຜ່ວັດທະນາທໍາ ແລະ ສ້າງຄວາມບັນເທິງໃຫ້ກັບສັງຄົມໄດ້ດີຕະຫລອດມາ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...