spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມລະວັງພະຍາດໃນລະດູໜາວ

ລະວັງພະຍາດໃນລະດູໜາວ

Published on

ໜ່ວຍເຝົ້າລະວັງພະຍາດກະຊວງສາທາລະນະສຸກໃຫ້ຮູ້ວ່າ: ປັດຈຸບັນສະພາບ​​​​​ໜາວໄດ້ເຂົ້າມາປົກຄຸມທົ່ວ​ທຸກພາຍ​ຂອງປະເທດເຮົາ​​​ສົ່ງຜົນກະທົບບໍ່ໜ້ອຍຕໍ່ສຸຂະພາບ ​ແລະ ການດຳລົງຊີວິດຂອງປະຊາຊົນບັນດາ​ເຜົ່າ, ໂດຍສະເພາະຜູ້ຢູ່ເຂດຊົນນະບົດຫ່າງໄກ ຊອກຫຼີກທີ່ຍັງທຸກຍາກຂາດ ເຂີນ ແລະ ບາງບ່ອນກໍເກີດມີການເຈັບເປັນຈາກພະຍາດຕ່າງໆ ທີມາກັບລະດູໜາວ​ເຊັ່ນ:ໄຂ້ຫວັດ, ໄອ, ອັກເສບປອດ, ພະຍາດລະບົບຫາຍໃຈ, ໄຂ້ອອກຕຸ່ມ ແລະ ອື່ນໆທີ່ມັກເກີດຂຶ້ນ, ດັ່ງ​ນັ້ນ​ ຈຶ່ງ​ຮຽກ​ຮຽກ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ​ຈົ່ງມີສະຕິປ້ອງກັນຕົນເອງ ແລະ ​ໃຫ້ປະຕິບັດຫຼັກສຸຂະອະນາໄມຢ່າງເຂັ້ມງວດຄື: ນຸ່ງຫົ່ມໃຫ້ອົບອຸ່ນ,ກິນດື່ມໃຫ້ສະ ອາດ, ໝັ່ນທຳຄວາມສະອາດຮ່າງກາຍ ແລະ ທີ່ຢູ່ອາ​ໄສເປັນປະຈຳ, ໂດຍສະເພາະແມ່ນ ເດັກນ້ອຍຕ້ອງໄດ້ເອົາໃຈໃສ່ເບິ່ງແຍງເປັນພິເສດໃນໄລຍະນີ້ເມື່ອ ຮູ້ສຶກບໍ່ສະບາຍຄວນໄປພົບແພດໜໍ່ທັນທີ ແລະ ບໍ່ຄວນຊື້ຢາກິນເອງ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...