Homeຂ່າວພາຍ​ໃນ2 ຫນຸ່ມ ຖືກຕັດສິນປະຫານຊີວິດ ເພາະຂົນສົ່ງສິ່ງເສບຕິດຈຳນວນຫລາຍ

2 ຫນຸ່ມ ຖືກຕັດສິນປະຫານຊີວິດ ເພາະຂົນສົ່ງສິ່ງເສບຕິດຈຳນວນຫລາຍ

Published on

1530361_560255207377983_1873252210_n

ສານປະຊາຊົນແຂວງອຸດົມໄຊ ຕັດສິນປະຫານຊີວິດສອງຫນຸ່ມຂົນສົ່ງສິ່ງເສບຕິດຈຳນວນຫລາຍ

ເມື່ອ​ບໍ່​ດົນ​ມານີ້, ສານ​ປະຊາຊົນ​ແຂວງ​ອຸດົມ​ໄຊ ​ໄດ້​ຕັດ​ສັນ​ປະຫານ​ຊີວິດ​ທ້າວ ຕົວ​ຢາງ ອາຍຸ 20 ປີ ຢູ່​ບ້ານ​ປ່າ​ອ້ອຍ ​ແລະ ທ້າວ ຕົງ​ສີ ອາຍຸ 23 ປີ ຢູ່​ບ້ານ​ຈອມ​ສຸກ ​ເມືອງ​ຫ້ວຍ​ຊາຍ ​ແຂວງ​ບໍ່​ແກ້ວ, ພາຍຫລັງ​ພວກ​ກ່ຽວ​ຖືກ​ເຈົ້າ ໜ້າ​ທີ່​ແຂວງ​ອຸດົມ​ໄຊ​ກັກ​ຕົວ​ຢູ່​​ເຂດ​ບ້ານ​ໂຮມ​ໄຊ ​ເມືອງ​ໄຊ ​ແຂວງ​ອຸດົມ​ໄຊ ​ໃນ​ວັນ​ທີ 17 ກຸມພາ 2013 ​ໃນ​ຂໍ້​ຫາ​ຂົນ​ສົ່ງ​ຢາ​ເສບ​ຕິດ​ປະ​ເພດ​ເຮ​ໂຣອິນນ້ຳໜັກ 90 ກິ​ໂລກຣາມ ​ໂດຍ​ນຳ​ໃຊ້​ລົດ​ບັດ​ເປັນ​ພາຫະນະ​ຂົນ​ສົ່ງ ​ຢາ​ເສບ​ຕິດ​ດັ່ງກ່າວ​ແມ່ນ​ພວກ​ກ່ຽວ​ຈະ​ເອົາ​ລົງ​ມາ​ສົ່ງ​ໃຫ້​ເຖົ້າ​ແກ່​ຄົນ ​ໜຶ່ງ​ຢູ່​ແຂວງ​ຫລວງ​ພະ​ບາງ ​ໂດຍ​ເຈົ້າໜ້າ​ທີ່​ພວມ​ເລັ່ງຕິດ ຕາມ​ຫາ​ເຖົ້າ​ແກ່​ທີ່​ເປັນ​ຫົວ​ໂປ​ໂຕ​ການ​ໃຫຍ່​​ມາ​ດຳ​ເນີນ​ຄະດີ​ຕາມ​ກົດ ໝາຍ.
ຂ່າວຈາກ: DD lao .com

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...