Homeຂ່າວພາຍ​ໃນແຊມປ໌ກຸ່ມແນ່ນອນ ! ບາຊ່າຕັດສິນໃຈພັກປິເກ້ ແລະ ອິນຽດຕ້າ

ແຊມປ໌ກຸ່ມແນ່ນອນ ! ບາຊ່າຕັດສິນໃຈພັກປິເກ້ ແລະ ອິນຽດຕ້າ

Published on

ບາເຊໂລນາ ຕັດສິນໃຈພັກ ເຄົາລ໌ດ ປິເກ້ ແລະ ອັນເດຣສ ອິນຽດຕ້າ ສອງແຄ່ງຕົວສຳຄັນໃນເກມເຍືອນ ໄບເອີລ໌ ເລເວີລ໌ຄູເຊ່ນ ເນື່ອງຈາກຄາດການວ່າເປັນແຊມປ໌ກຸ່ມ E ໃນການແຂ່ງຂັນ ຍູຟ່າ ແຊມປ້ຽນສ໌ລີກແລ້ວ

ບາເຊໂລນາ ປະກາດຜ່ານເວັບໄຊຕ໌ຂອງໂມສອນຈະພັກຕົວ ເຄົາລ໌ດ ປິເກ້ ແລະ ອັນເດຣສ ອິນຽດຕ້າ ສອງແຄ່ງສຳຄັນໃນເກມເຍືອນ ໄບເອີລ໌ ເລເວີລ໌ຄູເຊ່ນ ໃນການແຂ່ງຂັນ ຍູຟ່າ ແຊມປ້ຽນສ໌ລີກ ຮອບແບ່ງກຸ່ມນັດສຸດທ້າຍມື້ພຸດວັນທີ 9 ທັນວາ 2015 ນີ້

ໂດຍ “ບາຊ່າ” ຄາດການວ່າຈະເປັນແຊມປ໌ກຸ່ມ E ຮຽບຮ້ອຍແລ້ວ ຫຼັງຈາກເກັບໄດ້ 13 ຄະແນນຈາກ 5 ນັດ ຊຶ່ງ ໂຣມາ ແລະ ເລເວີລ໌ຄູເຊ່ນ ຕ້ອງຍາດກັນເປັນຮອງແຊມປ໌ກຸ່ມເພື່ອຊິງເຂົ້າສູ່ຮອບຕໍ່ໄປ

ທາງດ້ານ ດານີ ອັນເວດ ຈະບໍ່ໄດ້ລົງຫຼີ້ນເພາະຖືກໂທດແບນ ຂະນະທີ່ ມາຕິເຢີ, ເຊລ໌ກີ້ ໂລແບລ໌ໂຕ້, ດັກກຼາດສ໌ ແລະ ຣາຟິນຢາ ຈະບໍ່ໄດ້ລົງສະໜາມເພາະມີອາການບາດເຈັບທັງໝົດ

10652

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...