Homeຂ່າວພາຍ​ໃນມີນັກ​ໂທດ​ຫລາຍ​ກວ່າພັນ​ຄົນ ​ໄດ້ຮັບການອະໄພຍະໂທດ ແລະ ຜ່ອນໂທດ ເພື່ອສະຫລອງວັນຊາດ​!

ມີນັກ​ໂທດ​ຫລາຍ​ກວ່າພັນ​ຄົນ ​ໄດ້ຮັບການອະໄພຍະໂທດ ແລະ ຜ່ອນໂທດ ເພື່ອສະຫລອງວັນຊາດ​!

Published on

SPS_2015.12.02-650x433
(ພາບປະກອບ: ພິທີປ່ອຍຕົວນັກໂທດ ແລະ ຫລຸດຜ່ອນໂທດ ຢູ່ແຂວງສະຫວັນນະເຂດ ເພື່ອສະຫລອງວັນຊາດ ຄົບຮອບ 40 ປີ)

ແຫ​ລ່ງຂ່າວ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໃຫ້​ຮູ້​ວ່າ: ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ​ ວັນຊາດ​ທີ 2 ທັນວາ ຄົບຮອບ 40 ປີ​ນີ້, ປະທານ​ປະ​ເທດ ​ໄດ້​ອອກ​ລັດຖະດຳລັດ​ອະ​ໄພ​ຍະ​ໂທດ​ປ່ອຍ​ຕົວ ​ແລະ ຜ່ອນ​ໂທດ​ໃຫ້​ນັກ​ໂທດ​ ຜູ້​ມີ​ຄວາມ​ກ້າວໜ້າ ​ໃນ​ການ​ເຝິກຝົນ​ດັດ​ສ້າງ​ຕົນ​ເອງ​ ຈຳນວນ 1.029 ຄົນ, ​ໃນ​ນັ້ນ ມີ​ຍິງ 232 ຄົນ, ​ເປັນ​ຄົນ​ຕ່າງປະ​ເທດ 26 ຄົນ, ຍິງ 1 ຄົນ (ມີ​ຜູ້​ຖື​ສັນຊາດ​ໄທ 13 ຄົນ, ຍິງ 1 ຄົນ, ສັນຊາດ​ຫວຽດນາມ 7 ຄົນ, ສັນຊາດ​ຈີນ 5 ຄົນ ​ແລະ ຖື​ສັນຊາດ​ເກົາຫລີ 1 ຄົນ) ​ໃນ​ຈຳນວນ​ດັ່ງກ່າວ​ນີ້​ມີ​ນັກ​ໂທດ​ຄະດີ​ທົ່ວ​ໄປ 129 ຄົນ, ນັກ​ໂທດ​ກະທຳ​ຜິດ​ຕໍ່​ຄວາມ​ບໍ່​ສະຫງົບ​ຂອງ​ຊາດ 5 ຄົນ, ຄະດີ​ຢາ​ເສບ​ຕິດ 627 ຄົນ, ​ໃນ​ນັ້ນ ມີ​ຜູ້​ໄດ້​ຮັບ​ຜ່ອນ​ໂທດ​ຕະຫລອດ​ຊີວິດ​ມາ​ເປັນ 20 ປີ​ມີ​ຈຳນວນ 19 ຄົນ, ຍິງ 7 ຄົນ, ອະ​ໄພ​ຍະ​ໂທດ​ປ່ອຍ​ຕົວ​ມີ​ທັງ​ໝົດ 209 ຄົນ, ຍິງ 46 ຄົນ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...