Homeສຸຂະພາບ ແລະ ສີ່ງແວດລ້ອມລັດຖະບານ ກຽມເປີດສັກຢາກັນພະຍາດໂປລີໂອ ໃຫ້ເດັກ 15 ປີລົງມາ ໃນທົ່ວປະເທດ ທ້າຍເດືອນທັນວານີ້!

ລັດຖະບານ ກຽມເປີດສັກຢາກັນພະຍາດໂປລີໂອ ໃຫ້ເດັກ 15 ປີລົງມາ ໃນທົ່ວປະເທດ ທ້າຍເດືອນທັນວານີ້!

Published on

SPS_1397-650x433

ລັດຖະບານ ສປປລາວ ກໍຄື ກະຊວງສາທາລະນະສຸກ ຮ່ວມກັບອົງການສະຫະປະຊາຊາດສໍາລັບເດັກ ປະຈໍາ ສປປ.ລາວ ກະກຽມໄຂຂະບວນການສັກຢາແຫ່ງຊາດ ກັນພະຍາດໂປລິໂອ ໃຫ້ຜູ້ທີມີອາຍຸແຕ່ 15 ປີຫາເດັກອາຍຸລຸ່ມ 1 ປີ ໃນທົ່ວປະເທດ ໃຫ້ໄດ້ຮັບການສັກຢາປ້ອງກັນພະຍາດຢ່າງທົ່ວເຖິງ ເຊິ່ງຈະຈັດຂຶ້ນພ້ອມໆກັນໃນທ້າຍເດືອນທັນວາ 2015 ທີ່ຈະມາເຖິງນີ້ ເພື່ອປະກອບສ່ວນສ້າງເງື່ອນໄຂເຮັດທົ່ວໂລກ ປາສະຈາກພະຍາດເປ້ຍລ່ອຍ ຍ້ອນເຊື້ອພະຍາດໂປລິໂອ ພາຍໃນປີ 2020 ອີກດ້ານນຶ່ງກໍເພື່ອສ້າງໃຫ້ ສປປ.ລາວ ເຮົາຫຼຸດຜ່ອນອັດຕາການເຈັບເປັນ ແລະ ເສຍຊີວິດຂອງເດັກນ້ອຍລົງເທື່ອລະກ້າວ ຈິ່ງນໍາສູ່ວາລະການປຶກສາຫາລືກັບສື່ມວນຊົນ ໃນການໂຄສະນາຕອບໂຕ້ການລະບາດຂອງພະຍາດໂປລິໂອ ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 04 ທັນວາ 2015 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ດຣ.ພັດ ເກິ່ງຊາເນດ ຫົວໜ້າກົມອະນາໄມ ແລະ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ທ່ານ ຫົງ ເຫວີຍ ກາວ ຜູ້ຕາງໜ້າອົງການສະຫະປະຊາຊາດ ສໍາລັບເດັກ ປະຈໍາ ສປປ.ລາວ ມີຜູ້ຕາງໜ້າອົງການຈັດຕັ້ງທາງສັງຄົມ ບັນດາສື່ມວນຊົນ ຈາກກອງວິຊາການ ໂທລະພາບ ວິທະຍຸ ໜັງສືພິມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຫົວໜ້າກົມອະນາໄມ ແລະ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ກ່າວວ່າ ສື່ມວນຊົນ ແມ່ນມີຄວາມສໍາຄັນຫຼາຍໃນການນໍາເອົາຂໍ້ມູນຂ່າວສານດ້ານການປ້ອງກັນພະຍາດທີ່ຖືກຕ້ອງ ໂດຍສະເພາະການປ້ອງກັນພະຍາດໂປລີໂອໃນເດັກ ໄປຜັນຂະຫຽາຍ ແລະ ໂຄສະນາເຜີຍແຜ່ໃຫ້ປະຊາຊົນທ້ອງຖິ່ນເປົ້າໝາຍໄດ້ຮັບຮູ້ ເຂົ້າໃຈຂໍ້ມູນຂ່າວສານທີ່ຈະແຈ້ງ ແລະ ປະຕິບັດຢ່າງຖືກຕ້ອງ ດັ່ງທີ່ຮູ້ນໍາກັນແລ້ວວ່າ ພະຍາດໂປລີໂອ ແມ່ນພະຍາດເປ້ຍລ່ອຍ ແລະ ບໍ່ສາມາດປິ່ນປົວໃຫ້ຫາຍຂາດໄດ້ ແຕ່ສາມາດປ້ອງກັນດ້ວຍການສັກຢາວັກແຊັງ ຢອດຢາ ເຊິ່ງໃນໄລຍະທີ່ຜ່ານມາ ເຖິງວ່າ ສປປ.ລາວ ໄດ້ປະກາດເປັນປະເທດປອດພະຍາດໂປລິໂອ ເມື່ອປີ 2000 ເປັນຕົ້ນມາ ແລະ ຍັງຮັກສາມາດຕະຖານການປອດພະຍາດໂປລິໂອຈົນເຖິງປັດຈຸບັນກໍຕາມ ແຕ່ຍັງມີເດັກຈໍານວນບໍ່ໜ້ອຍຢູ່ບາງແຂວງ ບາງທ້ອງຖິ່ນ ພາດໂອກາດໃນການສັກຢາ ຢອດຢາວັກແຊັງ ເພື່ອປ້ອງກັນພະຍາດ ຈິ່ງພາໃຫ້ມີພະຍາດໂປລິໂອກາຍພັນໃໝ່ເກີດຂຶ້ນ ດັ່ງນັ້ນ ເພື່ອເຮັດແນວໃດ ໃຫ້ຜູ້ທີ່ມີອາຍຸແຕ່ 15 ປີ ລົງຫາເດັກນ້ອຍອາຍຸລຸ່ມ 1 ປີໄດ້ຮັບການສັກຢາ ຢອດຢາກັນໂປລິໂອຢ່າງທົ່ວເຖິງ ເຊິ່ງໃນເດືອນຕຸລາ 2015 ທີ່ຜ່ານມາ ລັດຖະບານ ກໍຄື ກະຊວງສາທາລະນະສຸກ ກໍມີການໄຂຂະບວນການສັກຢາກັນພະຍາດແຫ່ງຊາດ ຢູ່ 3 ແຂວງຄື ບໍລິຄໍາໄຊ ຊຽງຂວາງ ແລະ ໄຊສົມບູນ ແລະ ເພື່ອເປັນການສະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັສໂປລິໂອກາຍພັນຢ່າງມີປະສິດທິຜົນ ກໍໄດ້ກະກຽມໄຂຂະບວນການສັກຢາ ຮອບສຸດທ້າຍໃຫ້ 3 ແຂວງດັ່ງກ່າວ ແລະ ເປັນຮອບທີ 1 ສໍາລັບ 15 ແຂວງທີ່ຍັງບໍ່ທັນມີການສັກຢາປ້ອງກັນພະຍາດໃນທົ່ວປະເທດ ເຊິ່ງຈະຈັດຂຶ້ນໃນທ້າຍເດືອນທັນວາ 2015 ນີ້.

ຫົວໜ້າກົມອະນາໄມ ແລະ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຍັງຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າທຸກທົ່ວໜ້າ ຈົ່ງພ້ອມກັນນໍາເອົາລູກຫຼານຂອງຕົນທີ່ມີອາຍຸແຕ່ 15 ປີລົງຫາເດັກນ້ອຍອາຍຸລຸ່ມ 1 ປີ ໄປຮັບການສັກຢາປ້ອງກັນພະຍາດໂປລີໂອ ຢ່າງທົ່ວເຖິງຢູ່ຕາມສຸກສາລາໃກ້ເຮືອນ ໂຮງໝໍເມືອງ ແຂວງ ເພື່ອເປັນການປະກອບສ່ວນເຮັດໃຫ້ ສປປ.ລາວ ປອດພະຍາດໂປລິໂອຢ່າງມີປະສິດທີພາບ ແລະ ປະສິດທິຜົນ.

ປ

ແຫລ່ງຂ່າວ:

ວຈທດ

ບົດຄວາມຫຼ້າສຸດ

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ມຽນມາ ປະຈຳລາວ ເຂົ້າຢ້ຽມຂ່ຳນັບ

ໃນຕອນເຊົ້າວັນທີ 07 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ອ່ອງ ໂກ (Aung...

ສສຊ ສະເໜີໃຫ້ລັດຖະບານ ພັດທະນາບໍ່ແຮ່ ເນັ້ນໃຫ້ລັດ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດສູງສຸດ

ວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ...

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ...