spot_img
Homeມູມໄອທີລາວເຟສຕ໌ບຸກເພີ່ມ Plugin ໃໝ່ໃຫ້ຜູ້ໃຊ້ສົ່ງຂໍ້ຄວາມຫາແອດມິນເພຈໄດ້ຈາກໜ້າເວັບ

ເຟສຕ໌ບຸກເພີ່ມ Plugin ໃໝ່ໃຫ້ຜູ້ໃຊ້ສົ່ງຂໍ້ຄວາມຫາແອດມິນເພຈໄດ້ຈາກໜ້າເວັບ

Published on

New_PluginFB_1

ເຟ​ສຕ໌ບຸກ​ເພີ່ມ Plugin Messages ແລະ Events ໃຫ້​ຜູ້​ໃຊ້​ສົ່ງ​ຂໍ້ຄວາມ​ຫາ​ແອດ​ມິນ​ເພຈ​ແລະ​ຕິດ​ຕາມ Events ຂອງ​ເພຈ​ໄດ້​ຈາກ​ໜ້າ​ເວັບ
ເມື່ອ​ວັນທີ່ 3 ທັນວາ ເຟ​ສຕ໌ບຸກ​ໄດ້​ເພີ່ມ  Plugin Messages ແລະ  Events ສຳລັບ​ໃຫ້​ຜູ້​ພັດທະນາ​ເວັບ​ໄຊຕ໌​ສາມາດ​ຝັງ​ລົງ​ໃນ​ເວັບ​ໄດ້​ແລ້ວ ຊຶ່ງ​ກ່ອນ​ໜ້າ​ນີ້​ຫລາຍ​ຄົນ​ຄົງ​ເຄີຍ​ເຫັນ Plugin ສຳລັບ​ຝັງ​ປຸ່ມ Like ແລະ Share ກັນ​ມາແດ່​ແລ້ວ ໂດຍ Plugin ໃໝ່​ນີ້​ຈະ​ຊ່ວຍ​ໃຫ້​ຜູ້​ໃຊ້​ເຟ​ສຕ໌ບຸກສາມາດ​ສົ່ງ​ຂໍ້ຄວາມ​ຕິດ​ຕໍ່​ກັບ​ແອດ​ມິນ​ເພຈ​ຂອງ​ເວັບ​ນັ້ນໆ ຜ່ານ Plugin Messages ທີ່​ຝັງ​ໄວ້​ໃນ​ໜ້າ​ເວັບ​ໄດ້​ທັນ​ທີ ບໍ່​ຕ້ອງ​ເສຍ​ເວລາ​ເປີດ​ໜ້າ​ເພຈ​ໃນ​ເຟ​ສຕ໌ບຸກເລີຍ
          ນອກ​ຈາກ​ນີ້​ກໍ​ຍັງມີ Plugin Events ທີ່​ໃຫ້​ຜູ້​ໃຊ້​ເຟ​ສຕ໌ບຸກສາມາດຕິດ​ຕາມ​ແລະ​ເຂົ້າ​ຮ່ວມ Events ຕ່າງໆ ຂອງ​ເພຈ​ໄດ້​ຈາກ​ເວັບ​ໄຊຕ໌​ໂດຍ​ກົງ​ເຊັ່ນ​ດຽວ​ກັບ Plugin Messages ຊຶ່ງ​ທັງ​ສອງ Plugin ໃໝ່​ນີ້​ຈະ​ຊ່ວຍ​ໃຫ້​ຜູ້​ພັດທະນາ​ເວັບ​ໄຊຕ໌​ແລະ​ຜູ້​ໃຊ້​ເຟ​ສຕ໌ບຸກໄດ້ຣັບຄວາມສະດວກໃນ​ການ​ຕິດ​ຕາມ​ເພຈ​ແລະ​ຕິດ​ຕໍ່​ສື່​ສານ​ກັນ​ຫລາຍ​ຂຶ້ນ ເພາະ​ບໍ່​ຕ້ອງ​ເປີດ​ເພຈ​ໃນ​ເຟ​ສຕ໌ບຸກ​ທຸກ​ເທື່ອ​ນັ້ນ​ເອງ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...