spot_img
Homeຂ່າວຕ່າງປະເທດຜົນສືບສວນຊີ້ ເຮືອບິນແອຣ໌ເອເຊຍ QZ8501 ຕົກຢູ່ອິນໂດປີກາຍນີ້ ເກີດຈາກຫາງເສືອບົກຜ່ອງ!

ຜົນສືບສວນຊີ້ ເຮືອບິນແອຣ໌ເອເຊຍ QZ8501 ຕົກຢູ່ອິນໂດປີກາຍນີ້ ເກີດຈາກຫາງເສືອບົກຜ່ອງ!

Published on

aHR0cDovL3BlMi5pc2Fub29rLmNvbS9ucy8wL3VkLzM4MS8xOTA4ODgyL2R3ZXNkZGZ2di5qcGc=

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 2 ທັນວາຜ່ານມານີ້ວ່າ ຫລັງຈາກຜ່ານການກວດສອບ ເປັນເວລາເກືອບ 1 ປີ ຕໍ່ກັບເຫດການ ເຮືອບິນສາຍການບິນ ແອຣ໌ເອເຊຍ ຖ້ຽວບິນທີ QZ8501 ຕົກໃນທະເລຊະວາ ປະເທດອິນໂດເນເຊຍ ໃນວັນທີ 28 ທັນວາ 2014 ທີ່ຜ່ານມາ ຈົນເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 162 ຄົນ ພົບວ່າ ສາເຫດຂອງອຸບັດເຫດຄັ້ງນີ້ ແມ່ນເປັນຜົນຈາກ ຮອຍເຊື່ອມຂອງລະບົບວົງຈອນບັງຄັບຫາງເສືອ ຂອງເຮືອບິນລຳດັ່ງກ່າວໄດ້ແຕກອອກ ລະບົບຈຶ່ງສົ່ງສັນຍານເຕືອນ ໄປເຖິງນັກບິນ ເມື່ອນັກບິນໄດ້ຮັບສັນຍານເຕືອນແລ້ວ ຈຶ່ງໄດ້ຕັດສິນໃຈປິດລະບົບ ເພື່ອຕິດເຄື່ອງຈັກໃໝ່ອີກເທື່ອໜຶ່ງ ເຮັດໃຫ້ລະບົບນັກບິນອັດຕະໂນມັດ (autopilot) ຢຸດການເຮັດວຽກ ແລະ ເຮືອບິນເສຍການຄວບຄຸມ ແລະ ຈາກການສືບສວນຍັງພົບອີກວ່າ ບັນຫາຄວາມຜິດປົກກະຕິ ຂອງຫາງເສືອເຮືອບິນລຳດັ່ງກ່າວນີ້ ໄດ້ເຄີຍເກີດຂຶ້ນມາແລ້ວ ເຖິງ 23 ຄັ້ງ ຕະຫລອດປີ 2014.

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...