spot_img
Homeຂ່າວທ້ອງຖິ່ນເມືອງຊົນນະບູລີ ແຂວງສະຫວັນນະເຂດ ເກັບກ່ຽວເຂົ້ານາປີ ສຳເລັດ 93%

ເມືອງຊົນນະບູລີ ແຂວງສະຫວັນນະເຂດ ເກັບກ່ຽວເຂົ້ານາປີ ສຳເລັດ 93%

Published on

SPS_7203-650x488

ອີງຕາມການລາຍງານຂອງ ວິຊາການໜ່ວຍງານປູກຝັງ ຂອງຫ້ອງການກະສິກຳ-ປ່າໄມ້ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ລາຍງານໃນວັນທີ 03 ທັນວາ 2015 ໃຫ້ຮູ້ວ່າ ເລີ່ມແຕ່ຕົ້ນເດືອນຕຸລາ 2015 ມາຮອດປັດຈຸບັນນີ້ ຊາວນາ-ຊາວກະສິກອນ ໃນທົ່ວເມືອງຊົນນະບູລີ ຕ່າງກໍໄດ້ເອົາໃຈໃສ່ ຕໍ່ກັບການເກັບກ່ຽວມ້ຽນມັດ ເຂົ້ານາປີ ຂອງຕົນດ້ວຍຄວາມເຄັ່ງຮ້ອນ ແລະ ເປັນຂະບວນການອັນກວ້າງຂວາງ ປັດຈຸບັນນີ້ ທົ່ວເມືອງສາມາດເກັບກ່ຽວມ້ຽນມັດ ເຂົ້ານາປີຂອງຕົນສຳເລັດແລ້ວ 14.034 ເຮັກຕາ ເທົ່າກັບ 93% ຂອງເນື້ອທີ່ການຜະລິດໂຕຈິງທັງໝົດ 15.100 ເຮັກຕາ ໃນນີ້ ເຂດທີ່ພົ້ນເດັ່ນ ໃນການເກັບກ່ຽວໄດ້ຫຼາຍກວ່າໝູ່ ແມ່ນເຂດບ້ານກອງປະທຸມວັນ ຊຽງຮົ່ມ ນາໜອງຜຳ ບຶງຊ້າງ ແລະ ບ້ານໂພໄຊຄູນ ຄຽງຄູ່ກັນນີ້ ຊາວກະສິກອນ ຍັງເອົາໃຈໃສ່ຕໍ່ການເກັບກ່ຽວມ້ຽນມັດ ພືດສຳຮອງ ປັດຈຸບັນ ເກັບກູ້ໄດ້ 1.180 ກວ່າເຮັກຕາ ເທົ່າກັບ 73,87% ຂອງແຜນການປູກ 1.720 ເຮັກຕາ ພືດທີ່ເກັບກູ້ມີ ສາລີ ໝາກແຕງ ໝາກເຂືອ ໝາກຖົ່ວດິນ ແລະ ພືດຜັກຕ່າງໆ.

 

ແຫລ່ງຂ່າວ:

ວຈທດ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...