spot_img
Homeຂ່າວເຫດການສະແດງອໍແກດສະຕຣາ ຊິມໂຟນີ ແລະ ສິລະປະວັດທະນະທຳ ເພື່ອຕ້ອນຮັບວັນຊາດ ຄົບຮອບ 40 ປີ

ສະແດງອໍແກດສະຕຣາ ຊິມໂຟນີ ແລະ ສິລະປະວັດທະນະທຳ ເພື່ອຕ້ອນຮັບວັນຊາດ ຄົບຮອບ 40 ປີ

Published on

5-1

ການສະແດງວົງດົນຕີ ອໍແກດສະຕຣາ ຊິມໂຟນີ ແລະ ການສະແດງສິລະປະວັດທະນະທຳຂອງນັກສະແດງລາວ ເພື່ອສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 40 ປີ ໄດ້ຈັດຂຶ້ນໃນຕອນຄ່ຳຂອງວັນທີ 30 ພະຈິກ ຜ່ານມາທີ່ຫໍວັດທະນະທຳແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມຊົມຂອງທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດພ້ອມພັນລະຍາ, ບັນດາທ່ານຜູ້ນຳພັກ – ລັດ, ແຂກພາຍ ໃນ ແລະ ຕ່າງປະເທດ, ນັກຮຽນ, ນັກສຶກສາ ແລະ ມວນຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.
ທ່ານ ສຈ.ດຣ. ບໍ່ແສງຄຳ ວົງດາລາ ກຳມະການສູນກາງພັກ ລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ກ່າວບາງຕອນສຳຄັນວ່າ: ການສະແດງຈະລວມມີ 13 ລາຍການ
ຈາກກອງສິລະປະກອນແຫ່ງຊາດ, ສິລະປະກອນກອງທັບປະຊາຊົນລາວ, ສິລະປະກອນກະຊວງປ້ອງກັນຄວາມສະຫງົບ, ໂຮງຮຽນສິລະປະແຫ່ງຊາດ, ກອງກາຍະສິນ ແຫ່ງຊາດ, ກອງລະຄອນເວົ້າແຫ່ງຊາດ, ກອງລະຄອນຕຸກກະຕາແຫ່ງ ຊາດ, ກອງລະຄອນລຳແຫ່ງ ຊາດ, ວິທະຍາໄລຣັຕນະບໍລິ ຫານທຸລະກິດ ພ້ອມດ້ວຍສິລະ ປິນຈາກຄ້າຍເພງຕ່າງໆ.
ພິເສດຈະມີການສະແດງ ອໍແກດສະຕຣາຊິມໂຟນີຂອງນັກດົນຕີ ແລະ ນັກຮ້ອງຈຳນວນ 300 ຄົນທີ່ເປັນລູກລາວຫຼານລາວເປັນຄັ້ງທຳອິດໃນ ປະຫວັດສາດການ ບັນເທີງ ຂອງປະເທດເຮົາ. ເນື້ອໃນລາຍການສະແດງໃຫ້ເຫັນເຖິງຜົນ ງານອັນໃຫຍ່ຫຼວງຮອບດ້ານ ໃນພາລະກິດສ້າງສາພັດທະ ນາປະເທດຊາດໃຫ້ຮັ່ງມີເຂັ້ມ ແຂງ, ສັນລະເສີນ ມູນເຊື້ອການ ນຳພາອັນປີຊາສາມາດຂອງ ພັກ ປປ ລາວ ໃນພາລະກິດຕໍ່ ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືການປົກປັກຮັກສາ ແລະ ສ້າງສາປະເທດຊາດໃນຕະຫຼອດ ໄລຍະ 40 ປີ ຜ່ານມາ.
ສຳລັບ 13 ລາຍການສະ ແດງປະກອບມີ ເສບປະສານ ຮ້ອງເພງສັນລະເສີນວັນຊາດ 2 ທັນວາ, ເສບປະສານຮ້ອງ ເພງແດນແຫ່ງອິດສະລະ, ເສບ ປະສານຮ້ອງເພງ ສັນລະເສີນພັກ, ຟ້ອນພວກເຮົາຮັກການ ອ່ານ, ຮ້ອງໝູ່ຊາຍ, ສະແດງ ກາຍະສິນລວດລາຍການປິ່ນແພ, ຮ້ອງໝູ່ຍິງ – ຊາຍ, ເປົ່າແຄນ ແລະ ໂຫວດ, ຮ້ອງດ່ຽວຊາຍ, ເສບດົນຕີເພງເຕີ້ຍລ່ອງຂອງ, ເສບດົນຕີເພງຊິມໂຟນີ 40 ປີ, ເສບດົນຕີໄຊຊະນະນ້ຳບາກ ແລະ ເສບປະສານຮ້ອງເພງເມືອງລາວໃໝ່ໝັ້ນຍືນ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...