Homeຂ່າວເຫດການຮອງປະທານປະເທດ ຕ້ອນຮັບປະທານສະພາປະຊາຊົນແຫ່ງຊາດຈີນ

ຮອງປະທານປະເທດ ຕ້ອນຮັບປະທານສະພາປະຊາຊົນແຫ່ງຊາດຈີນ

Published on

china

ຂປລ. ຕອນ​ບ່າຍ​ຂອງວັນ​ທີ 2 ທັນວາ 2015 ທີ່​ທຳນຽບປະທານ​ປະ​ເທດ, ສະຫາຍ​ ບຸນ​ຍັງ ວໍລະ​ຈິດ ກຳ ມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ຜູ້​ປະຈຳການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ຮອງ​ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ​ໄດ້​ໃຫ້ກຽດຕ້ອນຮັບ ​ແລະ ພົບ​ປະ​ກັບ ສະຫາຍ ຈາງ ​ເຕີ ຈຽງ ຄະນະ​ປະຈຳ​ກົມ​ການ​ເມືອງ ປະທານ​ສະພາ​ປະຊາຊົນ​ຈີນ ພ້ອມ​ດ້ວຍ​ຄະນະ ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ຮ່ວມ​ສະ​ເຫລີ​ມສະຫລອງ​ວັນຊາດ 2 ທັນວາ ​ຄົບຮອບ 40 ປີ, ພ້ອມ​​ເຂົ້າ​ຮ່ວມ​ພິທີ​ວາງ​ສີ​ລາ​​ເລີກ ​ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ ລາວ–ຈີນ ອີກ​ດ້ວຍ.

​ໂອກາດ​ນີ້ ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ ຕໍ່ສະຫາຍ ຈາງ ​ເຕີ ຈຽງ ທີ່​ໄດ້​​ເດີນທາງ​ມາຢ້ຽມຢາມ ​ແລະ ​ຮ່ວມງານ​ສະ​ເຫລີ​ມສະຫລອງ​ໃຫຍ່ ວັນ​ສະຖາປະນາ ສປປ ລາວ ​ຄົບຮອບ 40 ປີ ​ຕາມ​ການ​ເຊື້ອ​ເຊີນຂອງ ພັກ ປປ ລາວ, ອັນ​ເປັນ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ ​ໃນ​ການ​ສືບ​ຕໍ່​ເສີມ​ສ້າງສາ​ຍ ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ພິ​ເສດ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ລະຫວ່າງ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ລາວ–ຈີນ. ພ້ອມ​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່ພັກ–ລັດຖະບານ ​ແລະ ປະຊາຊົນ​ຈີນ ​ໄດ້​ໃຫ້ການ​ສະໜັບສະໜູນຊ່ວຍ​ເຫລືອ​ໃນ​ຫລາຍ​ດ້ານ​ໄລຍະ​ຜ່ານ​ມາ.

ສະຫາຍ ປະທານ​ສະພາຜູ້​ແທນ​ປະຊາຊົນ​ຈີນ ຈາງ ​ເຕີ ຈຽງ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່ສະຫາຍ ຮອງ​ປະທານ​ປະ​ເທດ ທີ່​ໃຫ້ການ​ຕ້ອນຮັບ​ອັນ​ອົບ​ ​ແກ່​ຄະນະ​ຜູ້​ແທນ​ສະພາ​ປະຊາຊົນ​ຈີນ ​ໃນ​ການ​ຢ້ຽມຢາມ​ລາວ ​ແລະ ​ເຂົ້າ​ຮ່ວມ​ງານ​ສຳຄັນ​ທາງ​ປະຫວັດສາດ​ຂອງ​ຊາດ​ລາວ​ຄັ້ງ​ນີ້ ພ້ອມ​ສະ​ແດງ​ຄວາມ​ເຊື່ອໝັ້ນວ່າ ການ​ພົວພັນ​ຮ່ວມ​ມື​ທີ່​ແໜ້ນແຟ້ນ ​ແລະ ຍຸດ​ທະ​ສາດ​ຮອບດ້ານ ລະຫວ່າງ​ສອງພັກ, ສອງ​ລັດ ​ແລະ ປະຊາຊົນ​ ສອງ​ຊາດ ຈີນ–ລາວ ນັບ​ມື້​​ຈະ​ແຕກ​ດອກ​ອອກ​ຜົນ​ງອກ​ງາ​ມຍິ່ງໆຂຶ້ນ

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...