HomeມູມໄອທີລາວAdobe Premiere Clip ແອັບ ຯ ຕັດຕໍ່ວິດີໂອເທິງມືຖືຕົວທຳອິດຈາກ Adobe

Adobe Premiere Clip ແອັບ ຯ ຕັດຕໍ່ວິດີໂອເທິງມືຖືຕົວທຳອິດຈາກ Adobe

Published on

Adobe_Premiere_Clip_1

ດາວໂຫລດ Adobe Premiere Clip ແອັບ​ພິ​ເຄ​ຊັ່ນ​ຕັດ​ຕໍ່​ວິ​ດີ​ໂອ ຈາກ Adobe ສຳລັບ​ຜູ້​ໃຊ້​ງານ​ເທິງ​ອຸປະກອນ Android ແລະ iOS
ເມື່ອ​ວັນທີ່ 30 ພະ​ຈິກ Adobe ຜູ້​ພັດທະນາ​ໂປຣ​ແກຣມ​ແຕ່ງ​ຮູບ​ຊື່​ດັ່ງ ເປີດ​ຕົວ  Adobe Premiere Clip ແອັບ ຯ ຕັດ​ຕໍ່​ວິ​ດີ​ໂອ​ໃຫ້​ກັບ​ຜູ້​ໃຊ້​ງານ Android ຢ່າງ​ເປັນ​ທາງ​ການ​ອີກ​ເທື່ອ ຫລັງ​ປ່ອຍ​ໃຫ້​ຜູ້​ໃຊ້ iOS ໄດ້​ທົດສອບ​ການ​ໃຊ້​ງານ​ກັນ​ມາ​ແລ້ວ​ກ່ອນ​ໜ້າ​ນີ້ ໂດຍ​ໂປຣ​ແກຣມ​ດັ່ງ​ກ່າວ​ຖື​ເປັນ​ແອັບ ຯ ຕັດ​ຕໍ່​ວິ​ດີ​ໂອ​ຕົວ​ທຳອິດຂອງ​ຄ້າຍ​ເລີຍ​ກໍ​ວ່າ​ໄດ້
Adobe Premiere Clip ແອັບ ຯ ຕັດ​ຕໍ່​ວິ​ດີ​ໂອ​ເທິງ​ອຸປະກອນ​ພົກ​ພາ Android ແລະ iOS ທີ່​ມີ​ຮູບ​ແບບ ແລະ​ວິທີ​ການ​ໃຊ້​ງານ​ແບບ​ງ່າຍໆ ຊຶ່ງ​ສາມາດ​ນຳ​ໄປ​ເຮັດວຽກ​ຕໍ່​ເທິງ Premier Pro ໄດ້​ອີກ​ດ້ວຍ​ດ້ວຍ ໂດຍ​ແອັບ ຯ Adobe Premier Clip ສາມາດ​ໃຫ້​ເຈົ້າ​ສ້າງ​ວິ​ດີ​ໄດ້​ພາຍ​ໃນ​ບໍ່​ຈັກ​ຂັ້ນ​ຕອນ ພຽງ​ເລືອກ​ພາບ ແລະ​ເພງ​ທີ່​ຕ້ອງ​ການ ຈາກ​ນັ້ນ​ເລືອກ​ປັບ​ແຕ່ງ​ດ້ວຍ​ເອັບ​ເຟກ​ຕ່າງໆ ທີ່​ມີ​ພາຍ​ໃນ​ແອັບ ຯ ຫລື​ຈະ​ໃຊ້​ລະບົບ​ອັດ​ຕະໂນມັດສາມາດເຮັດໄດ້ ບໍ່​ພຽງ​ເທົ່າ​ນີ້ ແອັບ ຯ ຕັດ​ຕໍ່​ວິ​ດີ​ໂອ​ດັ່ງ​ກ່າວ ຍັງ​ສາມາດ​ເຮັດວຽກ​ຮ່ວມ​ກັບ Adobe Capture CC ແລະ Adobe Creative Sync ໄດ້​ອີກ​ເຊັ່ນ​ກັນ ຖື​ໄດ້​ວ່າ​ເປັນ​ແອັບ ຯ ຕັດ​ຕໍ່​ວິ​ດີ​ໂອ​ເທິງ​ມື​ຖື​ທີ່​ໜ້າ​ສົນ​ໃຈ​ອີກ​ໜຶ່ງ​ຕົວ​ເລີຍ​

Adobe_Premiere_Clip_2-horz Adobe_Premiere_Clip_4-horz Adobe_Premiere_Clip_6-horz

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...