spot_img
HomeມູມໄອທີລາວLG Zero ແອນດຣອຍຕົວໃໝ່ຈາກແດນກິມຈິ ທີ່ມາພ້ອມກັບຄວາມງາມຫລູ

LG Zero ແອນດຣອຍຕົວໃໝ່ຈາກແດນກິມຈິ ທີ່ມາພ້ອມກັບຄວາມງາມຫລູ

Published on

7236_151202151751eY

ເຮົາ​ບໍ່​ໄດ້​ເຫັນ​ແອລຈີ​ເຮັດ​ສະມາດ​ໂຟນ​ທີ່​ເຮັດ​ຈາກ​ໂລ​ຫະ​ມາ​ດົນ​ແລ້ວ ແຕ່​ຫລ້າ​ສຸດ​ເບິ່ງຄືວ່າ​ທາງ​ແອລ​ຈີ​ຈະ​ຕັດ​ສິນ​ໃຈ​ເຮັດ ແອ​ນດ​ຣອຍ​ໂຟນ​ທີ່​ຕົວ​ເຄື່ອງ​ເປັນ​ໂລ​ຫະ​ອອກ​ມາຈົນ​ໄດ້​ໃນ​ຊື່ LG Zero ໂດຍ​ລຸ້ນ​ນີ້​ສະ​ເປກ​ຢູ່ໃນ​ລະ​ດັບ​ປານ​ກາງ (Midrange)

ໜ້າ​ຕາ​ຂອງ LG Zero ດີ​ໄຊນ໌​ຄືກັບ​​ໄດ້​ແຮງ​ບັນ​ດານ​ໃຈ​ຫລາຍ Nokia N8 ໜຶ່ງ​ໃນ​ຕຳ​ນານ​ຂອງ​ໂນ​ເກຍ​ທີ່​ຂຶ້ນ​ຊື່​ເລື່ອງ​ກ້ອງ​ ຕົວ​ເຄື່ອງ​ເຮັດ​ຈາ​ກອະ​ລູ​ມິ​ນ່ຽມ, ໜ້າ​ຈໍ IPS ມີ​ຂະໜາດ 5 ນິ້ວ ຄວາມ​ລະອຽດ 720p, ຊີ​ພີ​ຍູ​ຄອດ​ຄໍ ຄວາມ​ໄວ 1.2GHz, ແຣມ 1.5GB, ຫນ່ວຍ​ຄວາມ​ຈຳ​ພາຍ​ໃນ 16GB ຂາຍ​ເພີ່ມ​ໄດ້​ດ້ວຍ​ການ​ MicroSD, ແບດ​ເຕີ​ຣີ່​ຄວາມ​ຈຸ 2050mAh, ຮອງ​ຮັບ LTE / HSPA+ ບໍ່​ມີ​ການ​ເວົ້າ​ເຖິງ NFC ຈຶ່ງ​ຄາດ​ວ່າ​ບໍ່​ມີ ແລະ​ເບິ່ງ​ຈາກ​ດີ​ໄຊນ໌​ແລ້ວ​ໜ້າ​ຈະ​ຖອດ​ຝາ​ຫລັງ​ເພື່ອ​ປ່ຽນ​ແບດ​ເຕີ​ຣີ່​ບໍ່​ໄດ້ ເລື່ອງ​ເສົ້າ ຄື ເບິ່ງຄືວ່າ​ມັນ​ຈະ​ໃຊ້​ລະບົບ​ປະຕິບັດການ​ແອ​ນດ​ຣອຍ​ແຕ່​ເວີລ໌​ຊັ່ນ 5.1 ເທົ່າ​ນັ້ນ

ສຳລັບ​ຈຸດ​ເດັ່ນ​ຂອງ​ລຸ້ນ Zero ຫາກ​ບໍ່​ນັບ​ເລື່ອງ​ເຄື່ອງ​ທີ່​ເປັນ​ໂລ​ຫະ ທາງ​ແອລ​ຈີ​ຈະ​ເນັ້ນ​ໄປ​ທີ່​ກ້ອງ​ທີ່​ໃຊ້​ລຸ້ນ​ດຽວ​ກັບ​ G Series ທັງ​ຄວາມ​ລະອຽດ, ຄວາມ​ໄວ​ຊັດ​ເຕີ ແລະ​ຄວາມ​ຄົມ​ແຈ້ງ ທີ່​ຂາດ​ຫາຍ​ໄປ​ມີ​ພຽງ​ລະບົບ Laser auto-focus ເທົ່າ​ນັ້ນ ຄວາມ​ລະອຽດ​ກ້ອງ​ຫລັງ 13MP ສ່ວນ​ກ້ອງ​ໜ້າ 8MP ຄືເກົ່າ

ໃຜ​ທີ່​ສົນ​ໃຈ LG Zero ຕ້ອງ​ອົດ​ໃຈ​ລໍຖ້າ​ໄປ​ກ່ອນ ຕອນ​ນີ້​ຫາກໍ່​ເຜີຍ​ໂສມ​ທີ່​ເກົາ​ຫລີ​ໃຕ້ ແຕ່​ໜ້າ​ຈະ​ວາງ​ຈຳ​ໜ່າຍ​ທັງ​ໃນ​ເຮືອນ​ເຮົາ​ແລະ​ໂຊນ​ຍຸ​ໂຣບ  ສ່ວນ​ລາ​ຄາ​ແລະ​ມື້​ວາງ​ຈຳ​ໜ່າຍ​ທີ່​ແນ່ນອນ​ຍັງ​ບໍ່​ເປີດ​ເຜີຍ

7236_1512021517514P

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...