Homeຂ່າວຕ່າງປະເທດນະຄອນຫລວງປັກກິ່ງ ສັ່ງປິດໂຮງງານ 2 ພັນກ່ວາແຫ່ງ ຍ້ອນມົນລະພິດທາງອາກາດ

ນະຄອນຫລວງປັກກິ່ງ ສັ່ງປິດໂຮງງານ 2 ພັນກ່ວາແຫ່ງ ຍ້ອນມົນລະພິດທາງອາກາດ

Published on

1448944969- 400

ຂປລ. ຕາມ​ຂ່າວ​ ຕ່າງປະ​ເທດ, ວັນ​ທີ 1 ພະຈິກ 2015, ​ເຈົ້າໜ້າ​ທີ່ນະຄອນຫລວງ​ປັກ​ກິ່ງ​ຂອງຈີນ ​ໄດ້​ສັ່ງ​ປິດ​ໂຮງງານ 2.100 ​ແຫ່ງ ຍ້ອນບັນຫາ ​ໝອກ​ຄວັນ​ ຍັງ​ປົກ​ຄຸ້ມ, ຄ່າ​ຝຸ່ນ​ລະອອງ ​ຂະໜາດ ພີ​ເອັມ 2,5 ​ສາມາດ​ຝັງ​ເລິກ​ໃນ​ປອດ​ເຖິງ 598 ​​ ໄມ​ໂກຣກຣາມ / ແມັດ​ກ້ອນ ​ເພີ່ມ​ຂຶ້ນ​ເກືອບ 24 ​ເທົ່າ ຂອງ​ລະດັບ​ຄວາມ​ປອດ​ໄພ​ ທີ່​ອົງການ ​ອະນາ​ໄມ​ໂລກ​ ກຳນົດ​ໄວ້​ບໍ່​ເກີນ 25 ​ໄມ​ໂກຣກຣາມ/ແມັດ​ກ້ອນ. ສ່ວນ​ເມືອງ ຈີ່​ຫນານ ມົນທົນ​ຊານ​ຕົງ​ ມີຄ່າ​ ມົນ​ລະ​ພິດ ​ສູງ​ກວ່າ 400 ​ໄມ​ໂກຣກຣາມ / ແມັດ​ກ້ອນ. ນອກ​ນີ້ ຍັງປະກາດ​ເຕື່ອນ ​ໃຫ້​ປະຊາຊົນ​ ຢູ່​ແຕ່​​ໃນອາຄານ ຂະນະ​ທີ່​ ສາຍ​ການບິນ ​ຈາກ​ນະ​ຄອນ​ຫລວງ ປັກ​ກິ​ງ ​ແລະ ນະຄອນ​ຊຽງ​ໄຮ້​ ຍົກ​ເລີກ ​ຖ້ຽວ​ບິນ 30 ກວ່າຖ້ຽວ​.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...