spot_img
Homeຂ່າວຕ່າງປະເທດຣັດເຊຍສົ່ງ Su-34 ອອກໂຈມຕີໄອເອັສເປັນເທື່ອທຳອິດ ລຸ້ນນີ້ຍິງກາງອາກາດໄດ້ໄກ ເຖິງ 60 ກິໂລແມັດ!

ຣັດເຊຍສົ່ງ Su-34 ອອກໂຈມຕີໄອເອັສເປັນເທື່ອທຳອິດ ລຸ້ນນີ້ຍິງກາງອາກາດໄດ້ໄກ ເຖິງ 60 ກິໂລແມັດ!

Published on

a_1

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 1 ທັນວານີ້ວ່າ ທ່ານ ອິກໍ ຄລິມອບ ໂຄສົກກອງທັບອາກາດຣັດເຊຍ ໄດ້ອອກມາເປີດເຜີຍວ່າ ກອງທັບອາກາດຣັດເຊຍ ໄດ້ສົ່ງເຮືອບິນສູ້ຮົບແບບຖິ້ມລະເບີດ Su-34 ເຂົ້າປະຕິບັດພາລະກິດ ໂຈມຕີກຸ່ມໄອເອັສໃນປະເທດຊີຣີ ເປັນເທື່ອທຳອິດ ທ່າມກາງສະພາບຄວາມເຄັ່ງຕຶງ ລະຫວ່າງຣັດເຊຍ ແລະ ຕວກກີ ຈາກເຫດການຕວກກີ ຍິງເຮືອບິນສູ້ຮົບ Su-24 ຂອງຣັດເຊຍຕົກ.

ທ່ານ ຄລິມອບ ກ່າວວ່າ ເຮືອບິນ Su-34 ໄດ້ອອກໂຈມຕີຖ້ຽວທຳອິດ ໂດຍບໍ່ພຽງແຕ່ບັນຈຸລະເບີດອານຸພາບສູງເທົ່ານັ້ນ ມັນຍັງໄດ້ຕິດຕັ້ງຂີປະນາວຸດ ຍິງຈາກອາກາດສູ່ອາກາດພິໄສກາງ ແລະ ພິໄສໄກ ຊຶ່ງມີປະສິດທິພາບ ໃນການໂຈມຕີເປົ້າໝາຍທາງອາກາດ ພາຍໃນລັດສະໝີ 60 ກິໂລແມັດ.

a1_5

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...