Homeຂ່າວຕ່າງປະເທດປູຕິນລະບຸ ຕວກກີຍິງ Su-24 ຕົກ ຍ້ອນຈົງໃຈປົກປ້ອງນ້ຳມັນ ທີ່ຊື້ຈາກກຸ່ມໄອເອັສ!

ປູຕິນລະບຸ ຕວກກີຍິງ Su-24 ຕົກ ຍ້ອນຈົງໃຈປົກປ້ອງນ້ຳມັນ ທີ່ຊື້ຈາກກຸ່ມໄອເອັສ!

Published on

-

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 1 ທັນວານີ້ວ່າ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ອອກມາລະບຸ ໃນລະຫວ່າງເຂົ້າຮ່ວມ ກອງປະຊຸມສະຫະປະຊາຊາດ ວ່າດ້ວຍການປ່ຽນແປງຂອງສະພາບອາກາດ ຢູ່ນະຄອນຫລວງປາຣີ ປະເທດຝຣັ່ງ ໃນວັນຈັນທີ 30 ພະຈິກຜ່ານມາວ່າ ເຫດຜົນແທ້ຈິງ ທີ່ຕວກກີຍິງເຮືອບິນສູ້ຮົບ Su-24 ຂອງຣັດເຊຍຕົກ ໃນວັນທີ 24 ພະຈິກຜ່ານມານັ້ນ ແມ່ນຍ້ອນຕວກກີ ຕ້ອງການປົກປ້ອງນ້ຳມັນ ທີ່ຊື້ມາຈາກກຸ່ມລັດອິດສະລາມ ຫລື ໄອເອັສ.  ທ່ານເວົ້າວ່າ ” ພວກເຮົາໄດ້ຮັບຂໍ້ມູນເພີ່ມເຕີມ ຊຶ່ງຢືນຢັນວ່າ ມີນ້ຳມັນຂອງພວກໄອເອັສ ເຂົ້າສູ່ດິນແດນຕວກກີ ແລະ ການຕັດສິນໃຈຍິງເຮືອບິນຕົກ ຖືກບົງການຢ່າງເຈາະຈົງ ເພື່ອປົກປ້ອງນ້ຳມັນດັ່ງກ່າວ “

ແນວໃດກໍຕາມ ທ່ານ ເຣເຊບ ເຕຢິບ ເອີໂດແກນ ປະທານາທິບໍດີຕວກກີ ໄດ້ອອກມາຕອບໂຕ້ວ່າ ຄຳກ່າວອ້າງທີ່ຕວກກີ ຊື້ນ້ຳມັນຈາກພວກໄອເອັສນັ້ນ ເປັນການໃສ່ຮ້າຍປ້າຍສີ ພ້ອມທັງບອກວ່າ ຕົນເອງຈະລາອອກຈາກຕຳແໜ່ງທັນທີ ຖ້າຫາກຄຳກ່າວຫາຂອງປູຕິນ ໄດ້ຮັບການພິສູດວ່າເປັນຄວາມຈິງ.

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...