spot_img
Homeຂ່າວການພັດທະນາເຂື່ອນໄຟຟ້ານໍ້າງຽບ 1 ຄືບໜ້າ 35% ຄາດເລີ່ມຜະລິດຕົ້ນປີ 2019

ເຂື່ອນໄຟຟ້ານໍ້າງຽບ 1 ຄືບໜ້າ 35% ຄາດເລີ່ມຜະລິດຕົ້ນປີ 2019

Published on

30

ຂປລ.  ທ່ານ ພອນໄຊ ຕາໂນວັນ ຫົວໜ້າກອງເລຂາ​ ໂຄງການ​ກໍ່ສ້າງ ເຂື່ອນ​ໄຟຟ້າ​ນໍ້າ​ງຽບ 1 ໄດ້​ເປີດ​ເຜີຍ​ເມື່ອ​ອາທິດ​ແລ້ວ​ນີ້ວ່າ: ປັດຈຸບັນ​  ການກໍ່ສ້າງ ​​ເຂື່ອນ​ໄຟຟ້າ​ນໍ້າ​ງຽບ 1 ແມ່ນຄືບ​ໜ້າ 35%,​ ວຽກງານການເກັບກໍາຊັບສິນ ແລະ ສິ່ງປຸກສ້າງຕ່າງໆຄືບໜ້າເກືອບ 100%. ບ້ານທີ່ຖືກຜົນກະທົບຄື: ບ້ານນໍ້າຢວກ, ບ້ານໜອງ, ບ້ານສົບພວນ ແລະ ບ້ານຫ້ວຍປາມ້ອມ ເມືອງຮ່ົມ ແຂວງໄຊສົມບູນ ຄາດວ່າຈະ​ໄດ້​ຍົກຍ້າຍ​ອອກໃນກາງປີ 2018 ​ໂດຍບໍລິສັດໄຟຟ້ານໍ້າງຽບ 1 ໄດ້ຊອກສະຖານທີ່ໃໝ່ໃຫ້ປະຊາຊົນ ​​ທີ່​ຖືກຜົນກະທົບ ຢູ່ບ້ານຫ້ວຍສູບ ເມືອງບໍລິຄັນ ແຂວງບໍລິຄຳໄຊ . ພ້ອມ​ນີ້ ບໍລິສັດ ຍັງ​​ໄດ້​ສະໜັບສະໜູນວຽກງານການສຶກສາ ແລະ ສາທາລະນະສຸກຢູ່ 4 ບ້ານ​ດັ່ງກ່າວ ພ້ອມ​ທັງສົ່ງເສີມປະຊາຊົນ​ ທຳ​ການ​ຜະລິດກະສິກໍາ​ເປັນ​ຕົ້ນ​ ປູກເຫັດ, ປູກພັກ,​ ລ້ຽງສັດປີກ,​ ລ້ຽງປາ ແລະ ເຄື່ອງຫັດຖະກຳຕ່າງໆ ໃຫ້​ເຂົາ​ເຈົ້າມີລາຍຮັບ​​ເຂົ້າຄອບຄົວ.

​ໂຄງ­ການ​ເຂື່ອນ​ໄຟ້​ຟ້າ​ນ້ຳ​ງຽບ 1 ແມ່ນ ໂຄງ­ການ​ຂະ­ໜາດ 290 ເມ​ກາ​ວັດ ກຳ­ລັງ ດຳ­ເນີນ​ການ​ກໍ່­ສ້າງ​ທີ່​ແຂວງ​ບໍ​ລິ​ຄຳ​ໄຊ ແລະ ແຂວງ​ໄຊ​ສົມ­ບູນ ໂດຍ​ການ​ດຳ­ເນີນ​ງານ ​ຂອງ​ບໍ­ລິ­ສັດ​ໄຟ ຟ້າ​ນ້ຳ​ງຽບ 1 ຄາດ​ຈະ​ເລີ່ມ​ຜະ­ລິດ ໃນ​ຕົ້ນ​ປີ 2019 ໃນໄລຍະສຳ​ປະ­ທານ​ເວ­ລາ 27 ປີ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...