spot_img
Homeຂ່າວການພັດທະນາການເປັນຄູ່ຮ່ວມເພື່ອການພັດທະນາທີ່ມີປະສິດທິຜົນ

ການເປັນຄູ່ຮ່ວມເພື່ອການພັດທະນາທີ່ມີປະສິດທິຜົນ

Published on

c1f8917c9ea04fa25032bd851c9f70db

ກອງ​ປະຊຸມ​ໂຕະມົນ​ລະດັບ​ສູງ ຄັ້ງ​ທີ 12 ພາຍ​ໃຕ້​ຫົວຂໍ້ “ເພີ່ມ​ທະວີ​ການ​ເປັນ​ຄູ່​ຮ່ວມ​ທີ່​ມີ​ປະ​ສິດທິຜົນ​ ໃນ​ການຈັດຕັ້ງ​ປະຕິບັດ​ແຜນພັດທະນາ​ເສດຖະກິດ-ສັງຄົມແຫ່ງ​ຊາດ ​ຄັ້ງ​ທີ VIII ເພື່ອ​ນຳພາ​ປະເທດ​ຊາດ​ຫຼຸດ​ພົ້ນ​ອອກ​ຈາກ​ ສະຖານະ​ພາບ​ດ້ອຍ​ພັດທະນາ​ ໃນປີ 2020” ຈັດ​ຂຶ້ນ​ວັນ​ທີ 27 ພະຈິກ 2015 ທີ່​ສູນ​ເຝິກອົບຮົມ ແລະ ການ​ຮ່ວມ​ມື​ລາວ-ຍີ່ປຸ່ນ ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກ​ລັດ​ຖະມົນຕີ​ແຫ່ງ ​ສປປ ລາວ ທ່ານ​ນາງ ເຮ​ເລັນ ຄຼາກ ຜູ້ອຳນວຍການໃຫຍ່ ອົງການ​ສະຫະ​ປະຊາ​ຊາດ ເພື່ອ​ການ​ພັດທະນາ ມີ​ບັນດາ​ລັດຖະ​ມົນຕີ​ວ່າການ ຊ່ວຍ​ວ່າການ ທູຕານຸທູດ ຄະນະ​ຜູ້​ແທນ​ຂອງບັນດາ​ຄູ່​ຮ່ວມ​ພັດທະນາ ແລະ ຂະແໜງການ​ກ່ຽວຂ້ອງ.

ຈຸດປະສົງ​ຂອງ​ການ​ຈັດ​ກອງປະຊຸມ​ຄັ້ງ​ນີ້ ​ເພື່ອ​ແຈ້ງ​ສະພາບການ​ພັດທະນາ​ຂອງ ​ສປປ ລາວ ໃຫ້​ບັນດາ​ຄູ່​ຮ່ວມ​ພັດທະນາ​ຮັບຊາບ ແລະ ນຳ​ສະເໜີ​ຫົວຂໍ້ຕ່າງໆ​ເຊັ່ນ: ບົດ​ລາຍ​ງານ​ຜົນສຳເລັດ ແລະ ບົດຮຽນ​ທີ່​ຖອດຖອນ​ໄດ້​ໃນ​ການຈັດຕັ້ງ​ປະຕິບັດແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VII ລາຍ​ງານ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ ໃນ​ການຈັດຕັ້ງ​ປະຕິບັດ​ເປົ້າ​ໝາຍສະຫັດ​ສະ​ວັດ​ພັດທະນາ (MDGs) ແລະ ສະເໜີ​ກ່ຽວ​ກັບ​ການ​ຈັດຕັ້ງ​ຜັນ​ຂະຫຍາຍ​ເປົ້າ​ໝາຍ​ການພັດທະນາ​ແບບ​ຍືນ​ຍົງ (SDGs) ເຂົ້າ​ໃນ​ການ​ພັດທະນາ​ເສດ​ຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII 2016-2020 ນຳ​ສະເໜີ​ບັນດາ​ມາດ​ຕະການ ແລະ ລະດົມຂົນຂວາຍ​ທຶນຮອນ​ຂອງ​ແຕ່​ລະຂະແໜງການ​ ເຂົ້າ​ໃສ່​ການຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດ​ຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII ໃຫ້​ມີ​ປະ​ສິດທິ​ຜົນ​ເພື່ອ​ນຳພາ​ປະເທດ​ຊາດ​ຫຼຸດ​ພົ້ນ​ອອກ​ຈາກ ​ສະຖານະ​ພາບ​ດ້ອຍ​ພັດທະນາ ໃນ​ປີ 2020 ທົບ​ທວນ​ໝາກຜົນ ແລະ ບົດຮຽນ​ທີ່​ຖອດ​ຖອນ​ໄດ້ ​ໃນການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຂະບວນ​ການ​ໂຕະມົນ​ຢູ່ ​ສປປ ລາວ ໃນໄລຍະ 15 ປີຜ່ານມາ ແລະ ຜ່ານ​ທິດ​ທາງ​ແຜນການ​ໃນ​ຕໍ່ໜ້າ.

ໂອກາດ​ດັ່ງກ່າວ ​ທ່ານ ທອງ​ສິງ ທຳ​ມະ​ວົງ ​ກໍ່​ໄດ້​ຍົກ​ໃຫ້​ເຫັນ​ບາງບັນ​ທີ່​ສຳຄັນວ່າ: ​ສປປ ລາວ ໄດ້ພະຍາຍາມ ແລະ ເອົາໃຈໃສ່​ໃນການ​ແກ້​ໄຂ​ໃຫ້​ປະຊາຊົນ ​ຫຼຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ ສ້າງພື້ນຖານ​ປະຖົມ​ປັດ​ໄຈ​ເພື່ອ​ນຳພາປະເທດ​ຊາດ​ ຫຼຸດ​ພົ້ນ​ອອກ​ຈາກ​ສະຖານະ​ພາບ​ດ້ອຍ​ພັດທະນາ ແລະ ກ້າວ​ຕາມ​ທິດ​ພັດທະນາ​ແບບ​ຍືນຍົງ ໃນ​ນີ້ ສິ່ງ​ທີ່​ພົ້ນ​ເດັ່ນ​ແມ່ນລັດຖະບານ​ ໄດ້​ຈັດ​ຕັ້ງ​ປະຕິບັດ​ນະໂຍ​ບາຍສາມ​ສ້າງ​ຄື: ສ້າງແຂວງ​ເປັນ​ຫົວໜ່ວຍ​ຍຸດ​ທະ​ສາດ ສ້າງ​ເມືອງ​ໃຫ້​ເປັນ​ຫົວໜ່ວຍ​ເຂັ້ມແຂງ​ຮອບດ້ານ ແລະ ສ້າງ​ບ້ານເປັນ​ຫົວໜ່ວຍ​ພັດທະນາ ທັງ​ນີ້ ກໍ່​ເພື່ອ​ເພີ່ມ​ທະວີ​ຍົກ​ສູງ​ຄວາມ​ຮັບຜິດ​ຊອບ ແລະ ສິດ​ອຳນາດ​ໃຫ້ແກ່​ທ້ອງຖິ່ນ​ຫຼາຍ​ຂຶ້ນ ນອກຈາກນີ້ ຍັງ​ໄດ້​ສືບຕໍ່​ປະຕິບັດ​ບັນດາ​ນະໂຍ​ບາຍ​ຂອງ​ລັດຖະບານ ເປັນຕົ້ນແມ່ນ​ ການ​ຮັກສາ​ສະຖຽນ​ລະພາບ ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະ​ກິດ ການ​ພັດທະນາ​ຊັບ​ພະຍາກອນ​ມະນຸດ ການ​ຫັນ​ເປັນ​ອຸດ​ສະຫະ​ກຳ​ທັນ​ສະໄໝ ການ​ປົກ​ປັກ​ຮັກສາ​ສິ່ງແວດລ້ອມ​ແບບ​ຍືນ​ຍົງ ແລະ ອື່ນໆ ພ້ອມ​ນີ້ ທ່ານ​ນາງ ເຮ​ເລັນ ຄຼາກ ກໍ່​ໄດ້​ມີ​ຄຳ​ເຫັນ​ວ່າ ການ​ເປັນ​ຄູ່​ຮ່ວມ​ເພື່ອ​ການ​ພັດ​ທະນາ​ທີ່​ມີ​ປະ​ສິດທິ​ຜົນ​ ແມ່ນ​ວິທີ​ການທີ່​ຕ້ອງ​ໄດ້​ຫັນປ່ຽນ​ໃຫ້​ທັນ​ສະພາບການ​ ເພື່ອ​ສະໜັບສະໜູນ​ໃຫ້ ​ສປປ ລາວ ພັດທະນາ​ໄວ​ຂຶ້ນ ​ໃນຮູບ​ແບບ​ສົມບູນ ແລະ ຍືນ​ຍົງ ການ​ຊ່ວຍເຫຼືອ​ທາງ​ການ​ເພື່ອການ​ພັດທະນາ​ ໄດ້​ຊ່ວຍ​ສະໜັບສະ​ໜູນ​ການ​ພັດທະນາ​ເສດ​ຖະກິດ-ສັງຄົມ​ແຫ່ງ​ຊາດ ໃນ​ແຕ່​ລະໄລຍະ ພ້ອມ​ກັບ​ສະໜັບສະໜູນການ​ພັດທະນາ​ການ​ເກັບ​ລາຍ​ຮັບ ​ໃຫ້​ໄດ້​ຮັບ​ຜົນ​ດີ​ຍິ່ງໆ​ຂຶ້ນ.

ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ຍັງ​ໄດ້​ມີ​ພິທີ​ເຊັນ​ຖະແຫຼງ​ວຽງ​ຈັນ ວ່າ​ດ້ວຍການ​ເປັນ​ຄູ່​ຮ່ວມ​ເພື່ອ​ການ​ພັດ​ທະນາ​ທີ່​ມີ​ປະ​ສິດທິ​ຜົນ ຕາງໜ້າ​ໃຫ້ລັດຖະບານ​ລາວ ໂດຍ​ທ່ານ ສະເຫຼີມ​ໄຊ ກົມ​ມະ​ສິດ ລັດຖະມົນຕີຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະເທດ ແລະ ຕາງໜ້າຄູ່​ຮ່ວມພັດ​ທະ​​ນາ ​ໂດຍ​ທ່ານ​ນາງ ຄາ​ອາຣິ​ນາ ອິມ​ໂມ​ເນັນ ຜູ້​ປະສານ​ງານອົງການ​ສະຫະ​ປະຊາ​ຊາດ ທັງເປັນ​ຜູ້ຕາງໜ້າ​ອົງການ​ສະຫະປະຊາ​ຊາດ​ເພື່ອ​ການ​ພັດທະນາ ປະຈຳ ​ສປປ ລາວ ເຊິ່ງ​ຖະແຫຼງການ​ດັ່ງກ່າວ​ ໄດ້​ຜັນ​ຂະຫຍາຍຈາກ​ປະ​ສິດທິ​ຜົນ​ຂອງ​ການ​ຊ່ວຍເຫຼືອ​ມາ​ ເປັນ​ປະ​ສິດທິ​ຜົນ​ຂອງການ​ພັດທະນາ ເນື້ອ​ໃນ​ຂອງ​ຖະແຫຼງ​ການ​ແມ່ນ​ຍັງ​ຮັກສາ 5 ຫຼັກ ການ​ເດີມ​ຂອງ​ຖະແຫຼງການ​ວ່າດ້ວຍ​ປະ​ສິດທິ​ຜົນ​ຂອງ​ການ​ຊ່ວຍເຫຼືອ ແລະ 3 ຫຼັກການ​ໃໝ່​ຄື: ການ​ລະດົມ​ທຶນ​ພາຍ​ໃນ ການຮ່ວມ​ມື​ແບບ​ໃຕ້-ໃຕ້ການ​ຮ່ວມ​ມືສາມຫຼ່ຽມ ແລະ ການ​ແລກປ່ຽນຄວາມ​ຮູ້ ແລະ ບົດບາດ​ຂອງພາກ​ທຸລະ​ກິດ​ເອກະ​ຊົນ ​ເພື່ອ​ເປັນຄູ່​ຮ່ວມ​ໃນ​ການ​ພັດທະນາ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...