spot_img
Homeລົດຍົນ-ຍານພາຫະນະເຜີຍພາບທີ່ເຊີ! ລົດ KIA CADENZA SEDAN 2017 ເປີດຕົວປີ 2016

ເຜີຍພາບທີ່ເຊີ! ລົດ KIA CADENZA SEDAN 2017 ເປີດຕົວປີ 2016

Published on

ຍັງ​​ມີ​ຂ່າວ​ຄາວ​ທີ່​ໜ້າ​ສົນ​ໃຈ​ໃນ​ແວ​ດວົງ​ລົດ​ຍົນ​ທັງພາຍ​ໃນ​ ແລະ ​ຕ່າງ​ປະເທດ​ມາ​ໃຫ້​ໄດ້​ຕິດ​ຕາມ​ກັນ​ຢ່າງ​ຕໍ່​ເນື່ອງ​ເຊັ່ນ​ເຄີຍ, ຫລ້າ​ສຸດ​ທາງ​ດ້ານ​ຂອງ​ຄ້າຍລົດ​ Kia ໄດ້ທຳການ​ປ່ອຍ​ພາບ​ທີ​ເຊີ​ຂອງລົດ​ Kia Cadenza Sedan 2017ໂສມ​ໃໝ່​ອອກ​ມາ​ໃຫ້​ໄດ້​ຊົມ​ກັນ​ແລ້ວ ກຽມ​ທີ່​ຈະ​ເປີດ​ຕົວ​ໃນ​​ປີ​ໜ້າ​ນີ້​ ຊຶ່ງ​ຈະ​ມາ​ແທນ Kia Cadenza ໂສມ​ປະຈຸບັນ ທີ່​ເຮັດ​ຕະ​ຫລາດ​ຍາວນານ​ມາ​ຕັ້ງ​ແຕ່​ປີ 2010 ສຳຫລັບ Kia Cadenza Sedan ໂສມ​ໃໝ່​ຈາກ​ພາບ​ທີ​ເຊີນັ້ນ​ມາ​ພ້ອມ​ກັບ​ກະ​ຈັງ​ໜ້າ ຊົງ Tiger Nose ທີ່​ເປັນ​ເອກt​ລັກ​ສະເພາະ, ແວ່ນ​ໜ້າ​ອອກ​ແບບ​ມາ​ໃຫ້​ລາດ​ເທ​ໄປ​ດ້ານ​ຫລັງ ເສີມ​ຄວາມ​ເປັນ​ຄູ​ເປ້ ເສັ້ນ​ສາຍ​ເບິ່ງ​ສຽບ​ແຫລມ ດ້ານ​ຫລັງ​ເບິ່ງ​ງົດງາມ​ລົງ​ຕົວ ມາ​ພ້ອມ​ທໍ່​ໄອ​ເສຍ​ຊົງ​ຫລ່ຽມ

เผยภาพที่เซอร์-รถยนต์-kia-cadenza-sedan-2017-เปิดตัวปี-2016

ສ່ວນ​ພາຍ​ໃນ​ນັ້ນ​ໄດ້ຮັບ​ການ​ອອກ​ແບບ​ໃໝ່ ເພີ່ມ​ຄວາມ​ຫລູ​ຫລາ​ຫລາຍ​ຍິ່ງ​ຂຶ້ນ ໂດຍ​ໄດ້ຮັບ​ແຮງ​ບັນ​ດານ​ໃຈ​ມາ​ຈາກ​ລົດ​ຍຸ​ໂຣບ ພ້ອມ​ກັບ​ການ​ໃຊ້​ວັດ​ດຸ​ທີ່​ພີ​ມ່ຽມ​ຫລາຍ​ຍິ່ງ​ຂຶ້ນ

เผยภาพที่เซอร์-รถยนต์-kia-cadenza-sedan-2017-เปิดตัวปี-2016-02

ໃນ​ສ່ວນ​ຂອງ​ຂຸມ​ພະລັງ​ນັ້ນ​ຍັງ​ບໍ່ໄດ້ຮັບ​ການ​ຢືນຢັນ​ວ່າ​ຈະ​ເປັນ​ບລັອກ​ໃດ ແຕ່​ເດົາ​ກັນ​ວ່າ ໜ້າ​ຈະ​ມີ​ເຄື່ອງ​ຈັກ​ປະຈຸບັນ​ທີ່​ໃຊ້​ຢູ່​ໃຫ້​ເລືອກ​ ໂດຍ​ເປັນ​ບລັອກ  3.3 ລີດ V6  297 ແຮງ​ມ້າ (PS) ທີ່ 6,400 ຮອບ/ນາ​ທີ ຂັບ​ເຄື່ອນ 2 ລໍ້​ຄູ່​ໜ້າ ລະບົບ​ເກຍອໍໂຕ້​ 6 ສະ​ປີດ ແລະ​ໜ້າ​ຈະ​ມີບ​ລັອກ 4 ສູບ​ລຸ້ນ​ໃໝ່ ມາ​ໃຫ້​ເລືອກ​ດ້ວຍ

เผยภาพที่เซอร์-รถยนต์-kia-cadenza-sedan-2017-เปิดตัวปี-2016-01

ສື​ຫລາຍ​ສຳ​ນັກ​ນັ້ນ​ຢືນຢັນ​ກັນ​ວ່າ ລົດ​ Kia Cadenza Sedan 2017 ນັ້ນ​ຈະ​ອອກ​ຂາຍ​ໃນ​ປີ 2016 ນີ້​ຢ່າງ​ແນ່ນອນ ສ່ວນ​ການ​ເປີດ​ຕົວ​ຈະ​ມີ​ຂຶ້ນ​ໄວ​ໆນີ້

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...