Homeຂ່າວຕ່າງປະເທດລັດຖະບານຝຣັ່ງ ເພີ່ມມາດຕະການຮັກສາຄວາມປອດໄພ ໃນຂອບເຂດທົ່ວປະເທດ

ລັດຖະບານຝຣັ່ງ ເພີ່ມມາດຕະການຮັກສາຄວາມປອດໄພ ໃນຂອບເຂດທົ່ວປະເທດ

Published on

400.d2a7e_6

ຂປລ.ຕາມ ​ຂ່າວ ​ຕ່າງປະ​ເທດ, ລັດຖະບານ ​ຝຣັ່ງ​ ໄດ​້​ເພີ່ມ​ ມາດ​ຕະການ​ ເຂັ້ມງວດ​ ຮັກສາ ຄວາມ​ປອດ​ໄພ​ ທົ່ວ​ປະ​ເທດ ​ເພື່ອ​ປ້ອງ​ກັນ​ ບໍ່​ໃຫ້​ເກີດ​ ເຫດການ​ໂຈມ​ຕີ​ ຈາກ​ກຸ່ມ​ກໍ່​ ການ​ຮ້າຍ ​​ໃນ​ລະຫວ່າງ​ ການຈັດ ກອງ​ປະຊຸມ​ ລະດັບ​ສູງ​ ວ່າ​ດ້ວຍ ​ການ​ປ່ຽນ​ແປງ ​ດິນ​ຟ້າ​ ອາກາດ​ໂລກ. ນອກ​ນີ້ ຍັງ​ສັ່ງ​ຫ້າມ ຈຳໜ່າຍ ​ແລະ ​ຂົນ​ສົ່ງ ວັດຖຸ​ ໄວ​ໄຟ, ​ແກັສ, ບັ້ງ​ໄຟ​ດອກ ​ແລະ ສານ​ເຄມີ ​ທີ່​ເປັນ ​ອັນຕະລາຍ​ຕ່າງໆ​ ​ແຕ່​ວັນ​ທີ 1-13 ທັນວາປີ​ນີ້ ລວມທັງ ບໍລິ​ເວນ ​ຊາຍ​ແດນ​ ຍັງ​ບໍ່​ອະນຸຍາດ​ໃຫ້​ ບັນດາ ​ຜູ້​ອົບ​ພະຍົບ ​ເຂົ້າປະ​ເທດ​ ໃນ​ໄລຍະ​ນີ້ ​ເພື່ອ​ແນ​ໃສ່​ ຮັກສາ​ ຄວາມ​ປອດ​ໄພ​ ຂັ້ນສູງ​ສຸດ ໃຫ້ກັບ ບັນດາ ​ຜູ້ນຳ​ໂລກຈາກ 147 ປະ​ເທດ ​ເຂົ້າຮ່ວມ​ ກອງ​ປະຊຸມ ​ດັ່ງກ່າວ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...