spot_img
Homeຂ່າວຕ່າງປະເທດຜູ້ນຳຕວກກີ ກ່າວເສຍໃຈເຫດຍິງ Su-24 ຕົກ ແຕ່ຍັງຄົງທ່າທີ ບໍ່ຂໍໂທດຣັດເຊຍ!

ຜູ້ນຳຕວກກີ ກ່າວເສຍໃຈເຫດຍິງ Su-24 ຕົກ ແຕ່ຍັງຄົງທ່າທີ ບໍ່ຂໍໂທດຣັດເຊຍ!

Published on

661932-01

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ພະຈິກຜ່ານມານີ້ວ່າ ພາຍຫລັງການປະກາດ ມາດຕະການຂວ້ຳບາດຕວກກີ ຂອງລັດຖະບານຣັດເຊຍ ເມື່ອວັນທີ 27 ພະຈິກຜ່ານມາ ທ່ານ ເຣເຊບ ເຕຢິບ ເອີໂດກັນ ປະທານາທິບໍດີຕວກກີ ໄດ້ອອກມາກ່າວວ່າ ລັດຖະບານຕວກກີ ມີຄວາມເສຍໃຈ ຕໍ່ກັບເຫດການ ຍິງເຮືອບິນ Su-24 ຂອງຣັດເຊຍຕົກ ຢ່າງແທ້ຈິງ, ແນວໃດກໍຕາມ ຜູ້ນຳຕວກກີ ຍັງຄົງທ່າທີບໍ່ສະແດງຄວາມຂໍໂທດ ຕາມຄວາມຕ້ອງການຂອງຣັດເຊຍເທື່ອ.

ທັງນີ້ ຣັດເຊຍ ແລະ ຕວກກີ ຕ່າງກໍມີຈຸດຢືນແຕກຕ່າງກັນ ກ່ຽວກັບບັນຫາສົງຄາມກາງເມືອງ ຢູ່ປະເທດຊີຣີ ຊຶ່ງຝ່າຍຣັດເຊຍ ເປັນຜູ້ສະໜັບສະໜູນ ລັດຖະບານຊີຣີ ທີ່ມາຈາກການເລືອກຕັ້ງ ພາຍໃຕ້ການນຳຂອງ ທ່ານ ບາຊາ-ອັນ ອັດຊາດ, ສ່ວນລັດຖະບານຕວກກີ ແມ່ນເປັນຝ່າຍສະໜັບສະໜູນ ກຸ່ມຕິດອາວຸດ ດຳເນີນການຕໍ່ສູ້ ເພື່ອໂຄ່ນລົ້ມລັດຖະບານຊີຣີ ໃນປັດຈຸບັນ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...